ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ
ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ
ກອງປະຊຸມເປີດໂຄງການ “ພັດທະນາຄວາມສາມາດໃນລະບົບກະສິກຳຮ່ວມສຳພັນ: ການຜັນຂະຫຍາຍກອບເວທີກະສິກໍາເຂດຮ້ອນ” Developing Capacities in Agricultural Innovation Systems (DCAIS): Scaling-up Tropical Agriculture Platform Framework (TAP-AIS), TAP-FAO DeSIRA (GCP/GLO/017/EC), ເຊິ່ງສະໜັບສະໜູນໃຫ້ ການຈັດຕັ້ງປະຕິບັດແຜນງານ Tropical Agriculture Platform (TAP) Action Plan 2018-2021, ໄດ້ຈັດ ຂຶ້້ນໃນວັນທີ 20 ພະຈິກ ປີ 2020 ທີໂຮງແຮມ ຄຮາວພລາຊ່າ, ນະຄອນຫຼວງວຽງຈັນ.
ໂຄງການ TAP-AIS ເປັນໂຄງການລະດັບໂລກ ແມ່ນສະໜັບສະໜູນນະວັດຕະກໍາກະສິກໍາ ເພື່ອເພີ້ມປະສິດທິພາບ, ສາມາດແຂ່ງຂັນ, ມີຄວາມທົນທານຕໍ່ເຫດ ການທີ່ເກີດຂື້ນຢ່າງກະທັນຫັນ ຫຼື ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ປະກອບສ່ວນເຂົ້າ ໃນການຄໍ້າປະກັນສະບຽງ ອາຫານ ແລະ ໂພສະນາການ, ການພັດທະນາເສດຖະກິດ ຫຼືທ ການຄຸ້ມຄອງຊັບພະຍາກອນ ທໍາມະຊາດທີ່ມີຄວາມຍືນຍົງ. ສຳລັບການຈັດຕັ້ງປະຕິບັດໂຄງການ TAP-AIS ຢູ່ ສ ປປ ລາວ (2020-2023) ແມ່ນປະກອບສ່ວນໂດຍກົງຕໍ່ຜົນໄດ້ຮັບ 2 ຄື: ລະບົບກະສິກໍາຮ່ວມສໍາພັນ (AIS) ໃນລະດັບປະເທດໄດ້ຮັບການປະເມີນ, ຄວາມຕ້ອງການໃນການພັດທະນາຄວາມສາມາດໄດ້ຖືກລະບຸ ແລະ AIS ມີຄວາມເຂັ້ມແຂງ.
ກອງປະຊຸມມີໄດ້ຈັດຂື້ນໂດຍມີຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນພື້ນຖານ ໃຫ້ແກ່ການຈັດຕັັ້ງປະຕິບັດໂຄງການຢ່າງມີປະສິດທິຜົນ, ສ້າງຄວາມເຂົ້າໃຈ ໃຫ້ກັບບັນດາກົມ, ອົງການ ແລະ ສະຖາບັນແຫ່ງຊາດ ທີ່ກ່ຽວຂ້ອງ ທີ່ີມີບົດບາດສຳຄັນ ໃນຂະບວນການພັດທະນາລະບົບກະສິກຳ ຮ່ວມສຳພັນ ໃນສປປລາວ, ໂດຍໃຫ້ກຽດເປັນປະທານຮ່ວມກອງປະຊຸມ ຂອງທ່ານ ປອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ອິນປອນ ແສນຄໍາຕີ, ຜູ້ຕາງໜ້າສະຫະພາບເອີຣົບ ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳລາວ. ມີຜູ້ເຂົ້າຮ່ວມທັງໝົດ 46 ທ່ານ, ເປັນຍິງ: 11 ທ່ານ, ຈາກ 10ອົງກອນ, ກົມອ້ອມຂ້າງກະຊວງ,: ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, INGO, NGO, ເຄືອຄ່າຍຊາວກະສິກອນ, ຊາວກະສິກອນ/ຜູ້ຜະລິດ, ແລະ ຜູ້ປະກອບການພາກເອກະຊົນ.
ກອງປະຊຸມດັ່ງກ່າວຍັງໄດ້ມີການປຶກສາຫາລື ຜົນການປະເມີນເບື້ຶຶອງຕົ້ນຂອງ AIS ຂອງ ສປປ ລາວ, ແລກປ່ຽນປະສົບການໃນການຈັດຕັ້ງຜ່ານມາຂອງໂຄງການ ພັດທະນາຄວາມສາມາດໃນລະບົບກະສິກໍາຮ່ວມສໍາພັນ ຫຼື CDAIS ແລະ ແຜນການຈັດຕັ້ງປະຕິບັດໂຄງການ TAP-AIS.
ໂຄງການ TAP-AIS ຈະໄດ້ຖືກຈັດຕັ້ງປະຕິບັດ ຢູ່ໃນລະດັບໂລກ, ພາກພື້ນ ແລະ ລະດັບປະເທດ ຢູ່ໃນ 9 ປະເທດ. 3 ປະເທດຢູ່ໃນທະວີບອາຊີ (ກໍາປູເຈ່ຍ, ສປປ ລາວ ແລະ ປາກິດສະຖານ), 5 ປະເທດຢູ່ໃນທະວີບ ອັຟຣິກາ (ບູກີນາຟາໂຊ, ອີຣິເທຍ, ມາລາວີ, ຣູວັນດາ ແລະ ຊີເນເກລ) ແລະ 1 ປະເທດຢູ່ໃນ ລາຕີນອາເມລິກາ (ໂຄລັມເບຍ) ເຊິ່ງເລີ້ມແຕ່ປີ ສິງຫາ 2019 ເຖິງ ກໍລະກົດ 2024.
ດຍ: ປອ. ພອນວິໄລ ສີນະວົງ ແລະ ພັດຊະນີ ພຸດທະວົງ, ພະແນກແຜນການ ແລະ ຮ່ວມມື