ນະຄອນຫຼວງວຽງຈັນ

ພິທີປິດ ໂຄງການ ພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ

IMG_4798IMG_4754 IMG_4823

          ການຜະລິດພືດຜັກໃຫ້ເປັນສິນຄ້າ ສ່ວນໃຫຍ່ແມ່ນ ຊາວກະສິກອນຂະໜາດນ້ອຍເປັນຜູ້ຈັດຕັ້ງປະຕິບັດ, ມີຫຼາຍປັດໃຈ ທີ່ມີຜົນກະທົບທາງດ້ານປະລິມານຜົນຜະລິດ, ຄຸນນະພາບ, ແລະ ຄວາມປອດໄພທາງດ້ານ ຜົນຜະລິດພືດຜັກ ເປັນຕົ້ນ, ການຕອບສະໜອງທາງດ້ານຜົນຜະລິດ ບໍ່ພຽງພໍຕໍ່ຄວາມຕ້ອງການ ການບໍລິໂພກໃນລະດູຝົນ, ຄຸນນະພາບຜົນຜະລິດຍັງບໍ່ທັນໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດ ເນື່ອງຈາກ ຄວາມຮູ້ ແລະ ເຕັກນິກ ທາງດ້ານການຜະລິດຍັງຕໍ່າ, ສະນັ້ນສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ມີການຮ່ວມມື ແລະ ສະໜັບສະໜູນ ຈາກ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນຊົນນະບົດ ສ. ເກົາຫລີ(KRC) ຈໍານວນ 3,478,260 ໂດລາສະຫະລັດ ຫຼື 4,000,000,000 ວອນ ໂຄງການຈະຖືກຈັດຕັ້ງປະຕິບັດໃນ 4 ປີ (2019 – 2022)  ເພື່ອຊ່ວຍການຄົ້ນຄວ້າ, ພັດທະນາ ເຕັກນິກການຜະລິດທີ່ເໝາະສົມ, ເພື່ອຊ່ວຍ ເພື່ອຜົນຜະລິດ, ປັບປຸງຄຸນນະພາບ ແລະ ຄວາມປອດໄພ ຜະລິດຕະພັນຜັກ, ນອກນັ້ນ ຍັງຊ່ວຍ ໃນການແນະນໍາການເຂົ້າເຖີງຕະຫຼາດ ຂອງຊາວກະສິກອນ, ການພັດທະນາຄວາມອາດສາມາດຂອງ ຊາວກະສິກອນ, ຜູ້ປະກອບການ, ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ແມ່ນນອກໃນກິດຈະກໍາຂອງໂຄງການ, ນອກນັ້ນ, ການສ້າງສ່ວນສາທິດ ແລະ ຄອບຄົວຕົວແບບ, ບ້ານຕົວ,  ເຊີ່ງຄາດໝາຍຂອງໂຄງການ ຈະຊ່ວຍແກ້ໄຂບັນຫາການຜະລິດພືດຜັກຂອງຊາວສິກອນ ໃຫ້ມີຄວາມຢືນຢົງ, ເພີ່ມລາຍຮັບໃຫ້ຊາວກະສີກອນ, ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ, ແລະ ພັດທະນາຄວາມສາມາດໃຫ້ຊາວກະສິກອນ ໃນການແຂ່ງຂັນ. ແລະ ເປັນການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ທີ່ ສະໜັບສະໜູນ ວາລະແຫ່ງຊາດຂອງ ລັດຖະບານ.

