ຂ່າວ
ກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ
ໃນລະຫວ່າງວັນທີ 28-29/07/2021 ໄດ້ມີການຈັດກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ ເຊິ່ງໄດ້ຈັດຢູ່ 2 ບ່ອນ ວັນທີ 28/07/2021 ຢູ່ຫ້ອງປະຊຸມບ້ານຊໍາອໍ້ ເມືອງຈອມເພັດ ພາຍໃຕ້ການເປັນປະທານຂອງທ່ານ ສອນເພັດ ພົງສຸທິ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຈອມເພັດ ຊື່ງມີຜູ້ເຂົາຮ່ວມທັງໝົດ 35 ທ່ານ ຍີງ 13 ທ່ານ ແລະ 29/07/2021 ຢູ່ຫ້ອງປະຊຸມສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ເມືອງຊຽງເງີນ ໂດຍການເປັນປະທານຂອງທ່ານ ປອ ບູນທັນ ແກ້ວບົວລະພາ ຫົວໜ້າສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ຊື່ງມີຜູ້ເຂົາຮ່ວມທັງໝົດ 29 ທ່ານ ຍີງ 11 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງການສຶກສາ ທີ່ໄດ້ຈັດຕັ້ງປະຕິ ບັດຢູ່ 2 ຈຸດຢູ່ແຂວງຫຼວງພະບາງຄືື: ຢູ່ບ້ານຊໍາອໍ້ ເມືອງຈອມເພັດ ແລະ ຢູ່ບ້ານຫ້ວຍໂຄດ ເມືອງຊຽງເງີນ ແຂວງຫຼວງພະບາງ ນອກນັ້ນກໍເປັນການເຜີຍແຜ່ ແລະ ນໍສະເໜີແຜນວຽກງານລະອຽດຂອງໂຄງການສຶກສາຄົ້ນຄວ້າໃນຄັ້ງນີ້ ສູ່ຂະແໜງການຂອງລັດຂັ້ນແຂວງ, ຂະແໜງການປົກຄອງອ້ອມຂ້າງເມືອງທີ່ກ່ຽວຂ້ອງ ແລະ ບ້ານອ້ອມຂ້າງທີ່ໄດ້ດໍາເນີນກີດຈະກໍາໃນຄັ້ງນີ້.
ໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດ ນໍ້າຢູ່ເຂດພູດອຍ ເປັນໂຄງການຮ່ວມມືຄົ້ນຄວ້າລະຫວ່າງ ສູນຄົ້ນຄວ້າການປະມົງ ແລະ ສະຖານບັນຄົ້ນຄວ້າ ແລະ ພັດທະນາປານໍ້າຈືດ ຂອງປະເທດກໍາປູເຈັຽ ໂດຍໄດ້ຮັບທືນສະໝັບສະໝູຈາກ ສະຖາບັນສິ່ງເວດລ້ອມສະຕອກໂຮມ, ປະເທດສະວີເດັນ ຊຶ່ງໄດ້ເຊັນຮັບເອົາໂຄງການຄັ້ງວັນທີ່ 16/03/2020 ລະຫວ່າງ ຫົວໜ້າ ສະຖາບັນສິ່ງເວດລ້ອມສະຕັອກໂຮມ ປະຈໍາພາກພື້ນອາຊີ ແລະ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄລຍະຈັດຕັ້ງປະຕິບັດໂຄງການແມ່ນ 3 ປີ.
ໂຄງການນີ້ິ້ ແມ່ນຈະໄດ້ທົດລອງ ສ້າງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນສັດນໍ້າ ທຽມຢູ່ ແຂວງ ຫລວງພະບາງ, ສປປ ລາວ ແລະ ແຂວງ ພະວິຫານ, ປະທດກໍາປູເຈັຽ. ຈຸດປະສົງຫລັກ ຂອງການສຶກສາຄັ້ງນີ້ ກໍ່ເພື່ອເປັນການສະຫນອງນໍ້າ ແລະ ສ້າງເຂດທີ່ປອດໄພ ເພື່ອເອື້ອອໍານວຍໃຫ້ສັດນໍ້າ ມີບ່ອນລີ້ຊ່ອນ ແລະ ແຫລ່ງຂະຫຍາຍພັນ ທີ່ຈໍາເປັນ ສໍາລັບປະສົມພັນ ແລະ ອະນຸບານລູກສັດນໍ້າ. ເນື່ອງຈາກວ່າເຂດພູດອຍ ແມ່ນມັກຈະຂາດນໍ້າ ໃນເວລາສັດນໍ້າຕ້ອງການເພື່ອຂະຫຍາຍພັນ, ສະນັ້ນ ຂຸມທຽມທີ່ຈະສ້າງຂື້ນນີ້ ຈະຊ່ວຍກັກເກັບນໍ້າ ແລະ ເປັນບ່ອນລີ້ຊ້ອນທີ່ປອດໄພ ສໍາຫລັບສັດນໍ້າ ເພື່ອວາງໄຂ່ ກ່ອນທີ່ຈະຖືກ ປະຊາຊົນຈັບໄປເປັນອາຫານ ແລະ ຂາຍໃນຕະຫລາດ. ໄດ້ມີການຄາດຄະເນໃວ້ວ່າ ຂຸມທຽມ ທີ່ຈະສ້າງຂື້ນນີ້ ນອກຈາກຈະເປັນບ່ອນຢູ່ອາໄສຂອງສັດນໍ້າແລ້ວ, ຍັງຈະເປັນແຫລ່ງນໍ້າ ໃຫ້ແກ່ສັດລ້ຽງ ປະເພດງົວ-ຄວາຍ ກິນໃນລະດູແຫລ້ງອີກດ້ວຍ.
ສະເຫຼີມພອນ ຈັນທະວົງ ສູນຄົ້ນຄວ້າການປະມົງ