ຊາວໜຸ່ມ
ຄະນະ ຊປປລ ຮາກຖານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບ ຊປປລ ຮາກຖານຫ້ອງການກະຊວງກະສິກຳ ແລະ ປ່າໄມ້ສ້າງຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດ
ຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການລະຫວ່າງ ຄະນະ ຊປປລ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວໄດ້ຈັດຂື້ນໃນວັນທີ 15 ກໍລະກົດ 2020 ທີ່ຫ້ອງປະຊຸມສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ ໃນເວລາ 13:00 ໂມງ. ໂດຍການເປັນປະທານຂອງ ສະຫາຍ. ບຸນຈັນ ກົມບຸນຍະສິດ ຮອງເລຂາຄະນະບໍລິຫານງານ ຊປປລ ກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ. ມະໂນລັກ ບຸນສີຫາລາດ ເລຂາ ຄະນະ ຊປປລ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສະຫາຍ. ວົງສະຫວັນ ວົງໄກສອນ ເລຂາ ຄະນະ ຊປປລ ຮາກຖານຫ້ອງການກະຊວງກະສິກຳ ແລະ ປ່າໄມ້. ນອກນັ້ນຍັງມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະໜ່ວຍ ແລະ ສະມາຊິກ ຊປປລ ທັງສອງຮາກຖານກໍ່ໄດ້ເຂົ້າຮ່ວມຈຳນວນທັງໝົດ 46 ສະຫາຍ.
ຈຸດປະສົງໃນການສ້າງຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການໃນຄັ້ງນີ້ແມ່ນເພື່ອເປັນການ ແລກປ່ຽນບົດຮຽນທາງດ້ານວິຊາການ ໃນການພັດທະນາກະສິກຳ ໄລຍະໃໝ່ຂອງຊາວໜຸ່ມ ໃຫ້ມີຄວາມເຂັ້ມແຂງພ້ອມທັງເປັນການ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະພັກກະຊວງ ແລະ ກອງປະຊຸມໃຫຍ່ ຂອງຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ທີ່ຈະໄຂຂື້ນໃນໄວໆນີ້ໃຫ້ມີຄວາມຟົດຟື້ນເຕັມໄປດ້ວຍຄວາມໝາຍຄວາມສຳຄັນຢ່າງເລິກເຊີ່ງ. ການສ້າງຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການໃນຄັ້ງນີ້ໄດ້ມີການນຳສະເໜີບັນດາເຕັກນິກການຜະລິດກະສິກຳທັງໝົດ 5 ຫົວຂໍ້ຈາກຄະນະ ຊປປລ ຮາກຖານ ສກປພ 3 ຫົວຂໍ້ ແລະ 2 ຫົວຂໍ້ ຈາກຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ ດັ່ງນີ້:
- ໂອກາດແລະທ່າແຮງໃນການຜະລດິຖາ່ນຂາວເປັນສິນຄ້າຂອງສປປລາວ ນຳສະເໜີໂດຍ: ຊປປລ ຮາກຖານ ສກປພ
- ເຕັກນິກການປູກໝາກແຕງເມລອນ ນຳສະເໜີໂດຍ ຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ
- ຫອມທ່າດອກຄຳ 8 ເຂົ້າໜຽວແນວພັນໃໝ່ ນຳສະເໜີໂດຍ ຊປປລ ຮາກຖານ ສກປພ
- ເຕັກນິກການປະສົມພັນທຽມປາດຸກ ນຳສະເໜີໂດຍ: ຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ
- ສຶກສາການໃຫ້ອາຫານເສີມໃນການທອມງົວ ນຳສະເໜີໂດຍ ຊປປລ ຮາກຖານ ສກປພ
ພາຍຫຼັງການນຳສະເໜີບັນດາເຕັກນິກຕ່າງໆສຳເລັດແລ້ວໄດ້ມີການສົນທະນາແລກປ່ຽນບົດຮຽນກັນຢ່າງເປັນຂະບວນຟົດຟື້ນຈາກ ບັນດາຜູ້ເຂົ້າຮ່ວມ ພ້ອມກັນນັ້ນຍັງໄດ້ ຢ້ຽມຊົມບັນດາກິດຈະກຳແລະ ປະຫວັດຄວາມເປັນມາຂອງສູນພັດທະນາ ແລະ ບໍລິການດ້ານການກະເສດກະເສດຫ້ວຍຊອນ – ຫ້ວຍຊົ້ວ.
ການໃນຄັ້ງນີ້ສາມາດຕິລາຄາໄດ້ວ່າ ບັນດານັກສຳມະນາກອນຜູ້ເຂົ້າຮ່ວມທັງສອງຝ່າຍແມ່ນ ໃຫ້ຄວາມຄວາມສົນໃຈຕໍ່ບັນດາບົດນຳສະເໜີຕ່າງໆ ຊື່ງສະແດງອອກໃນການສົນທະນາຖາມຕອບ ແລະ ໄດ້ມີການປຶກສາຫາລືກັນໃນການຈັດສຳມະນາແລກປ່ຽນບົດຮຽນດ້ານວິຊາການໃນຄັ້ງຕໍ່ໄປ ເພາະມັນເປັນການນຳເອົານັກວິຊາທາງດ້ານການຄົ້ນຄວ້າ ແລະ ນັກວິຊາການພັດທະນາສົ່ງເສີມ ມາແລກປ່ຽນກັນໃຫ້ເຫັນແລະເຂົ້າໃຈຂອງທັງສອງວຽກງານໄດ້ຫຼາຍຂື້ນ. ຈາກນັ້ນຄະນະຈັດຕັ້ງກໍ່ໄດ້ຂື້ນກ່າວຄຳຂອບໃຈ ແລະ ປິດກອງປະຊຸມສຳມະນາແລກປ່ຽນບົດຮຽນດ້ານວິຊາການໃນເວລາ 17:20 ໂມງ.
ໂດຍ: ສຸລິວົງ ກອງມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ຮູບພາບໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້