ໃນວັນທີ່ 29 ທັນວາ 2022 ນີ້ໄດ້ມີພິທີປິດ ໂຄງການ ພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ ໂດຍ ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ     ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ໂດຍມີການເຂົ້່າຮ່ວມຈາກທ່ານ Dr . Jung Young Soo, ເອກອັກຄະທູດ ສ.ປ ເກົາຫຼີ ປະຈໍາລາວ,  ທ່ານ  Dr. Park YEONGUK, Head of office of KRC  ປະທານ ໂຄງການ KRC ປະຈໍາລາວ (Korea Rural Community Corporation),  ທ່ານ ສຈ ປອ ລີ ດົງຈີນ ປະທານ ບໍລິສັດ ໄດກ້າ ຜູ້ຈັດຕັ້ງປະຕິບັດ ໂຄງການໃນ ສປປ ລາວ Prof. Lee, Dong Jin, Present of DICA (Dankook Institute of International Cooperation on Agriculture)  ແລະ ຫົວໜ້າສະຖາບັນ ຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທນາຊົນນະບົດ,  ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າພະແນກ, ເຈົ້້າເມືອງ, ຫົວໜ້າສູນ ແລະ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ນັກຄົ້ນຄວ້າ ແລະ ຊາວກະສິກອນໃນເຂດເປົ້າໝາຍຂອງໂຄງການເຂົ້້າຮ່ວມຫຼາຍກວ່າ 40 ທ່ານ. ເຊິງຈຸດປະສົງແມ່ນ ມອບຕຶກອາຄານ-ໂຄງລ່າງພື້ນຖານ, ວັດຖຸອຸປະກອນຕ່າງໆ ໃຫ້ກັບລັດຖະບານລາວ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ບໍລິຫານ ແລະ ຈັດການໃນການຄຸ່ມຄອງ-ນໍາໃຊ້ເພື່ອໃຫ້ເກີດປະໂຫຍດສູງສຸດໃຫ້ແກ່ຊາວກະສິກອນ ແລະ ປະເທດຊາດ ໂດຍການກວ່າມອບໂດຍ ທ່ານ ຕ່າງໜ້າ ເອກອັກຄະທູດ ສ.ປ ເກົາຫຼີໃຕ້ ປະຈໍາລາວ ແລະ ຮັບໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ໃນຕອນທ້າຍຂອງກອງປະຊຸມ  ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ກ່າວຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງລັດຖະບານ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຫວັງຢ່າງຍິ່ງວ່າພວກທ່ານຈະສືບຕໍ່ໃຫ້ການຮ່ວມື, ຊ່ວຍເຫຼືອປະເທດພວກເຮົາຕື່ມອີກໃນອະນາຄົດ.

IMG_4748IMG_4778IMG_4811  IMG_4786 IMG_4771 IMG_4769 IMG_4758 IMG_4869 IMG_4885 IMG_4895 IMG_4907 IMG_4915

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ຂະແໜງງານຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ການສໍາຫຼວດການຜະລິດພືດຜັກຂອງຄອບຄົວຕົວແບບຢູ່ 4 ບ້ານ ເປົ້າໝາຍ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ

WhatsApp Image 2022-09-05 at 09.04.40 WhatsApp Image 2022-09-05 at 09.04.48

         ໃນລະຫວ່າງວັນທີ 17-30 ສິງຫາ 2022 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບຊ່ຽວຊານທາງດ້ານພືດຜັກຂອງໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ທີ່ມາຈາກປະເທດເກົາຫຼີ ໄດ້ລົງໄປສໍາຫຼວດການຜະລິດພຶດຜັກຂອງຄອບຄົວຕົວແບບຢູ່ 4 ບ້ານເປົ້າໝາຍເຊັ່ນ: ບ້ານ ບ້ານຫົວຫ້າ, ບ້ານທ່າແຂກ, ບ້ານຊາຍຟອງເໜືອ ແລະ ບ້ານສິມມະໂນໃຕ້ ເຊິ່ງມີຈຸດປະສົງ ເພື່ອໃຫ້ຮູ້ເຖິ່ງສະພາບການຜະລິດພຶດຜັກ, ການຈັດການທາງດ້ານເຕັກນິກການປູກ, ການກຽມດິນ, ການໃຫ້ນໍ້າ, ການໃສ່ຝຸ່ນ, ບັນຫາ ແລະ ຂໍ້ຈໍາກັດໃນການຜະລິດເພື່ອຊອກຫາວິທີແກ້ໄຂຊ່ວຍຊາວກະສິກອນ ໃນການເພີ່ມປະສິດທິພາບໃນການຜະລິດ ໂດຍສະເພາະການປູກໃນລະດູຝົນ.

