ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023.

ກອງປະຊຸມ ສະຫຼຸບວຽກງານຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023

IMG_4655

ເພື່ອເຮັດໃຫ້ເຫັນໄດ້ຜົນສຳເລັດຈາກການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ນໍາສະເໜີທິດທາງແຜນການປະຈຳປີ 2023 ຂອງ ສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະພັດທະນາ ຊົນນະບົດ (ສກປພ), ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາຊົນນະບົດ ຈຶ່ງຈະໄດ້ ຈັດກອງປະຊຸມປະຈຳປີຂອງຕົນຂື້ນ ໃນວັນທີ 20 ທັນວາ 2022 ເພື່ອລາຍງານໃຫ້ການນໍາກະຊວງ ແລະ ບັນດາກົມຕ່າງໆ ໃຫ້ຮັບຮູ້ເຖິງສະພາບພົ້ນຕ່າງໆໃນຂົງເຂດວຽກງານການຄົ້້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນປີ 2022 ແລະ ການກໍາເດັ່ນ, ບັນຫາແລະ ສີ່ງທ້າຍທາຍ ໃນການຈັດຕັ້ງປະຕິບັດຜ່ານມາ, ກຳນົດທິດທາງແຜນກການ  ຕໍ່ໜ້າ ປີ 2023 ແລະ ການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ. ພ້ອມກັນນີ້, ກອງປະຊຸມດັ່ງກ່າວຍັງເປັນໂອກາດອັນລໍ້າຄ່າ ທີ່ຈະໄດ້ຮັບຟັງທິດຊີ້ນໍາຈາກ ການນໍາຂອງກະຊວງ ແລະ ຈາກບັນດາກົມຕ່າງໆ ເພື່ອປັບປຸງ, ຜັນຂະຫຍາຍວຽກງານການຄົ້້ນຄວ້າໃຫ້ມີປະສິດທິພາບທີ່ດີຂຶ້ນກວ່າເກົ່າ.

ກອງປະຊຸມໃນຄັ້ງນີ້ໄດ້ໃຫ້ກຽດເຂົ້າຮວ່ມເປັນປະທານ ແລະ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ແຂກຮັບເຊີນ ຈາກ ກົມ, ສະຖາບັນ, ສູນບໍລິການດ້ານການກະເສດ ,ບັນດາພະນັກງານພະແນກ ແລະ ສູນອ້ອມ ສະຖາບັນ ຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາ ຊົນນະບົດ.

ໃນກອງປະຊຸມ ທ່ານ ປອ ນາງ ໃຈ ບຸນພະນຸໃຊ, ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ກ່າວຕ້ອນຮັບ ແລະ ລາຍງານຜົນສຳເລັດຂອງການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ,ທິດທາງແຜນການຕໍ່ໜ້າ,ຜົນການຈັດຕັ້ງປະຕິບັດຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ, ຜະລິດ ແນວພັນພືດ, ສັດ ແລະ ແນວພັນໄມ້, 2021-ປະຈຸບັນ, ກອງປະຊຸມ ໄດ້ຮັບຟັງການປະກອບຄຳເຫັນ ຂອງ ກົມກ່ຽວຂ້ອງ ເພື່ອ ແລກປ່ຽນບົດຮຽນ, ກົນໄກ ການປະສານງານ ເພື່ອ ປັບປຸງ ແລະ ພັດທະນາ ວຽກງານການຄົ້ນຄວ້າ ເພື່ອຕອບສະໜອງ ,ຮັບໃຊ້ ກົມມະຫາພາກ ແລະ ສັງຄົມ ໄປພ້ອມກັນ. ພິເສດ ກອງປະຊຸມ ໄດ້ ຮັບຟັງ ການໂອ້ລົມ ຂອງ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອ ກຳນົດທິດທາງ ໃນການ ພັດທະນາວຽກງານ ການຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ໃຫ້ມີຄວາມ ເຂັ້ມແຂງ ທັນສະໄໝ ຕາມທິດສີຂຽວ ເປັນມິດກັບສີ່ງແວດລ້ອມ ແລະ ມີຄວາມຍືນຍົງ.  ກອງປະຊຸມ ໄດ້ສຳເລັດລົງໃນເວລາ 16 ໂມງຂອງວັນດຽວກັນ.

