ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ
ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ
ກ້ວຍເປັນພືດໜຶ່ງທີສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແຕ່ຜົນຈາກການສຶກສາຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນປິ 2019 ຢູ່ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງສານະຄາມ ແຂວງວຽງຈັນ ພົບວ່າຊາວກະສິກອນສ່ວນໃຫຍ່ທີ່ທໍາການຜະລິດກ້ວຍແມ່ນໄດ້ຂາຍຜົນຜະລິດໃນຮູບແບບວັດຖຸດິບເຮັດໃຫ້ມີກໍາໄລຕໍ່າ ປະມານ 20 ເປີເຊັນຂອງມູນຄ່າເພິ່ມ (ເສັ້ນສະແດງ 2). ແລະ ຍັງເຫັນໄດ້ວ່າການແປຮູບກ້ວຍຕາກເປັນທາງເລືອກໜຶ່ງທີ່ຈະສາມາດເພິ່ມມູນຄ່າຂອງຜະລິດຕະພັນກ້ວຍໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ຈີ່ງໄດ້ຄົ້ນຄວ້າທົດລອງ ແລະ ນໍາເອົາເຕັກໂນໂລຊີການແປຮູບກ້ວຍຕາກ ແລະ ນໍາໄປຈັດຕັ້ງປະຕິບັດຮ່ວມກັບຊາວກະສິກອນ ຢູ່ບ້ານປາກມີ້, ບ້ານໂນນສະຫວັນ ແລະ ບ້ານນາປາຜາ ເມືອງສານະຄາມ ແຂວງວຽງຈັນ ຈໍານວນ 10 ຄອບຄົວ.
ເສັ້ນສະແດງ 1: ຕ່ອງໂສ້ມູນຄ່າເພິ່ມຂອງຜະລິດຕະພັນກ້ວຍຕາກ
ໃນວັນທີ 23 ກໍລະກົດ 2021 ທິມງານຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຶ່ງໄດ້ຈັດຝຶກອົບຮົບທາງດ້ານເຕັກນິກການແປຮູບກ້ວຍໃຫ້ແກ່ພະນັກງານວິຊາການ ແລະ ຊາວກະສິກອນກຸ່ມແປຮູບຜະລິດຕະພັນກ້ວຍຢູ່ ບ້ານປາກມີ ເມືອງສານາຄາມ ແຂວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ ເຊິ່ງມີຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສານາຄາມ, ຊາວກະສິກອນກຸ່ມແປຮູບກ້ວຍບ້ານປາກມີ, ບ້ານຕາກແດດ, ບ້ານສານາຄາມ ບ້ານໂນນສະຫວັນ ແລະ ຄູຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຸດປະສົງຂອງການຝຶກໃນຄັ້ງນີ້ແມ່ນ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍ ເພຶ່ອຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜະລິດຕະພັນກ້ວຍ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງໂປສເຕີ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບຜົນສໍາເລັດຂອງການຄົ້ນຄວ້າ ແລະ ການພັດທະນາເຕັກນິກການແປຮູບກ້ວຍເພື່ອສ້າງມູນຄ່າເພິ່ມ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບັນຫາ ແລະ ຜົນກະທົບຂອງການຜະລິດກ້ວຍ, ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງກ້ວຍພັນພືນເມືອງລາວ, ການອະນຸລັກກ້ວຍພັນພື້ນເມືອງລາວ, ເຕັກນິກການກໍ່ສ້າງເຮືອນຕາກ, ເຕັກນິກການແປຮູບກ້ວຍຕາກແດດໃຫ້ມີຄຸນນະພາບສູງ, ເຕັກນິກການເກັບຮັກສາຜະລິດຕະພັນກວຍຕາກ ແລະ ເຕັກນິກການຫຸ້ມຮໍ່ເພື່ອເພິ່ມຄວາມໜ້າສົນໃຈຂອງຜະລິດຕະພັນກ້ວຍ. ພາກປະຕິບັດໂຕຈິງຜູ້ເຂົ້າຮ່ວມໄດ້ຈັດຕັ້ງປະຕິ ບັດຂັ້ນຕອນຕ່າງໆ ໃນການແປຮູບກ້ວຍຕາກ ເຊັ່ນ: ການຄັດເລືອກກ້ວຍ, ການປອກ, ການທໍາຄວາມສະອາດ, ການຕາກ,ການໜີບ ແລະ ການຫຸ້ມຮໍ່, ການກໍ່ສ້າງເຮືອນຕາກ ແລະ ນອກຈາກນັ້ນ, ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນປະສົບການທາງດ້ານຕ່າງ ທີ່ຜ່ານມາເຊິ່ງກັນແລະກັນ ຜົນຂອງການສົນທະນາພົບວ່າບັນຫາຂອງການແປຮູບກ້ວຍຕາກ ແດດແມ່ນສະພາບອາກາດເນຶ່ອງຈາກຕ້ອງອາໄສແສງແດດເປັນປັດໃຈສໍາຄັນ ໂດຍສະເພາຊ່ວງລະດູຝົນ, ການເກັບຮັກສາບໍໄດ້ດົນ, ການຫຸ້ມຮໍ່ຍັງເປັນແບບປະຖົມປະຖານບໍນ້າສົນໃຈ, ນໍາໃຊ້ເຕັກນິກຕາມຄວາມຊິນເຄີຍເຮັດໃຫ້ຄຸນນະພາບຂອງຜະລິດຕະພັນບໍໄດ້ດີເທົາທີ່ຄວນ, ຄວາມຕ້ອງການຍັງບໍ່ຫຼາຍ ແລະ ບັນຫາສະເພາະໜ້າຄືການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ປະລິມານການຈໍາໜ່າຍຜະລິດຕະພັນລຸດລົງເທົາໂຕ. ດັ້ງນັ້ນ, ການຝຶກອົບຮົ່ມໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສໍາຄັນ ເຊິ່ງສາມາດເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈຫຼາຍຢ່າງທີມີຄວາມສໍາຄັນ ແລະ ຈໍາເປັນໃນການນໍາໄປໃຊ້ເຂົ້າການຈັດຕັ້ງປະຕິບັດໂຕຈິງ ເພື່ອລຸດຄວາມສຽງ ແລະ ເພິ່ມລາຍຮັບຈາກການແປຮູບໃຫ້ສູງຂຶ້ນ.
ຮູບ: ການເຄືອນໄຫວການຈັດຕັ້ງປະຕິບັດ
ພັດທະນາ ແສງອຸ່ນແກ້ວ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