ຜົນຈາກການຈັດຕັ້ງປະຕິບັດ ເຫັນວ່າບ້ານເປົ້າໝາຍທີ່ທາງໂຄງການໄດ້ຄັດເລືອກນັ້ນແມ່ນມີເງື່ອນໄຂ ແລະ ປັດໃຈຫຼາຍດ້ານທີ່ເໝາະສົມໃນການຜະລິດພືດຜັກເປັນສິນຄ້າ ເຊັ່ນ: ພື້ນທີ່ການຜະລິດຢູ່ເຂດຊານເມືອງ, ມີເສັ້ນທາງຄົມມະນາຄົມສະດວກ, ພື້ນທີ່ການຜະລິດຍັງມີຄວາມອຸດົມສົມບູນຂອງດິນດີ, ການນໍາໃຊ້ສານເຄມີຍັງມີໜ້ອຍ, ຊາວກະສິກອນມີພື້ນຖານໃນການຜະລິດພືດຜັກ. ແຕ່ວ່າຍັງພົບວ່າການຕອບສະໜອງຜະລິດຕະພັນພືດຜັກໃຫ້ຕະຫຼາດພາຍໃນແຂວງຍັງບໍ່ພຽງພໍໂດຍສະເພາະໃນລະດູຝົນ ເຊິ່ງເຫັນໄດ້ຈາກການນໍາເຂົ້້າຜະລິດຕະພັນພືດຜັກຈາກຕ່າງແຂວງ ແລະ ຕ່າງປະເທດເປັນຈໍານວນຫຼາຍໃນແຕ່ລະປີ ແລະ ຈາກການສໍາພາດຊາວກະສິກອນໃນພື້ນທີ່ເປົ້າໝາຍ ຍັງພົບວ່າຊະນິດພືດຜັກທີ່ເປັນທ່າແຮງທີ່ສາມາດສ້າງລາຍຮັບໃຫ້ຊາວກະສິກອນ ແມ່ນມີຈໍານວນ 7 ຊະນິດ ຄື: ຜັກບົ່ວແບ່ງ, ຜັກຫອມປ້ອມ, ຜັກເຊີນາລີ້, ຜັກຊີ, ຜັກສະຫຼັດ, ໝາກເລັ່ນ, ໝາກເຜັດ ແລະ ຖົ່ວຝັກຍາວ ຈາກທ່າແຮງທີ່ຊີ້ໃຫ້ເຫັນນັ້ນ, ຊາວກະສິກອນກໍ່ຍັງຊີ້ໃຫ້ເຫັນເຖິງບັນຫາ ແລະ ຂໍ້ຈໍາກັດໃນການຜະລິດ ເຊັ່ນ: ຄວາມຮູ້ຄວາມສາມາດທາງດ້ານເຕັກນິກການປູກທີ່ສາມາດຫຼຸດຕົ້ນທຶນການຜະລິດ ແລະ ເພິ່ມຜົນຜະລິດ, ການຈັດການເລືອງພະຍາດ-ແມງໄມ້, ການຈັດການນໍ້າ ແລະ ເຕັກນິກການປູກຜັກໃນຊ່ວງລະດູຝົນ, ພື້ນທີ່ບາງບ່ອນກໍ່ຍັງມີຄວາມສ່ຽງຕໍ່ນໍ້າຖ້ວມຂັງໃນຊ່ວງລະດູຝົນ ແລະ ພຶ້ນທີ່ການຜະລິດຂອງບາງຄອບຄົວແມ່ນບໍ່ສາມາດຜະລິດໄດ້ໃນຊ່ວງລະດູຝົນ.

WhatsApp Image 2022-09-05 at 09.04.47 WhatsApp Image 2022-09-05 at 09.04.46 WhatsApp Image 2022-09-05 at 09.04.45 WhatsApp Image 2022-09-05 at 09.04.41

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄຫມ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ພິທີມອບແນວພັນເຂົ້າ ສາຍພັນໃໝ່ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນິບົດ ແລະ ກຸ່ມຊາວນາບ້ານ ໂພນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

IMG_1341

ໃນຕອນບ່າຍຂອງວັນທີ 27 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(ສູນຄົ້ນຄວ້າເຂົ້າ) ແລະ ສູນໂກເປຍ (KOPIA), ສ. ເກົາຫຼີ ປະຈຳ ສປປ ລາວ ໄດ້ມອບແນວພັນເຂົ້າສາຍພັນໃໝ່ ທີ່ມີຊື່ວ່າ: BIO2 ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າໝາຍຄື: ບ້ານໂນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຊິນຈາງໂຮ, ຜູ້ອຳນວຍການສູນໂກເປຍ (KOPIA), ສ. ເກົາຫຼີ ປະຈຳ ສປປ ລາວ ແລະ ທ່ານ ນາງ ສີພັນ ຈັນດາລາ ນາຍບ້ານ ບ້ານ ໂພນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ມີທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ,ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍທີມງານຈາກສູນຄົ້ນຄວ້າເຂົ້າ ແລະ ຊາວນາກຸ່ມເປົ້າໝາຍ ເຂົ້າຮ່ວມ ຈຳນວນ 15 ຄົນ.

