ການມອບອຸປະກອນການຜະລິດໃຫ້ກຸ່ມໂຕແບບການທົດສອບນໍາໃຊ້ເຕັກນິກ ແລະ ແນວພັນໃໝ່ດ້ານພືດຜັກ

ການມອບອຸປະກອນການຜະລິດໃຫ້ກຸ່ມໂຕແບບການທົດສອບນໍາໃຊ້ເຕັກນິກ ແລະ ແນວພັນໃໝ່ດ້ານພືດຜັກ

WhatsApp Image 2023-03-01 at 17.30.02 (1) WhatsApp Image 2023-03-01 at 17.30.02 (2) WhatsApp Image 2023-03-01 at 17.30.03

          ພືດຜັກມີບົດບາດຄວາມສໍາຄັນທາງດ້ານທາດອາຫານ, ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນໄດ້ທັງເຂດຊົນນະບົດ ແລະ ເຂດໃກ້ຕົວເມືອງ, ການຜະລິດພືດຜັກເປັນໜື່ງອາຊີບທີ່ມີທ່າແຮງໃນການສ້າງລາຍຮັບເພີ່ມຂຶ້ນໃຫ້ແກ່ຊາວກະສິກອນທີ່ທໍາການຜະລິດ, ສ້າງວຽກເຮັດງານທໍາ ແລະ ການຈ້າງງານ ແລະ ສາມາດເພີ່ມໂອກາດທາງດ້ານການຕະຫຼາດໃນລະດັບພາກພື້ນ ແລະ ລະດັບຊາດ. ແຕ່ວ່າການຜະລິດພືດຜັກຂອງຊາວກະສິກອນນັ້ນແມ່ນມີຫຼາກຫຼາຍບັນຫາທີສົ່ງຜົນຕໍ່ປະລິມານ ແລະ ຄຸນນະພາບຂອງຜົນຜະລິດຜັກ ໂດຍສະເພາະໃນຊ່ວງລະດູຝົນ ເຊັ່ນ:  ຕົ້ນທຶນການຜະລິດພືດຜັກຂ້ອນຂ້າງສູງ ເນື່ອງຈາກປັດໃຈການຜະລິດສ່ວນໃຫ່ຍແມ່ນນໍາເຂົ້າຈາກຕ່າງປະ ເທດ ເປັນຕົ້ນແມ່ນ ຝຸ່ນ, ຢາປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ ທີມີລາຄາເພິ່ມຂື້ນ 3-4 ເທົ່າ, ການຜະລິດມີການສູນເສຍຫຼັງການເກັບກ່ຽວຂ້ອນຂ້າງສູງ 20-50% ເນື່ຶອງຈາກບໍ່ມີສ້າງເຢັນເກັບມ້ຽນ, ຫ້ອງຄັດແຍກຜົນຜະລິດ ແລະ ການຫຸ່ມຮໍ່, ຊາວກະສິກອນທີ່ທໍາການຜະລິດພືດຜັກສວ່ນໃຫຍ່ເປັນຊາວກະສິກອນຂະໜາດນ້ອຍມີທຶນຈໍາກັດ, ຂາດຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການຜະລິດໃຫ້ເປັນສິນຄ້າ ໂດຍສະເພາະການຕອບສະໜອງໃຫ້ແກ່ຜູ້ບໍລິໂພກທາງພາກບໍລິການ ເຊັນ: ຮ້ານອາຫານ, ພັດຕະຄານ, ຮ້ານສະດວກຊື້ ແລະ ຮ້ານຊຸບເປີມາເກດ, ເຊີ່ງເຮັດໃຫ້ຊາວກະສິກອນບໍ່ໄດ້ຮັບຜົນປະໂຫຍດຈາກການຜະລິດເທົ່າທີ່ຄວນ  ເພື່ອເປັນການແກ້ໄຂບັນ ຫາໃຫ້ແກ່ຊາວກະສິກອນໃນອະນາຄົດສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກກໍ່ຄືສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດ ທະນາຊົນນະບົດ ໄດ້ມີການຮ່ວມມືກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກຢູ່ເມືອງຫາດຊາຍຟອງນະ ຄອນຫຼວງວຽງຈັນ (KRC) ໃນການຈັດຕັ້ງກຸ່ມໂຕແບບການທົດສອບນໍາໃຊ້ເຕັກນິກ ແລະ ແນວພັນໃໝ່ດ້ານພືດຜັກ ຢູ່ 4 ກຸ່ມບ້ານ ຄື: ບ້ານຫົວຫ້າ, ທ່າແຂກ, ຊາຍຟອງເໜືອ ແລະ ບ້ານສິມມະໂນໃຕ້ ເມືອງຫາດຊາຍຟອງ, ນະ ຄອນຫຼວງວຽງຈັນ. ເພຶ່ອສ້າງເປັນກຸ່ມຕົວແບບ ຫຼື ພື້ນທີ່ຕົວແບບທາງດ້ານການນໍາໃຊ້ເຕັກນິກ ແລະ ແນວພັນໃໝ່ ເພື່ອການຜະລິດພືດຜັກໃຫ້ເປັນສິນຄ້າ ແລະ ເປັນພື້ນທີ່ໃນການແລກປ່ຽນບົດຮຽນໃຫ້ກຸ່ມ ຫຼື ພາກສ່ວນອື່ນໆ.

