ນ້ຳມັດ ແລະ ນ້ຳເນີນ ແຂວງ ຊຽງຂວາງ ແລະ ຫົວພັນ
ການລົງສຶກສາຊີວະວິທະຍາ ແລະ ເກັບຕົວຢ່າງປາ ເຂດແມ່ນ້ຳໂມ້, ນ້ຳມັດ ແລະ ນ້ຳເນີນ ແຂວງ ຊຽງຂວາງ ແລະ ຫົວພັນ
ການສຶກສາຊະນິດປາຢູ່ໃນສປປລາວ ແມ່ນໄດ້ເລີ່ມມາໄດ້ຫລາຍປີເຊິ່ງມີຫຼາຍພາກສ່ວນ ແລະ ຫຼາຍຊ່ຽວຊານຊີວະວິທະຍາເຂົ້າມາສຶກສາ. ທ່ານ ໂມຣິກ ກົດເທີລັດ (Maurice Kottelat) ຊ່ຽວຊານຊີວະວິທະຍາປາ ເປັນຜູ້ໜຶ່ງ ທີ່ໄດ້ເຂົ້າມາສຶກສາປາແຕ່ປີ 1996, ທ່ານໄດ້ຂຽນປື້ມຊະນິດປາຢຸ່ໃນລາວ ອອກມານຳໃຊ້ໃນປີ 2001 ປື້ມດັ່ງກ່າວແມ່ນໄດ້ຮ່ວມກັບກົມລ້ຽງສັດ ແລະ ການປະມົງ, ສູນຄົ້ນຄວ້າ ການປະມົງ ແລະ ພາກສ່ວນສຶກສາສິ່ງແວດລ້ອມໃນການສ້າງເຂື່ອນຫຼາຍແຫ່ງໃນຊຸມປີ 1999 ແຕ່ຂໍ້ມູນສ່ວນໃຫຍ່ໃນປື້ມເປັນຊະນິດປາທີ່ມີຢູ່ໃນແມ່ນ້ຳຂອງ ແລະ ແມ່ນໍ້າສາຂານໍ້າຂອງ. ມາຮອດປະຈຸບັນຍັງມີບາງຂໍ້ມູນກ່ຽວກັບຊະນິດປາຢູ່ໃນບາງພາກບາງແມ່ນ້ຳຂອງລາວ ຍັງບໍ່ທັນໄດ້ສຶກສາເຊັ່ນ: ນ້ຳໂມ້, ນ້ຳມັດ ແລະ ນ້ຳເນີນ ເຊິ່ງນອນໃນແຂວງຊຽງຂວາງ ແລະ ແຂວງ ຫົວພັນ ເຊິ່ງແມ່ນ້ຳດັ່ງກ່າວ ເປັນແມ່ນ້ຳທີ່ໄຫຼໄປສູ່ວຽດນາມ ເຊິ່ງອາດມີຊະນິດປາທີ່ແຕກຕ່າງກັບແມ່ນ້ຳຂອງ ແລະ ແມ່ນ້ຳສາຂານ້ຳຂອງ. ຈຸດປະສົງຂອງການລົງຄັ້ງນີ້ ແມ່ນເພື່ອສຶກສາຄວາມຫຼາກຫຼາຍທາງຊີວະວິທະຍາ ແລະ ເກັບຕົວຢ່າງປາ, ເຂດແມ່ນ້ຳໂມ້, ນ້ຳມັດ ແລະ ນ້ຳເນີນ ແຂວງຊຽງຂວາງ ແລະ ແຂວງຫົວພັນ. ການລົງສຶກສາໃນຄັ້ງນີ້ອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ເລກທີ 0440/ສກປພ. ລົງວັນທີ 24 ເມສາ 2023. ໃນລະຫວ່າງວັນທີ 04 ເມສາ-15 ພຶດສະພາ 2023, ມີ ທ່ານ ຖາວອນ ພົມມະວົງ ວິຊາການ ຈາກສູນຄົ້ນຄວ້າການປະມົງ ພ້ອມຊ່ຽວຊານ 1 ທ່ານ ໄດ້ລົງປະສານກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ, ຂະແໜງລ້ຽງສັດ ແລະ ການປະມົງ ແລະ ສົມທົບກັບພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ຂອງ ເມືອງໝອກ ແລະ ເມືອງຄຳ ລົງສຳຫຼວດ ແລະ ເກັບຕົວຢ່າງຕາມແມ່ນ້ຳ ແລະ ສາຂາແມ່ນ້ຳ ທີ່ກ່າວມາຂ້າງເທິງນັ້ນ.
ຜ່ານການລົງສຳຫຼວດ 19 ຈຸດ ຢູ່ໃນ 15 ບ້ານ 2 ເມືອງ (ມ. ໝອກ ແລະ ມ. ຄຳ) ຂອງແຂວງ ຊຽງຂວາງ ແລະ ຫົວພັນ ສາມາດພົບປາຫຼາຍກ່ວາ 36 ຊະນິດ ໃນ 12 ຄອບຄົວ, ເຊິ່ງຕົວຢ່າງປາຈະໄດ້ນໍາໄປປຽບທຽບວິໄຈໃນຫ້ອງທົດລອງ ແລະ ເກັບຮັກສາ, ຢູ່ປະເທດ ສະວິດເຊີແລນ, ຄາດວ່າທ້າຍປີ 2023 ຈະສຳເລັດໃນການປຽບທຽບວິໄຈ. ຈຸດດີ: ການລົງສຳຫຼວດໃນຄັ້ງນີ້ແມ່ນໄດ້ໄປຕາມແຜນການທີ່ວາງໄວ້, ທຸກພາກສ່ວນຈາກທ້ອງຖິ່ນໄດ້ຕ້ອນຮັບ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ. ຂໍ້ຫຍູ້ງຍາກ ແລະ ແນະນຳ: ຍ້ອນຈຸດລົງສຳຫຼວດເປັນເຂດພູສຸງຊັນຫ່າງໄກຈາກແຂວງ ແລະ ເປັນຊ່ວງລະດູຝົນ. ດັ່ງນັ້ນ, ຈິ່ງເສຍເວລາໃນການເດີນທາງ, ພົບຄວາມຫຍູ້ງຍາກໃນການຕິດຕໍ່ພົວພັນກັບອຳນາດການປົກຄອງບ້ານ ແລະ ຊາວບ້ານໃນແຕ່ລະຈຸດທີ່ລົງສຳຫລວດ ເພາະເປັນລະດູການຜະລິດກະສິກຳ.
ໂດຍ: ຖາວອນ ພົມມະວົງ, ສູນຄົ້ນຄວ້າການປະມົງ