ໃນໂອກາດນີ້ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັນທະນາຊົນນະບົດ ກໍໄດ້ກ່າວ ເປີດພະທີ ພ້ອມທັງກ່າວຈຸດປະສົງ ເຊິ່ງໃຫ້ຮູ້ວ່າ: ເຂົ້າທີ່ນໍາມາ ມອບໃນຄັ້ງນີ້ເປັນສາຍພັນທີ່ໄດ້ ຮັບການປັບປຸງພັດທະນາຂຶ້ນມາ ໃໝ່ ເພື່ອໃຫ້ຊາວນານໍາໃຊ້ທົດ ສອບກັບການປັບໂຕຕໍ່ສະພາບ ພື້ນທີ່ທີ່ເຮັດການຜະລິດຕົວຈິງ. ເຂົ້າທີ່ນຳມາມອບໃນຄັ້ງນີ້ມີຈຳນວນທັງໝົດ 300 ກິໂລກຣາມ, ມອບໃຫ້ 20 ຄອບຄົວ, ຄອບຄົວລະ 15 ກິໂລກຼາມ. ເຂົ້າສາຍພັນນີ້ມີ 5 ຄຸນລັກສະນະເດັ່ນຄື: ທົນນໍ້າຖ້ວມ, ມີກິ່ນຫອມ, ທົນຕໍ່ພະຍາດຄໍຮວງ ເນົ່າ, ທົນພະຍາດເຂົ້າໃບແຫ້ງ ແລະເຮັດໄດ້ທັງນາປີ ແລະ ນາແຊງ.
ຈາກນັ້ນ, ທ່ານ ນາງ ປອ ໃຈ ບຸນພະນຸໄຊ ກໍ່ໄດ້ມີຄໍາເຫັນ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນຜົນກະທົບທີ່ ເກີດຈາກໄພນໍ້າຖ້ວມໃນປີ 2019 ທີ່ຜ່ານມາ ເຊິ່ງທົ່ວປະເທດລາວ ເຮົາໄດ້ຮັບຜົນກະທົບຢ່າງໜັກ. ດັ່ງນັ້ນ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ຂໍທຶນຈາກສູນ ໂກເປຍ ເພື່ອນໍາມາພັດທະນາແນວພັນເຂົ້ານີ້ ເພື່ອຄໍ້າປະກັນສະບຽງອາຫານໃຫ້ແກ່ຊາວນາ ເພື່ອ ເປັນການທົດລອງການທົດສອບຕໍ່ກັບ ສະພາບນໍ້າຖ້ວມຂອງແນວພັນເຂົ້າ ໃໝ່ນີ້ ແລ້ວຈຶ່ງນໍາໄປປັບປຸງແກ້ໄຂຕື່ມອີກ ເພື່ອກຽມປ່ອຍແນວພັນອອກສູ່ພື້ນຖານການຜະລິດໃນອະນາຄົດ.

IMG_1308 IMG_1303 IMG_1302

ພາບ-ຂ່າວ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ຝຶກອົບຮົມທາງດ້ານເຕັກນິກການຜະລິດພືດຜັກເພື່ອເປັນສີນຄ້າ ໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານສິມມະໂນໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

WhatsApp Image 2022-04-07 at 08.35.37 (1)