ໃນຕອນບ່າຍ ວັນທີ 28 ກຸມພາ 2023 ທີ່ຜ່ານມາຢູ່ກຸ່ມໂຕແບບບ້ານທ່າແຂກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ມອບອຸປະກອນການຜະລິດໃຫ້ກຸ່ມໂຕແບບການທົດສອບນໍາໃຊ້ເຕັກນິກ ແລະ ແນວພັນໃໝ່ດ້ານພືດຜັກ ໃຫ້ 4 ກຸ່ມບ້ານ ຄື: ບ້ານຫົວຫ້າ, ທ່າແຂກ, ຊາຍຟອງ ເໜືອ ແລະ ບ້ານສິມມະໂນໃຕ້ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານມອບຂອງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂດຍມີການເຂົ້າຮ່ວມຂອງທ່ານ ປອ ທອງຄູນສີສະໄພທອງ ຫົວໜ້າໂຄງການ, ທ່ານ ບົວຄໍາ ສີສົງຄາມ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ທ່ານ ຄໍາແກ່ງ ດວງພະຈັນ ຮອງເລຂາພັກເຈົ້າເມືອງຫາດຊາຍຟອງ. ນອກ ຈາກນັ້ນ, ຮອງຫົວໜ້າພະແນກບໍລິຫານ ແລະ ແຜນການ ຂອງສະຖາບັນຄົ້ນ ຄວ້າກະສິກໍາ, ປ່າໄມ້ ແລະ ພັດ ທະນາຊົນນະບົດ, ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຫົວໜ້າຫ້ອງ ການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ, ຜູ້ປະສານງານແຂວງ ເມືອງ, ຕະຫຼາດລາວ ແລະ ຊາວກະສິກອນ 4 ກຸ່ມບ້ານ ເຂົ້າຮ່ວມທັງໝົດ ຈໍານວນ 38 ທ່ານ, ຍິງ 10 ທ່ານ. ອຸປະກອນທີ່ມອບໃນຄັ້ງນີ້ປະກອບມີ ເຮືອນຮົ່ມ ຈໍານວນ 184 ຫຼັງ, ເຮືອນກ້າເບ້ຍ ຈໍານວນ 8 ຫຼັງ, ເຮືອນອະເນກປະສົງ 4 ຫຼັງ ແລະ ລົດໄຖເດີນຕາມ ຈໍານວນ 8 ຄັນ ລວມມູນຄ່າທັງໝົດ 8,536,00,000 ກີບ. ເພື່ອໄປນໍາໃຊ້ເຂົ້າການຈັດຕັ້ງປະຕິບັດ ເພື່ອຍົກລະດັບຂີດຄວາມສາມາດທາງດ້ານຜະລິດພືດຜັກໃຫ້ເປັນສິນຄ້າ ແລະ ມີລາຍຮັບເພິ່ມຂຶ້ນ.

WhatsApp Image 2023-03-01 at 17.30.04 (1) WhatsApp Image 2023-03-01 at 17.30.04 WhatsApp Image 2023-03-01 at 17.30.03 (1) WhatsApp Image 2023-03-01 at 17.30.02 WhatsApp Image 2023-03-01 at 17.30.01 (1)

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI FAO KOPIA laCSA MEKARN Mekong Agriculture Research Network nafri SAMIS TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການກະສິກຳ ແລະ ປ່າໄມ້ ການຊັບພະຍາກອນທຳມະຊາດ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ພິທີປ່ອຍປາ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ພູມອາກາດ ວັນປ່ອຍປາ ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ອຸຕຸນິຍົມ ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Mar 25, 2023 - Sat
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com