IMG_4591 IMG_4561 IMG_4614 IMG_4611 IMG_4618 IMG_4529 IMG_4527 IMG_4522 IMG_4565 IMG_4530 IMG_4556 IMG_4640 IMG_4633 IMG_4587 IMG_4588

ພາບ-ຂ່າວ ໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ ໂອເປ (OFE Co. Ltd) ຂອງປະເທດ ສ. ເກົາຫຼີ

 IMG_2169-2 IMG_2166-2 IMG_2163-2

         ລັດຖະບານໄດ້ມີວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາດ້ານເສດຖະກິດ, ເຊິ່ງດ້ານວຽກງານກະສິກໍາ ແມ່ນເນັ້ນໃສການລຸດຜ່ອນການນໍາເຂົ້າສິນຄ້າ ແລະ ເພີ່ມການສົ່ງອອກສິນຄ້າກະສິກໍາ ເພື່ອນໍາເຂົ້າເງິນຕາຕ່າງປະເທດ. ສະນັ້ນ ໂຄງການ ສ້າງສູນຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຊີເພື່ອເກັບຮັກສາຜະລິດຕະພັນກະສິກໍາ (Project for Construction of Technology of R&D Center for Agricultural Storage) ຈຶ່ງຖືໄດ້ວ່າ ເປັນໂຄງການທີ່ມີຄວາມສໍາຄັນໂຄງການນຶງ ເຊິ່ງຈະຊອຍໃນການເກັບຮັກສາຜະລິດຕະພັນກະສິກໍາ ເພື່ອຕຽມສົ່ງອອກໄປຂາຍຢູ່ຕ່າງປະເທດ ແລະ ຈະຊອ່ຍໃນການນໍາເງິນຕາເຂົ້າມາສູ່ ສປປລາວ. ໂຄງການນີ້ ເປັນໂຄງການ ຊ່ວຍເຫຼືອລ້າ ທີ່ເນັ້ນໃສການປັບປຸງວິທະຍາການຫຼັງການເກັບກ່ຽວ ນັບແຕ່ ການຕອບສະໜອງເຄື່ອງປູກ, ເຄື່ອງກ່ຽວ, ໂຮງອົບ, ໂຮງຄັດເມັດພືດ, ພາຮານະຮັບໃຊ້ການຜະລິດ, ສາງເຢັນສໍາລັບເກັບເມັດພືດ ແລະ ຜະລິດຕະພັນພືດ, ການຝືກອົບຮົບສ້າງຄວາມເຂັ້ມແຂງ ເຊິ່ງໂຄງການມີມູນຄ່າທັງໝົດ 7 ລ້ານໂດລາ ສະຫະລັດ ແລະ ຈະໄຊ້ເວລາໃນການຈັດຕັ້ງປະຕິບັດຮ່ວມກັນ 5 ປີ (2023-2027)  ເຊິ່ງແມ່ນ ບໍລິສັດ OFE Co. Ltd ຂອງ ປະເທດ ສ. ເກົາຫຼີ ມີໜ້າທີ່ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.

ໃນຕອນບ່າຍຂອງວັນທີ 16/6/2022 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ OFE Co. Ltd ຂອງ ປະເທດ ສ. ເກົາຫຼີຂຶ້ນ ທີ່ຫ້ອງພະຊຸມສຳນັກສະຖາບັນ, ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້ ລົງນາມໂດຍທ່ານ ອປ ນາງ ໃຈບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາງໜ້າບໍລີສັດ OFE Co, ລົງນາມໂດຍ ທ່ານ Youngcher-Ham, ປະທານ ບໍລິສັດ OFE Co. Ltd, ມີທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.

ໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອເປັນການແບ່ງໜ້າວຽກກັນ ໃນການກະກຽມ ໂຄງການເຊັ່ນ:

  1. ບໍລິສັດ OFE Co. Ltd ຂອງ ປະເທດ ສ. ເກົາຫຼີ ມີໜ້າທີ່ຮັບຜິດຊອບດັ່ງນີ້:

– ຮ່າງບົດສະເໜີໂຄງການຢ່າງລະອຽດ.