ຂ່າວໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

          ໃນວັນທີ່ 6 ເມສາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜະລິດເຕັກນິກການຜະລິດພືດຜັກເປັນສິນຄ້າ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທ່ານ ບຸນຖົມສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊັນ ສູນຄົ້ນຄວ້າພືດຜັດ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດ ແລະ ຊາວກະສິກອນກຸມຜະລິດພືດຜັກ ບ້ານສິມມະໂນໃຕ້ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 12 ທ່ານ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄຸ່ຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຊຽວຊານຈາກປະເທດເກົາຫຼີ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດທາງດ້ານເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ, 2). ປຶກສາຫາລື ແລະ ວາງແຜນການຜະລິດເພື່ອເຊື້ອມໂຍງກັບຕະຫຼາດ ແລະ ການມີສ່ວນຮ່ວມຂອງຜູ້ປະກອບການ. 3). ການລົງຢ້ຽມ ແລະ ແລກປ່ຽນຄວາມຮູ້ຢູ່ໃນພື້ນທີ່ການຄົ້ນຄວ້າໂຕຈິງຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ປະກອບມີ 3 ພາກ ຄື: (1). ພາກທິດສະດີ ນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບົດບາດ ແລະ ໜ້າທີຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ການອະນຸລັກແຫຼ່ງເຊື້ອພັນພືດ, ເຕັກນິກການປັບປຸງພັນພືດຜັກ, ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ເຕັກນິກການເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດໂດຍສະເພາະໃນຊ່ວງລະດູຝົນ, ເຕັກນິກການຈັດການລະບົບການໃຫ້ນໍ້າແກ່ພືດຜັກທີ່ເໝາະສົມ, ເຕັກນິກການປູກຜັກປະເພດກິນໃບ, ເຕັກການປູກຜັກປະເພດກິນໝາກ ແລະ ເຕັກນິກການປູກຜັກກິນຫົວ, (2). ພາກປະຕິບັດໂຕຈິງນັກສໍາມະນາກອນໄດ້ປະຕິບັດກ່ຽວກັບການຄິດໄລ່ຕົ້ນທຶນການຜະລິດ, ການຈໍາແນກຊະນິດພືດຜັກ ແລະ ການຄັດເລືອກພືດຜັກສໍາລັບການປູກໃນເຮືອນຮົ່ມ ແລະ ເຕັກນິກການຂະຫຍາຍແນວພັນຜັກບົວແບ່ງ ແລະ  (3). ການລົງໄປຢ້ຽມຢາມ ແລະ ແລກປ່ຽນຄວາມຮູ້ ແລະ ປະສົບການຢູ່ໃນພື້ນທີ່ການຄົ້ນຄວ້າທົດລອງຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໝາກ ເຊັນ ພື້ນທີ່ການຄັດເລືອກແນວພັນໝາກເລັ່ນ, ການຄັດແນວພັນໝາກເຜັດ ແລະ ການຄັດເລືອກແນວພັນໝາກແຕງ. ນອກຈາກນັ້ນໄດ້ມີການປຶກສາຫາລື, ວາງແຜນການຜະລິດຜັກ ແລະ ການເຊື່ອມໂຍງກັບຕະຫຼາດໂດຍການມີສວນຮ່ວມຂອງຜູ້ປະ ກອບການ. ການຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ຈາກການແລກປ່ຽນທາງດ້ານປະສົບການໃນການຈັດຕັ້ງປະຕິບັດໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນຈຸດດີ, ຈຸດອອນ, ໂອກາດ ແລະ ອຸປະສັກ ຂອງການຜະລິດພືດຜັກຢູ່ພາຍໃນພື້ນຂອງຕົນເອງ, ເຊິ່ງນັກສໍາມະນາກອນສ່ວນໃຫຍ່ຈະໃຫ້ຂໍ້ຄິດເຫັນເປັນສຽງດຽວກັນວ່າການຜະລິດພືດຜັກຍັງມີບັນຫາ ແລະ ຂໍ້ຈໍາກັດຢູ່ຫຼາຍດ້ານ ເຊັນ: ຕົ້ນທຶນການຜະລິດສູງ, ຄວາມບໍ່  ແໜ່ນອນຂອງຕະຫຼາດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາການລະບາດຂອງພະຍາດ ແລະ ແມງໄມ້, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ.

WhatsApp Image 2022-04-07 at 08.35.38 (1) WhatsApp Image 2022-04-07 at 08.35.38 WhatsApp Image 2022-04-07 at 08.35.37 WhatsApp Image 2022-04-07 at 08.35.37 (2) WhatsApp Image 2022-04-04 at 10.27.10 (1) 67o7o hrtj

ການຖ່າຍທອດຄວາມຮູ້ທາງດ້ານເຕັກນິກການຜະລິດພືດຜັກເພື່ອເປັນສີນຄ້າໃຫ້ກຸ່ມຊາວກະສິກອນ ບ້ານທ່າແຂກ ແລະ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

IMG_0052IMG_0019

 

 

 

 

 

