ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ
ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ
ກອງປະຊຸມຂະແໜງການຍ່ອຍວຽກງານ ຊີວະນາໆພັນກະສິກຳໄດ້ຈັດຂຶ້ນທີ່ ສະໂມສອນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 03 ກໍລະກົດ 2020, ໂດຍການເປັນປະທານຂອງທ່ານ ປອ. ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຈັນທະລາດ ພົງມາລາ ຜູ້ຕາງໜ້າຈາກອົງການ FAO, ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກກົມຕ່າງໆອ້ອມຂ້າງ, ຜູ້ຕາງໜ້າຈາກບັນດາອົງກອນພາກລັດ, ເອກະຊົນ ຜູ້ປະກອບການ ອົງການຈັດຕັ້ງທາງສັງຄົມ ທີ່ກ່ຽວຂ້ອງ ກັບວຽກງານບັນດາຜະລິດຕະພັນຊີວະນາໆພັນ ກະສິກຳ ຈຳນວນທັງໝົດ 67 ທ່ານ.
ການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອເປັນການທົບທວນ ແລະ ສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບ ວຽກງານທາງດ້ານນະໂຍບາຍກະສິກຳສີຂຽວແບບຍືນຍົງ ທີ່ກຳລັງຮ່ວມກັນຈາກຫຼາຍພາກສ່ວນເພື່ອເປັນການປັບປຸ່ງແຜນວຽກງານດັ່ງກ່າວມີຄວາມສົມບູນ ແລະ ຄົບຖ້ວນຂຶ້ນກວ່າເກົ່າ. ມີການນຳສະເໜີຈາກປະສົບການ ບົດຮຽນຈາກບັນດາໂຄງການ ບໍລິສັດ ຜູ້ປະກອບການ ກຸ່ມຊາວກະສິກອນ ເພື່ອມາແລກປ່ຽນບົດຮຽນ ເພື່ອໃຫ້ເຫັນຂອດສະດວກ ຄວາມຫຍຸ້ງຍາກ ຈົນໄປຮອດ ທ່າແຮງ ແລະ ໂອກາດ ຂອງວຽກງານຕ໋ອງໂສ້ການຜະລິດ ຂອງຜະລິດຕະພັນສິນຄ້າຊີວະນາໆພັນກະສິກຳ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ ນຳໃຊ້ ຊີວະນາໆພັນກະສິກຳ ມີຄວາມຍືນຍົງສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນຜູ້ທີ່ດຳລົງຊີວິດ ຕິດພັນກັບຊີວະນາໆພັນໃນທ້ອງຖິ່ນ ພ້ອມຍັງເປັນການປະກອບສ່ວນເຂົ້າໃນແຜນເສດຖະກິດສັງຄົມໃນແຕ່ລະຂັ້ນອີກດ້ວຍ. ສະນັ້ນ ໃນກອງປະຊຸມ ແມ່ນຈະໄດ້ມີການ ປຶກສາຫາລື ແລະ ທົບທວນຂະບວນການບັນດາວຽກງານທີ່ກ່ຽວຂ້ອງ ເຊິ່ງໃນນີ້ກອງປະຊຸມຈຶ່ງໄດ້ເຊີນເອົາບັນດາຜູ້ປະກອບການ ຈາກ 3 ຕົວແບບຜະລິດຕະພັນຊີວະນາໆພັນກະສິກຳ ມາເປັນຕົວຢ່າງໃນການປຶກສາຫາລື ຄື: ກາເຟຫົວພັນ ທີສົ່ງອອກຕ່າງປະເທດໂດຍສະເພາະ ອີຍູ, ຊາປ່າ ກະສິກຳສະອາດ ຜົງສາລີ ສົ່ງອອກໃນເຂດພາກພື້ນ ແລະ ໄຄແຜ່ນຫຼວງພະບາງ ທີຈຳໜ່າຍພາຍໃນ ສ້າງລາຍຮັບອັນຕົ້ນຕໍ່ໃຫ້ກຸ່ມຊາວກະສິກອນຜູ້ເຂົ້າຮ່ວມ. ເຊິ່ງຜົນຂອງກອງປະຊຸມດັ່ງກ່າວແມ່ນຈະເປັນຂໍ້ມູນໜຶ່ງໃນການປະກອບເຂົາໃນບົດລາຍງານໃຫ້ແກ່ກອງປະຊຸມວຽກງານ ຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ທີ່ຈະເປີດຂຶ້ນໃນຂັ້ນຕໍ່ໄປ.
ໃນກອງປະຊຸມຍັງມີການວາງສະແດງ ແລະ ຈຳໜ່າຍຜະລິດຕະພັນ ຂອງກຸ່ມຊາວກະສິກອນ ກໍ່ຄືຜູ້ປະກອບການທີ່ກ່ຽວຂ້ອງ ທີ່ມາຈາກ 20 ພາກສ່ວນ ເຂົ້າຮ່ວມ.
ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້