– ຊອກຫາ ແລະ ຈັດສັນ ງົບປະມານ ສໍາລັບໃຊ້ຈ່າຍຕ່າງໆ ໃນການກະກຽມ ແລະ ຈັດຕັ້ງປະຕິບັດ ໂຄງການ.

– ປະສານ ແລະ ຊຸກຍູ້ ພາກສ່ວນກ່ຽວຂ້ອງ ຂອງ ສ.ເກົາຫລີ ໃນການອະນຸມັດ ໂຄງການ.

– ເຮັດບົດລາຍງານ ຄວາມຄືບໜ້າ ການກະກຽມ ແລະ ການຈັດຕັ້ງປະຕິບັດໂຄງການ ໃຫ້ພາກສ່ວນກ່ຽວຂ້ອງ ຂອງ ສ.ເກົາຫລີ ແລະ ສປປລາວ ຊາບ ທຸກໆ 3 ເດືອນ, 6 ເດືອນ ແລະ 1 ປີ.

  1. ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີໜ້າທີ່ຮັບຜິດຊອບ ດັ່ງນີ້:

– ຮ່ວມກັບ ບໍລິສັດ OFE Co. Ltd ສະໜອງຂໍ້ມູນທີ່ຈໍາເປັນ ແລະ ຊ່ວຍປັບປຸງບົດສະເໜີໂຄງການໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງ ສປປ ລາວ.

– ກໍານົດ ແລະ ສະໜອງ ພື້ນທີ່ກໍ່ສ້າງໂຄງການທີ່ເໝາະສົມ.

– ຄົ້ນຄວ້າ ແລະ ສະເໜີ ຂໍອະນຸມັດ ຮັບເອົາການຈັດຕັ້ງປະຕິບັດໂຄງການ ຈາກພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ.

– ແຕ່ງຕັ້ງ ພະນັກງານ ແລະ ຈັດສັນຫ້ອງການປະສານງານ ການກະກຽມ ແລະ ຈັດຕັ້ງປະຕິບັດ ໂຄງການ.

– ເຮັດບົດລາຍງານ ຄວາມຄືບໜ້າ ການກະກຽມ ແລະ ການຈັດຕັ້ງປະຕິບັດໂຄງການ ໃຫ້ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ຊາບ ທຸກໆ 3 ເດືອນ, 6 ເດືອນ ແລະ 1 ປີ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ງານຕະຫຼາດນັດນະວັດຕະກຳກະສິກຳ ແລະ ການສົນທະນາ ວັນທີ 30 ພຶດສະພາ – 2 ມິຖຸນາ 2022, ວິທະຍາເຂດສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

IMG_1388

            ໃນວັນທີ 30 ພຶດສະພາ 2022 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດນະຄອນຫຼວງວຽງຈັນ,  ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມມືກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ເປີດງານຕະຫຼາດນັດນະວັດຕະກຳກະສິກຳ ໃນ ສປປ ລາວ ຊຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາຊ່າ ຮາຢັດ ຜູ້ຕາງໜ້າອົງການອາຫາ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ ພາຍໃນງານຈະມີການໂອ້ລົມສົນທະນາ ແລະ ການນໍາສະເຫນີ ຫຼາຍຫົວຂໍ້ເຊັ່ນ:  ນະວັດຕະກໍາກະສິກຳມີທ່າແຮງອັນໃຫຍ່ຫຼວງໃນ ສປປ ລາວ ເພື່ອເພີ່ມລາຍຮັບຂອງຊາວກະສິກອນ, ປັບປຸງຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ແລະ ຊ່ວຍໃຫ້ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ. ຈຸດປະສົງຂອງງານແມ່ນ ເພື່ອເປັນເວທີ ເພື່ອຍົກໃຫ້ເຫັນ ແລະ ແລກປ່ຽນຄໍາຄິດເຫັນ ແລະ ອໍານວຍຄວາມສະດວກໃຫ້ແກ່ການພົວພັນຄູ່ຮ່ວມມື ລະຫວ່າງ ບັນດາພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ຊາວກະສິກອນເຖິງນັກລົງທຶນ ແລະ ຜູ້ວາງນະໂຍບາຍ ເພື່ອສົ່ງເສີມການປະດິດສ້າງ/ນະວັດຕະກຳ ກະສິກໍາ.