ໃນວັນທີ່ 18 ມີນາ 2022, ທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດຝຶກອົບຮົມເພື່ອຖ່າຍທອດໃນການນໍາໃຊ້ເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດພືດຜັກເປັນສິນຄ້າ, ການວາງແຜນກິດຈະກໍາຮ່ວມກັບກຸ່ມຜະລິດຜັກ ບ້ານ ທ່າແຂກ ແລະ ບ້ານ ຊາຍຟອງເໜືອ ເຊິງນອນໃນບ້ານເປົ້າໝາຍຂອງໂຄງການ ເພື່ອເຊື່ອມໂຍງການຜະລິດ ແລະ ການຕະຫຼາດໂດຍການນໍາໃຊ້ ເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດພືດຜັກເປັນສິນຄ້າ ໂດຍການເປັນປະທາຂອງ ທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ການເປັນປະທານຮ່ວມຂອງ ທ່ານ ບຸນຖົມ ສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ, ຊາວກະສິກອນໃນ 2 ບ້ານເປົ້າໝາຍຂອງໂຄງການ ແລະ ນັກວິຊາການຂອງສູນເຂົ້າຮ່ວມທັງໝົດ 50 ທ່ານ.  

ສໍາລັບເປົ້າໝາຍຈັດຝຶກອົບຮົມແລກປ່ຽນບົດຮຽນໃຫ້ຊາວກະສິກອນໃນຄັ້ງນີ້ແມ່ນ ເພື່ອຖ່າຍທອດຄວາມຮູ້ກ່ຽວກັບເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ, ໂດຍການນໍາໃຊ້ໂນໂລຊີການຜະລິດພືດຜັກ, ເຕັກນິກຫລັງການເກັບກ່ຽວທີ່ດີໃນການເພີ່ມຜົນຜະລິດ, ຮັກສາຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຜັກ, ການເຂົ້າເຖີງຕະຫຼາດຂອງຊາວກະສິກອນ, ແລະ ຫຼຸດການສູນເສຍຜົນຜະລິດຫຼັງການເກັບກ່ຽວ, ນອກຈາກນັ້ນຊ່ວຍໃນການພັດທະນາຄວາມອາດສາມາດຂອງຊາວກະສິກອນ, ຜູ້ປະກອບການ, ພະນັກງານ, ນັກສຶກສາ ທາງດ້ານການຜະລິດພືດຜັກໃຫ້ເປັນສິນຄ້າ.

ໃນການດໍາເນີນຝຶກອົບຮົມໃນພາກເຊົ້າແມ່ນໄດ້ແບ່ງອອກເປັນ 2 ກຸ່ມໃນການ ປຶກສາຫາລື ແລະ ແລກປ່ຽນບົດຮຽຮ່ວມກັນ, ກຸ່ມຊາວກະສິກອນ ບ່ານທ່າແຂກ ແມ່ນໄດ້ຮັບຟັງການບັນຍາຍທາງດ້ານການຄົ້ນຄວ້າເຕັກນິກ ແລະ ແນວພັນ ໂດຍການນໍາສະເໜີຂອງ ທ່ານ ພັດທະນາ ແສງອຸ່ນແກ້ວ ວິຊາການຂອງສູນ, ຮັບຊົມວິດີໂອການພັດທະນາແນວພັນຜັກ, ຜະລິດພືດຜັກໃນລະບົບເຮືອນຮົ່ມ, ການກໍ່ສ້າງລະບົບຮົ່ມ ແລະ ໄດ້ສົນທະນາຖາມຕອບລະຫວ່າງຊາວກະສິກອນ ແລະ ວິຊາການຂອງສູນຢ່າງຝົດຟື້ນ. ສໍາລັບ ກຸ່ມຊາວກະສິກອນ ບ້ານຊາຍຝອງເໜຶອ ແມ່ນໄດ້ຮັບຟັງການບັນຍາຍ ແລະ ສົນທະນາກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ແລະ ການເຊື່ອມໂຍງເຖິງການຕະຫຼາດ ໂດຍທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າຂະແໜງງານຄົ້ນຄວ້າພືດຜັກ ແລະ ທ່ານ ອປ ລີ ອັງໂຮ ຊ່ຽວຊານຂອງໂຄງການ ພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກໃນເຂດເມືອງຫາດຊາຍຟອງເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ປະຈໍາລາວ ຫຼັງຈາກໄດ້ຮັບຟັງທາງດ້ານທິດສະດີແລ້ວກໍ່ໄດ້ລົງເບິ່ງພື້ນທີ່ຕົວຈິງໃນການພັດທະນາແນວພັນຂອງໂຄງການ ເຊິງໄດ້ຮັບຄວາມສົນໃຈຈາກຊາວກະສິກອນເປັນຈໍານວນຫຼາຍ.

