ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ

IMG_2756

ກອງປະຊຸມ ລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ “Establishment of a Tree Species Master List for Lao PDR” ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສຳນັກສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນວັນທີ 17 ກັນຍາ 2020, ໂດຍການເປັນປະທານຂອງທ່ານ ປອ ໄຊສົງຄາມ ພິມມະສອນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຜູ້ເຂົ້າຮ່ວມ ທັງໝົດ 23 ທ່ານ ຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊີ່ງປະກອບມີ: ພະແນກຄຸ້ມຄອງປ່າຜະລິດ ແລະ ການຂຸດຄົ້ນໄມ້, ພະແນກນິຕິກໍາ ແລະ ມາດຖານເຕັກນິກ ແລະ ກອງສໍາຫຼວດ ແລະ ວາງແຜນປ່າໄມ້ (ກົມປ່າໄມ້), ຫ້ອງການປະສານງານ ແຜນງານປະຕິບັດກົດໝາຍ (ກົມກວດກາປ່າໄມ້), ກົມພາສີ ກະຊວງການເງິນ, ກົມອຸດສະຫະກຳ ແລະ ຫັດຖະກຳ ກະຊວງອຸດສະຫະກໍາ ແລະ ການຄ້າ, ຄະນະວິທະຍາສາດທຳມະຊາດ, ຄະນະວິທະຍາສາດປ່າໄມ້ (ມຊ), ສະຖາບັນຄົ້ນຄວ້ານິເວດ ແລະ ເຕັກໂນໂລຊີຊີວະພາບ, ສູນຄົ້ນຄວ້າວິທະຍາສາດປ່າໄມ້, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ຜະແນກແຜນການ ແລະ ການເງິນ (ສກປພ), ແລະ ຜູ້ຊ່ຽວຊານ ຈາກແຜນງານປະຕິບັດກົດໝາຍ.
ກອງປະຊຸມໃນຄັ້ງນີ້ ແມ່ນດໍາເນີນເປັນເວລາ 2 ວັນ ເຕັມ ໂດຍມີຈຸດປະສົງເປົ້າໝາຍ 2 ຢ່າງຄື: 1.) ເພື່ອລາຍງານໃຫ້ບັນດາແຂກຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖີງຈຸດປະສົງ ເປົ້າໝາຍ ແລະ ໝາກຜົນທີ່ຈະໄດ້ຮັບ ເຊີ່ງຈະດໍາເນີນເປັນເວລາເຄີ່ງວັນ (ຄາບເຊົ້າ) ຂອງວັນທີ 17 ແລະ 2.) ແມ່ນຈະເປັນກອງປະຊຸມປຶກສາຫາລືລົງເລິກດ້ານວິຊາການ ໂດຍຈະ ເນັ້ນໃສ່ການປຶກສາຫາລືກ່ຽວກັບການວາງແຜນກໍານົດໜ້າວຽກ ເວລາ ເປັນອັນລະອຽດ ໃຫ້ສອດຄ່ອງກັບ ແຜນການທີ່ວາງໄວ້ໃນເອກະສານຂອງໂຄງການ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກໍາ ອັນທີ່ຮີບດ່ວນໃນປີ 2020 ໂດຍສະເພາະແມ່ນເປັນເອກະພາບຕໍ່ກັບໂຄງຮ່າງແມ່ບົດລາຍຊື່ຊະນິດພັນໄມ້ ເຊີ່ງດໍາ ເນີນເປັນເວລາ 1 ມື້ເຄີ່ງ.
ກອງປະຊຸມໃນຄັ້ງນີ້ ແມ່ນວາລະໜຶ່ງທີ່ສໍາຄັນ ຂອງໂຄງການສ້າງແມ່ບົດລາຍຊື່ໄມ້ສໍາລັບ ສປປ ລາວ ເຊີ່ງໂຄງການນີ້ ສູນຄົ້ນຄວ້າປ່າໄມ້ ໄດ້ ຂຽນບົດສະເໜີໂຄງການ ຮ່ວມກັບຊ່ຽວຊານຜູ້ອໍານວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນ ແລະ ໄດ້ຮັບການສະໜັບສະໜູນງົບປະມານຈາກແຜນງານປະຕິບັດກົດໝາຍປ່າໄມ້ FAO-EU FLEGT ໂດຍ ຜ່ານແຫຼ່ງທຶນ Direct Assistance (FAO); ໂຄງການນີ້ ມີເປົ້າໝາຍເຮັດວຽກເປັນທີມງານຮ່ວມກັບ ຄະນະວິທະ ຍາສາດປ່າໄມ້, ຄະນະວິທະຍາສາດທໍາມະຊາດ ພາກວິຊາຊີວະສາດ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນນິເວດ ແລະ ເຕັກໂນໂລຊີ່ຊີວະພາບ;
IMG_2740