IMG_1421 IMG_1434 IMG_1438

ງານຕະຫຼາດນັດຈະດຳເນີນເປັນເວລາ 4 ວັນເຕັມແຕ່ວັນທີ 30 ພຶດສະພາ ຫາ ວັນທີ 2 ມິຖຸນາ, ໂດຍມີພາກສ່ວນກ່ຽວຂ້ອງເຖິງນະວັດຕະກໍາກະສິກຳ ກວ່າ 50 ພາກສ່ວນ, ເປັນຕົ້ນແມ່ນຜູ້ຜະລິດກະສິກຳ, ຜູ້ສະໜອງປັດໃຈກະສິກຳ ແລະ ບັນດານັກທຸລະກິດກະສິກຳ ຈາກທົ່ວປະເທດ ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ. ນີ້ແມ່ນໂອກາດອັນລ້ຳຄ່າ ເພື່ອນຳບັນດາກຸ່ມຊາວກະສິກອນ ແລະ ສະມາຄົມ, ຊາວກະສິກອນຂະໜາດນ້ອຍ ແລະ ບັນດາວິສາຫະກິດກະສິກຳເຂົ້າໃກ້ຜູ້ບໍລິໂພກ. ງານວາງສະແດງຈະມີຮ້ານວາງສະແດງນະວັດຕະກຳກະສິກຳທຸກປະເພດ, ລວມທັງຜະລິດຕະພັນ ແລະ ການບໍລິການ ແລະ ມີການປຶກສາຫາລື ກ່ຽວກັບ ການຮ່ວມມືທີ່ມີທ່າແຮງ ລະຫວ່າງ ບັນດາພາກສ່ວນກ່ຽວຂ້ອງ. ງານຕະຫຼາດນັດເປີດກວ້າງໃຫ້ບຸກຄົນທົ່ວໄປເຂົ້າຮ່ວມ.

ໃນຂະນະດຽວກັນກັບງານຕະຫຼາດນັດ, NAFRI ຍັງຈະເປັນເຈົ້າພາບຈັດລາຍການນຳສະເໜີ ແລະ ໂອ້ລົມສົນທະນາ ໂດຍເນັ້ນໃສ່ການຄົ້ນຄວ້າ ແລະ ພັດທະນານະວັດຕະກຳກະສິກຳ ແລະ ການພັດທະນາຂີດຄວາມສາມາດ. ການສົນທະນາຄັ້ງທຳອິດ ລວມມີບັນດາຄະນະນຳຈາກຫຼາຍພາກສ່ວນກົມທີ່ກ່ຽວຂ້ອງຂອງລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງຊາວກະສິກອນ ເພື່ອແລກປ່ຽນທັດສະນະ ແລະ ປຶກສາຫາລື ກ່ຽວກັບ ວິທີການປັບປຸງນະວັດຕະກຳກະສິກຳຢູ່ ສປປ ລາວ. ການນຳສະເໜີ ແລະ ການສົນທະນາຄັ້ງທີ 2 ແມ່ນແນໃສ່ໃຫ້ຊາວກະສິກອນໜຸ່ມ, ນັກຄົ້ນຄວ້າ, ນັກສຶກສາ ແລະ ຜູ້ປະກອບການ ມີໂອກາດໄດ້ສະເໜີບົດເລື່ອງ ແລະ ສິ່ງທ້າທາຍໃນນະວັດຕະກຳກະສິກຳໃຫ້ແກ່ຜູ້ວາງນະໂຍບາຍ. ການໂຕ້ວາທີ ຂອງ ນັກສຶກສາ ແລະ ການແຂ່ງຂັນ ກ່ຽວກັບ “ວິໄສທັດຂອງພວກເຮົາສໍາລັບການປະດິດສ້າງກະສິກໍາ” ຍັງເປັນຈຸດເດັ່ນຂອງກິດຈະກໍານີ້.