ໃນພາກບ່າຍແມ່ນໄດ້ພັດປ່ຽນກັນບັນຍາຍ ແລະ ສົນທະນາຮ່ວມກັນ, ກຸ່ມຊາວກະສິກອນ ບ່ານຊາຍຟອງເໜືອ ແມ່ນໄດ້ຮັບຟັງການບັນຍາຍທາງດ້ານການຄົ້ນຄວ້າເຕັກນິກ ແລະ ແນວພັນ ໂດຍການນໍາສະເໜີຂອງ ທ່ານ ພັດທະນາ ແສງອຸ່ນແກ້ວ ວິຊາການຂອງສູນ, ຮັບຊົມວິດີໂອການພັດທະນາແນວພັນຜັກ, ຜະລິດພືດຜັກໃນລະບົບເຮືອນຮົ່ມ, ການກໍ່ສ້າງລະບົບຮົ່ມ ແລະ ໄດ້ສົນທະນາຖາມຕອບລະຫວ່າງຊາວກະສິກອນ, ສວນກຸ່ມຊາວກະສິກອນ ບ່ານທ່າແຂກ ແມ່ນໄດ້ຮັບຟັງການບັນຍາຍ ແລະ ສົນທະນາກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ແລະ ການເຊື່ອມໂຍງເຖິງການຕະຫຼາດ ໂດຍທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າຂະແໜງງານຄົ້ນຄວ້າພືດຜັກ ແລະ ທ່ານ ອປ ລີ ອັງໂຮ ຊ່ຽວຊານຂອງໂຄງການ KRC ປະຈໍາລາວ ແລະ ລົງຢ່ຽມຢາມພື້ນທີ່ທີ່ການພັດທະນາແນວພັນຂອງໂຄງການທີ່ເປັນທ່າແຮງເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ.

ບັນຍາກາດຂອງການຝຶກອົບຮົມໃນຄັ້ງນີ້ເປັນໄປດ້ວຍຄວາມຝົດຟື້ນຜົນໂດຍນັກສໍາມະນາກອນແມ່ນໄດ້ຮັບຝັງການບັນຍາຍຖ່າຍທອດຄວາມຮູ້ຈຈາກນັກວິຊາການຂອງສູນໂດຍຜ່ານຮູບແບບການນໍາສະເໜີ ແລະ ວິດີໂອເພື່ອໃຫ້ຊາວກະສິກອນໄດ້ເຂົ້າໃຈເຖິງເຕິກນິກ, ວິທີການຕ່າງໆໃນການຜະລິດພືດຜັກໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບ, ເຊິງຊາວກະສິກອນໄດ້ພັດປ່ຽນກັນສົນທະນາ, ຖາມ-ຕອບກ່ຽວກັບເຕັກນິກ, ແນວພັນທີ່ຈະນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າໃນພື້ນທີ່ຂອງເຂົາເຈົ້າ. ກາາຖ່າຍທອດຄວາມຮູ້ໂດຍຜ່ານການຝຶກອົບຮົມ, ໃຫ້ຊາວກະສິກອນ 2 ກຸ່ມບ້ານ: ບ້ານທ່າແຂກ, ບ້ານຊາຍຟອງເໜຶອ ແມ່ນໄດຮັບຜົນສໍາລັດອັນຈົບບງາມ, ຊາວກະສິກອນມີຄວາມພ້ອມໃນການຈັດຕັ້ງປະຕິດບັດກິດຈະກໍາ ແລະ ເຂົ້າໃຈກ່ຽວກັບ ການນໍາໃຊ້ເຕັກນິກ, ເຕັກໂນໂລຊີ ແລະ ທີ່ ເໝາະສົມເຂົ້າໃນການຜະລິດພືດຜັກໃຫ້ເປັນ, ຝຶກອົບຮົມໄດ້ອັດລົງໃນຕອນແລງຂອງວັນດັ່ງກ່າວດ້ວຍໝາກຜົນອັນຈົບງາມ ແລະ ມີຄຸນນະພາບ.

IMG_9971 IMG_0070 IMG_0107 IMG_0090IMG_0068

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Dec 8, 2023 - Fri
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com