ດັ່ງທີ່ໄດ້ຮັບຮູ້ກັນແລ້ວວ່າ ສະພາບການນໍາໃຊ້ບັນດາຂໍ້ມູນ ເອກະສານ ບັນຊີລາຍຊື່ຊະນິດພັນໄມ້ ເພື່ອເປັນບ່ອນອີງຕໍ່ກັບການນໍາໃຊ້ຊັບພະຍາກອນປ່າໄມ້ ກໍຄື ການຂຸດຄົ້ນ ການປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນໄມ້ ຂອງ ສປປ ລາວ, ໃນໄລຍະທີ່ຜ່ານມາ ແມ່ນມີການນໍາໃຊ້ແບບພື້ນຖານ ແລະ ມີຂໍ້ຈໍາກັດດ້ານຂໍ້ມູນ ໂດຍສະເພາະແມ່ນຊື່ຊະນິດພັນໄມ້ (ຊື່ພື້ນເມືອງ ຊື່ການຄ້າ ຫຼື ຊື່ວິທະຍາສາດ) ທີ່ຍັງບໍ່ມີຄວາມຊັດເຈນ ເຊີ່ງເປັນສາເຫດເຮັດໃຫ້ມີຂໍ້ຫຍຸ້ງຍາກ ແລະ ເປັນຂໍ້ຈໍາກັດໃນການແຈ້ງຊື່ຊະນິດພັນໄມ້ທີ່ບໍ່ຖືກຕ້ອງໃນຂອດການຄ້າໄມ້ທັງພາຍໃນ ແລະ ສົ່ງອອກ; ເມື່ອເຫັນໄດ້ບັນຫາດັ່ງກ່າວ ທາງຄູ່ຮ່ວມມືຈັດຕັ້ງປະຕິບັດໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະ ເພາະແມ່ນແຜນງານ ປະຕິບັດກົດໝາຍປ່າໄມ້ FAO-EU FLEGT ແລະ ຜູ້ໃຫ້ທຶນ ກໍຄື ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຈຶ່ງເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ ແລະ ໄດ້ຮ່ວມມື ກັບສະຖາບັນຂອງພວກເຮົາ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ ໄດ້ຂຽນບົດສະເໜີໂຄງການດັ່ງກ່າວນີ້ ສະເໜີຂໍທຶນມາຈັດຕັ້ງປະຕິບັດ ແລະ ມີຈຸດປະສົງເພື່ອສ້າງລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ ໂດຍ ສະເພາະແມ່ນມີເປົ້າໝາຍ ເພື່ອສ້າງແມ່ບົດລາຍຊື່ຊະນິດພັນໄມ້ທີ່ຖືກຕ້ອງຊັດເຈນ ສະໜັບສະໜູນ ໃຫ້ແກ່ວຽກງານປະຕິບັດກົດໝາຍປ່າໄມ້ ຮັບປະກັນໃຫ້ແກ່ວຽກງານຕິດຕາມກວດກາປ່າໄມ້ໃຫ້ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ.
ໂຄງການດັ່ງກ່າວ ມີໄລຍະເວລາໃນການຈັດຕັ້ງປະຕິບັດທັງໝົດ 15 ເດືອນ ຄືນັບແຕ່ວັນທີ 27 ເດືອນ ກໍລະກົດ 2020 ຫາ 31 ຕຸລາ 2021, ສໍາລັບກິດຈະກໍາທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດແມ່ນ ມີທັງໝົດ 11 ກິດຈະກໍາ ແລະ 5 ໝາກຜົນທີ່ຕ້ອງໄດ້ບັນລຸ ແລະ ໃນປີ 2020 ແມ່ນມີ 5 ກິດຈະກໍາ ແລະ 2 ໝາກຜົນທີ່ຕ້ອງໄດ້ປະຕິບັດໃຫ້ສໍາເລັດ.

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com