ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ຂອງໜ່ວຍ ກໍາມະບານ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023
ໃນຕອນເຊົ້າຂອງວັນທີ 15/08/2023 ເວລາ 8:00 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ຂອງໜ່ວຍ ກໍາມະບານ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຜູ້ຊີ້ນໍາວຽກ 3 ອົງການຈັດຕັ້ງມະຫາຊົນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ດັດສະກອນ ຫົງສີວິໄລ ປະທານກໍາມະບານ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ເຊິ່ງກອງປະຊຸມມີສະມາຊິກກໍາມະບານເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 10 ສະຫາຍ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະ 1 ປີ ຜ່ານມາ ຂອງສະມາຊິກກໍາມະບານ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະຜ່ານມາ ແລະ ໄດ້ເປີດໂອກາດໃຫ້ແຕ່ລະທ່ານປະກອບຄໍາຄິດຄໍາເຫັນໃສ່ເນື້ອຂອງບົດລາຍງານ ແລະ ກອງປະຊຸມເຫັນດີເປັນເອກະພາບສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະ 1 ປີຜ່ານມາ, ພ້ອມນັ້ນ ປະທານກໍາມະບານຂອງສູນໄດ້ນໍາສະ ເໜີວິທີການຕີລາຄາໃຫ້ຄະແນນແຕ່ລະສະຫາຍ, ຈາກນັ້ນ, ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການຈັດຕັ້ງປະຕິບັດການຕີລາຄາ ແລະ ການໃຫ້ຄະແນນ ໂດຍທ່ານຍັງໄດ້ເນັ້ນຢໍ້າໃຫ້ແຕ່ລະສະຫາຍປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ຍັງໄດ້ເນັ້ນຢໍ້າລາຍລະອຽດເນື້ອໃນຂອງຂໍ້ແຂ່ງຂັນ 5 ເປັນເຈົ້າ ຄື: 1) ເປັນເຈົ້າການຝຶກຝົນຫຼໍ່ຫຼອມ ທາງດ້ານການເມືອງ-ແນວຄິດ, 2) ເປັນເຈົ້າປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, 3) ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ, 4) ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, 5) ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ ເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ໂດຍຕິດພັນກັບການຮ່ວມໃຊ້ຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງບັນດາສະມາຊິກພາຍໃນໜ່ວຍ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະສະຫາຍໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ. ຜົນຂອງການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກທ່ານໄດ້ຮັບຄະແນນ ປະເພດ ດີຫຼາຍ ນອກຈາກນັ້ນກອງປະຊຸມຍັງໄດ້ມອບ ໃບຢັ້ງຢືນ ຂອງສະຫະພັນກໍາມະບານ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນກໍາມະບານ 5 ເປັນເຈົ້າ ປະຈໍາປີ 2021 ໃຫ້ກັບສະມາຊິກກໍາມະບານແຕ່ລະທ່ານ ແລະ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 12 :00 ໂມງ ດ້ວຍໝາກຜົນສໍາເລັດອັນຈົບງາມ.
ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023
ໃນຕອນເຊົ້າຂອງວັນທີ 4/08/2023 ເວລາ 8:30 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ວຽກງານພະນັກງານ – ລັດຖະກອນ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຂອງ ທ່ານ ປອ ທອງຄູນ ສີສະໄພທອງ ຜູ້ປະຈໍາການຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍມີສະຫາຍ ໄພທູນ ມູນເສນາ ຄະນະຮັບຜິດຊອບບັ້ນສໍາຫຼວດກວດກາພັກເຂົ້າຮ່ວມ ເຊິ່ງກອງປະຊຸມມີພະນັກງານ – ລັດຖະກອນເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 6 ທ່ານ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງຂອງພະນັກງານ-ລັດຖະກອນ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.
ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດຂອງສູນ ໃນໄລຍະ 1 ປີຜ່ານມາ, ພ້ອມນັ້ນ ປະທານ ຂອງກອງປະຊຸ່ມໄດ້ນໍາສະ ເໜີວິທີການຕີລາຄາໃຫ້ຄະແນນພະນັກງານແຕ່ລທ່ານ, ຈາກນັ້ນ, ທ່ານ ປອ ທອງຄູນ ສີສະໄພທອງ ຜູ້ປະຈໍາການຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການຈັດຕັ້ງປະຕິບັດການຕີລາຄາ ແລະ ການໃຫ້ຄະແນນ ໂດຍທ່ານຍັງໄດ້ເນັ້ນຢໍ້າໃຫ້ແຕ່ລະທ່ານປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ຍັງໄດ້ເນັ້ນຢໍ້າລາຍລະອຽດເນື້ອໃນຂອງປະເມີນຜົນໂດຍຜ່ານ ມາດຖານ: ຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດ; ຄວາມຮູ້ຄວາມ, ຄວາມສາມາດ ແລະ ປະສົມການ; ຜົນສໍາເລັດໃໃນການປະຕິບັດວຽກງານ ເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ໂດຍຕິດພັນກັບການຮ່ວມໃຊ້ຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງພະນັກງານ-ລັດກອນພາຍໃນສູນ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະທ່ານໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ. ຜົນຂອງການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກທ່ານໄດ້ຮັບຄະແນນ ປະເພດ ດີຫຼາຍ 15 ທ່ານ , ປະເພດດີ 1 ທ່ານ ແລະ ບໍ່ໄດ້ຈັດປະເພດ 1 ທ່ານ (ປີ່ນປົວສຸຂະພາບ) ນອກຈາກນັ້ນກອງປະຊຸມຍັງໄດ້ມອບ ໃບຍ້ອງຍໍ ຂອງລັດຖະມົນຕິ ກະຊວງກະສິກໍາ ແລະ ປ່າໄມ້ ໃນການປະຕິບັດຂໍ້ແຂ່ງຂັນ “3 ເນື້ອໃນ 4 ເປົ້າໝາຍ”ພາຍໃຕ້ຄຳຂວັນ”ຮັບປະກັນໃຫ້ໄວ;ຮັບປະກັນເຮັດໃຫ້ດີ;ຮັບປະກັນເຮັດໃຫ້ຫຼາຍ;ຮັບປະກັນໃຫ້ຖືກກົດໝາຍ”ໄດ້ຮັບຜົນສໍາເລັດເປັນຢ່າງດີປະຈໍາປີ 2020 ຂອງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ກັບພະນັກງານ-ລັດຖະກອນ ແຕ່ລະທ່ານ ແລະ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 12 :30 ໂມງ ດ້ວຍໝາກຜົນສໍາເລັດອັນຈົບງາມ.
ຮຽບຮຽງໂດຍ: ແສງດາລາ ມຸນນະລາດ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກຂອງ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023
ໃນຕອນບ່າຍຂອງວັນທີ 2/08/2023 ເວລາ 13:30 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ຂອງໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສະຫາຍ ພັດທະນາ ແສງອຸ່ນແກ້ວ ເລຂາຊາວໝຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ກອງປະຊຸມມີສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 7 ສະຫາຍ.
ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກໃນໄລຍະ 1 ປີ ຜ່ານມາຂອງສະມາຊິກຊາວໜຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກນໍາສະເໜີວິທີການໃນການຈັດຕັ້ງປະຕິບັດການຕີລາຄາ ແລະ ໃຫ້ຄະແນນແຕ່ລະສະຫາຍ ຂອງສະຫາຍເລຂາໜ່ວຍຊາວໜຸ່ມ ຂອງສູນ ຈາກນັ້ນ, ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການຈັດຕັ້ງປະຕິບັດການຕີລາຄາ ແລະ ການໃຫ້ຄະແນນ ໂດຍທ່ານຍັງໄດ້ເນັ້ນຢໍ້າໃຫ້ແຕ່ລະສະຫາຍປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອສືບຕໍ່ການຈັດຕັ້ງປະຕິບັດບັນດາວຽກງານທີ່ໄດ້ຮັບຜົນສໍາເລັດ ແລະ ປັບປຸງແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ຈາກນັ້ນ, ສະຫາຍ ພັດທະນາ ແສງອຸ່ນແກ້ວ ເລຂາຊາວໝຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງໄດ້ເນັ້ນຢໍ້າ ແລະ ໃຫ້ລາຍລະອຽດເນື້ອໃນຂອງຂໍ້ແຂ່ງຂັນ 4 ບຸກ ຄື: 1) ບຸກດ້ານການເມືອງແນວຄິດ, 2) ບຸກດ້ານຝຶກຝົນຮໍ່າຮຽນ, 3) ບຸກດ້ານການຈັດຕັ້ງ, 4) ບຸກດ້ານວິຊາຊີບ ວຽກເຮັດງານທໍາ ເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ໂດຍຕິດພັນກັບການຮ່ວມໃຊ້ຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງບັນດາສະມາຊິກພາຍໃນໜ່ວຍ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະສະຫາຍໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ. ຜົນຂອງການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກສະຫາຍໄດ້ຮັບຄະແນນ ປະເພດ ແຂງ ແລະ ກອງປະຊຸມໄດ້ປິດລົງໃນເວລາ 17 :00 ໂມງ ດ້ວຍສໍາເລັດອັນຈົບງົບງາມ.
ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