IMG_1836 IMG_1840 IMG_1867-2

ໃນມື້ສຸດທ້າຍຂອງງານ (2 ມິຖຸນາ), NAFRI ຈະເປັນປະທານກອງປະຊຸມສໍາມະນານໍາສະເຫນີຜົນການຄົ້ນຄວ້າໃນຂົງເຂດກະສິກໍາ, ປ່າໄມ້ ແລະ ການພັດທະນາຊົນນະບົດ. ການນໍາສະເຫນີ ແລະ ການປຶກສາຫາລື ແລະ ການສໍາມະນາທັງຫມົດໃນຊ່ວງງານຕະລາດນັດ ແມ່ນເປີດກວ້າງໃຫ້ບຸກຄົນທົ່ວໄປມີສ່ວນຮ່ວມ.

IMG_1968 IMG_2007 IMG_2048 IMG_1984 IMG_2008 IMG_2021 IMG_2059 IMG_2079 IMG_2083

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

 

ພິທີມອບສາຍພັນເຂົ້າດີເດັ່ນທີ່ທົນນ້ຳຖ້ວມ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຊາວນາ ບ້ານເປົ້າໝາຍທີ່ມີຄວາມສ່ຽງກັບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ ແລະ ຈຳປາສັກ

IMG_1023   IMG_0949 IMG_1054

ໃນລະຫວ່າງວັນທີ 18-19 ພຶດສະພາ 2022 ນີ້ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສູນຄົ້ນຄວ້າເຂົ້າ) ແລະ ສູນໂກເປຍ (KOPIA), ສ ເກົາຫຼີ ປະຈຳ ສປປ ລາວ, ໄດ້ມອບແນວພັນເຂົ້າທົນນ້ຳຖ້ວມ ສາຍພັນໃໝ່ ໃຫ້ຊາວນາ ບ້ານເປົ້າໝາຍ ທີ່ມີຄວາມສ່ຽງກັບໄພນ້ຳຖ້ວມໃຫ້ ເມືອງ ຈຳພອນ, ແຂວງສະຫວັນນະເຂດ(ວັນທີ 18) ແລະ ເມືອງຊະນະສົມບຸນ, ແຂວງ ຈຳປາສັກ(ວັນທີ 19) ພາຍໃຕ້ໂຄງການ (ສ້າງໂອກາດໃຫ້ຊາວນາລາວໄດ້ເຂົ້າເຖິງແນວພັນເຂົ້າທີ່ທົນຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອບັນເທົາຜົນເສຍຫາຍທີ່ອາດເກີດຈາກໄພນ້ຳຖ້ວມ ແລະ ການລະບາດຂອງພະຍາດ).

ໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຊິນຈາງໂຮ ຫົວໜ້າ ສູນໂກເປຍ, ສ ເກົາຫຼີ ປະຈຳ ສປປ ລາວ, ມີທ່ານ ຮອງເຈົ້າເມືອງ, ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫົວໜ້າສູນ ພ້ອມດ້ວຍປະຊາຊົນບ້ານເປົ້າໝາຍເຂົ້າຮ່ວມ.

ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ກ່າວວ່າ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີໜ້າທີ່ຫຼັກໃນການຄົ້ນຄວ້າ, ພັດທະນາແນວພັນພືດ ເພື່ອໃຫ້ທົນທານຕໍ່ກັບການປ່ຽນແປງສະພາບແວດລ້ອມ ໂດຍສະເພາະແມ່ນການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ເຊິ່ງເປັນສະບຽງອາຫານຫຼັກຂອງປະຊາຊົນລາວ, ແຕ່ການຈະນຳເອົາແນວພັນໃໝ່ ລົງສູ່ພື້ນທີ່ທຳການຜະລິດນັ້ນ ເຫັນວ່າ ສະຖາບັນຍັງມີຂໍ້ຈຳກັດຫຼາຍດ້ານ ໂດຍສະເພາະງົບປະມານໃນການຜະລິດ ແລະ ການແຈກຢາຍ. ສະນັ້ນ ສະຖາບັນຈຶ່ງໄດ້ຂໍທຶນຈາກສູນໂກເປຍຈາກ ສ. ເກົາຫຼີ ປະຈຳ ສປປ ລາວເພື່ອສ້າງໂຄງການທີ່ມີຊື່ວ່າ: ສ້າງໂອກາດໃຫ້ຊາວນາລາວໄດ້ເຂົ້າເຖິງແນວພັນເຂົ້າທີ່ທົນຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອບັນເທົາຜົນເສຍຫາຍທີ່ອາດເກີດຈາກໄພນ້ຳຖ້ວມ ແລະ ການລະບາດຂອງພະຍາດ.

