ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020
ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020
ກອງປະຊຸມສະຫຼອງຜົນສຳເລັດ 10 ປີ (2009-2020) ຂອງໂຄງການພັດທະນາລະບົບນິເວດຊີວະນາໆພັນເຂດພູດອຍ (TABI) ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກັນຍາ 2020 ທີ່ໂຮງແຮງຄຣາວພາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຣິສຕຽນ ແອງເກີ ຮອງຜູ້ອຳນວນການອົງການເພື່ອການພັດທະນາ ແລະ ຮ່ວມມືປະເທດສະວິດປະຈຳລາວ ພ້ອມດ້ວຍຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ ລິນຄຳ ດວງສະຫວັນ ໄດ້ກ່າວວ່າ: ໂຄງການ TABI ແມ່ນໜຶ່ງໃນໂຄງການຮ່ວມມືທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດສະວິດ ເພື່ອດຳເນີນວຽກງານພັດທະນາ ແລະ ຟື້ນຟູຊີວະນາໆພັນກະສິກຳໃຫ້ມີຄວາມອຸດົມສົມບູນ ແບບຍືນຍົງ ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃນເຂດພູດອຍ ມີຄວາມສຳຄັນຕໍ່ກັບການຜັນຂະຫຍາຍຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນງານຂອງລັດຖະບານ ທີ່ແນໃສ່ການປົກປັກຮັກສາຟື້ນຟູຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນຊີວະນາໆພັນກະສິກຳທີ່ເປັນທ່າແຮງ ແລະ ແລະ ເອກະລັກທ້ອງຖິ່ນໃຫ້ມີຄວາມຍືນຍົງໃນແຂວງຈຸດສຸມເປົ້າໝາຍຄື: ແຂວງຫຼວງພະບາງ, ຊຽງຂວາງ, ຫົວພັນ ແລະ ຜົງສາລີ ລວມທັງ 9 ແຂວງທີ່ເຮັດການນຳໃຊ້ ຫຼື ປະຕິບັດຂະບວນການ PFALUPAM ໄດ້ຢ່າງມີປະສິດທິຜົນ.
ຕະຫຼອດໄລຍະຜ່ານມາໂຄງການໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານຂອງຕົນຢ່າງຕັ້ງໜ້າ ເປັນຕົ້ນແມ່ນ ການປົກປັກຮັກສາຟື້ນຟູຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນຊີວະນາໆພັນກະສິກຳທີ່ເປັນທ່າແຮງ ແລະ ເອກະລັກທ້ອງຖິ່ນໃຫ້ມີຄວາມຍືນຍົງຕາມທິດສີຂຽວ ນອກນັ້ນໂຄງການຍັງໄດ້ເອົາໃຈໃສ່ຜັນຂະຫຍາຍປະຕິບັດຕາມເນື້ອໃນຂອງທິດທາງວຽກງານຈຸດສຸມຢ່າງແຂງແຮງຄື: ການຮ່ວມມືກັບບັນດາອົງການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ມີການວາງແຜນຈັດສັນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ໃນຂອບເຂດບ້ານ-ກຸ່ມບ້ານ ຢ່າງລະອຽດ, ແທບເໝາະກັບສະພາບຕົວຈິງ ແລະ ນຳເອົາວິທີການ PFALUPAM ເຂົ້າຊ່ວຍໃນໂຄງການສຳຄັນອື່ນໆເຊັ່ນ: ປ່າສະຫງວນນ້ຳແອດ-ພູເລີຍ, ໄຟຟ້ານ້ຳເທີນ 2 ພູເບ້ຍມາຍນິງ ແລະ ຫວາຍ-ໄມ້ປ່ອງຂອງໂຄງການ WWF.
ໂຄງການ TABI ຈະສິ້ນສຸດໄລຍະສຸດທ້າຍທີ III ທ້າຍເດືອນກັນຍານີ້ ແຕ່ເຖິງຢ່າງໃດກໍຕາມ ລັດຖະບານລາວ ໃນນາມສະມາສິກພາຄີຂອງສົນທິສັນຍາສາກົນວ່າດ້ວຍຊີວະນາໆພັນ ກໍຈະບໍ່ປ່ອຍໃຫ້ວຽກງານຊີວະນາໆພັນສິ້ນສຸດໄປນຳ ສະນັ້ນພວກເຮົາຈະນຳເອົາບົດຮຽນຈາກປະສົບການ ແລະ ວຽກງານຂອງໂຄງການ ໄປສືບຕໍ່ປະຕິບັດເພື່ອຍົກລະດັບບົດບາດຄວາມສຳຄັນຂອງວຽກງານດັ່ງກ່າວເຂົ້າໃນການຕັດສິນໃຈໃນດ້ານນະໂຍບາຍໃຫ້ພົ້ນເດັ່ນສູງຂຶ້ນ.
ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້