ຈຸດປະສົງກໍເພື່ອທົດສອບການປັບຕົວ ຂອງແນວພັນທົນນ້ຳຖ້ວມ ທີ່ພັດທະນາຂຶ້ນມາໃໝ່ ໃນພື້ນທີ່ທຳການຜະລິດທີ່ມີຄວາມສ່ຽງກັບໄພນ້ຳຖ້ວມ, ເຊິ່ງເຂົ້າທີ່ນຳມາມອບຄັ້ງນີ້ມີທັງໝົດ 2 ໂຕ່ນ, ມອບໃຫ້ເມືອງຈຳພອນ, ແຂວງສະຫວັນນະເຂດ 1 ໂຕ່ນ, ເຊິ່ງມອບໃຫ້ 2 ບ້ານ ເປົ້າໝາຍຄື: ບ້ານສະຄຶ້ນເໝືອ ແລະ ບ້ານ ວັນຕະນາ, ເມືອງ ຊະນະສົມບູນ, ແຂວງຈຳປາສັກຈຳນວນ 1 ໂຕ່ນ, ມອບໃຫ້ກຸ່ມບ້ານ ຄີລີ ແລະ ກຸ່ມບ້ານ ຄຳຢາດ, ບ້ານລະ 500 ກິໂລກຼາມ ຄອບຄົວລະ 20 ກິໂລກຼາມ, ຄອບຄົວລະ 20 ກິໂລກຼາມ. ເພື່ອປູກໃນເນື້ອທີ່ 1,600 ຕາແມັດ, ເຊິ່ງຄາດຄະເນຈະປູກໄດ້ 16 ຮຕ, ຄາດຈະໄດ້ຮັບຜົນຜະລິດທັງໝົດປະມານ 48 ໂຕ່ນ( 3 ໂຕ່ນ/ຮຕ).

IMG_1073 IMG_1069 IMG_1051 IMG_1042 IMG_1020 IMG_0928

ພາບ-ຂ່າວ: ຈັນທະສອນ ມະນີວົງ ສູນຊໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos)

           IMG_0517IMG_0305

            ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos) ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງ ໄລຍະທີ VI. ຢູ່ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນວັນທີ 26 ເມສາ 2022ນີ້, ໃຫ້ກຽດເຊັນໂດຍ ທ່ານ ປ.ອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ລໍຣິດ ປາເລນຕິນີ, (ຜູ້ອໍານວຍການ ອົງການ WWF-Laos) ມີບັນດາຫົວໜ້າ/ຮອງສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອເປັນສັກຂີພິຍານໃນການເຊັນບົດບັນທຶກໃນຄັ້ງນີ້.

ທ່ານ ປ.ອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ກ່າວວ່າ: ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ V ໄດ້ປະສົບຜົນສຳເລັດຕາມທີ່ໄດ້ວາງແຜນງົບປະມານສຳລັບ 3 ປີ ແຕ່ ປີ 2018 ຫາ ປີ 2020 ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ 28 ບ້ານ, ໃນ 6 ເມືອງ ແລະ 3 ແຂວງຄື: ແຂວງ ບໍລິຄຳໄຊ, ເຊກອງ ແລະ ສາລະວັນ ໂດຍການຮ່ວມມືຈາກຫລາຍພາກສ່ວນ ໂດຍສະເພາະພາກລັດຕັ້ງແຕ່ຂັ້ນສູນກາງ, ແຂວງ, ເມືອງ, ບ້ານ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ແມ່ນຂອງລັດ ແລະ ພາກສ່ວນ ອຶ່ນໆ.ໃນນັ້ນ, ໂຄງການ ໄດ້ເຮັດສຳເລັດ  ວຽກງານຄຸ້ມຄອງຈັດສັນປ່າຫວາຍ ແລະ ໄມ້ປ່ອງ ໃນທຳມະຊາດໃຫ້ມີຄວາມຍືນຍົງ ໄດ້ 30.573 ເຮັກຕາ.

ການສືບຕໍ່ຮ່ວມມື ໃນໄລຍະ 2 ປີ (2022-2023) ລະຫວ່າງ NAFRI ແລະ ອົງການ WWF-Laos ພາຍໃຕ້ໂຄງການໄລຍະທີ VI ດັ່ງກ່າວ ແມ່ນຈະຮ່ວມຈັດຕັ້ງປະຕິບັດ 4 ວຽກງານຫຼັກ ໃນພື້ນທີ່ໂຄງການ ທີ່ກວມເອົາ 3 ແຂວງຄື: (ແຂວງ ບໍລິຄໍາໄຊ, ສາລະວັນ ແລະ ເຊກອງ) ໃນ 7 ເມືອງ, ກວມເອົາ 30 ບ້ານ ທີ່ຈະໄດ້ຮັບຜົນປະໂຫຍດ ຕໍ່ກິດຈະກໍາ ຂອງໂຄງການ, ລວມມີ:

ການສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍການຄຸ້ມຄອງແບບຍືນຍົງ ເຂດເນື້ອທີ່ປ່າໄມ້ທໍາມະຊາດ; ສົ່ງເສີມຄວາມຖືກຕ້ອງຕາມລະບຽບກົດໝາຍ ຂອງຕ່ອງໂສ້ການສະໜອງຫວາຍ ແລະ ໄມ້ປ່ອງ ເພື່ອຄວາມຍືນຍົງ; ສະໜັບສະໜູນການປັບໂຕຂອງຊຸມຊົນ ໂດຍຜ່ານວິຖີຊີວິດການເປັນຢູ່ ໃຫ້ອີງໃສ່ການປ່ຽນແປງຂອງລະບົບນິເວດ ແລະ ສະພາບດິນຟ້າອາກາດ; ສະໜັບສະໜູນຕໍ່ການຄົ້ນຄວ້າ ແລະ ປະເມີນຕ່ອງໂສ້ມູນຄ່າເພີ່ມ ຂອງຫວາຍ ໃນ ລາວ, ແລະ ກິດຈະກໍາອື່ນໆ. ເຊິ່ງໃຫ້ທຶນສະໜັບສະໜູນໂດຍຜ່ານ ອົງການ WWF-Laos ຈາກ IKEA ແລະ SIDA ເພື່ອຈັດຕັ້ງປະຕິບັດກິດຈະກໍາໂຄງການຈົນຮອດທ້າຍເດືອນທັນວາ 2023 ດ້ວຍງົບປະມານ 321,800 ດອນລາ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ແລະ ການຮ່ວມມືກັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄງການ ໃຫ້ປະສົບຜົນສໍາເລັດ ລະຫວ່າງຄູ່ຮ່ວມງານຫຼັກ ຂອງໂຄງການ ເປັນຕົ້ນແມ່ນ ພະແນກກະສິກໍາ ແລະ ປ່າໄມ້ ທັ້ງ 3 ແຂວງ ທີ່ນອນຢູ່ໃນໂຄງການ, ສະຖາບັນ NAFRI, ອົງການ WWF-Laos ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ທີ່ໄດ້ເຂົ້າຮ່ວມ ແລະ ຮັບຮອງເອົາກິດຈະກໍາໂຄງການ ເພື່ອໄປຈັດຕັ້ງປະຕິບັດ, ກອງປະຊຸມໄດ້ສິ້ນສຸດໃນເວລາ 12:00 ຂອງວັນດຽວກັນ.

IMG_0493 IMG_0504 IMG_0510 IMG_0514

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ນາງ ຂັນທະມາລາ ຈັນທະລັງສີ ຮອງຫົວໜ້າສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI FAO KOPIA laCSA MEKARN Mekong Agriculture Research Network nafri SAMIS TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການກະສິກຳ ແລະ ປ່າໄມ້ ການຊັບພະຍາກອນທຳມະຊາດ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ພິທີປ່ອຍປາ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ພູມອາກາດ ວັນປ່ອຍປາ ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ອຸຕຸນິຍົມ ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Mar 25, 2023 - Sat
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com