National Agriculture and Forestry Research Institute

img_1074

ເພື່ອເປັນການສະເຫຼີມ-ສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ ແລະ ເພື່ອເປັນການສ້າງຂະບວນການຂໍ່ານັບ-ຮັບຕ້ອນວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 111 ປີ. ໃນຕອນເຊົ້າ ວັນທີ 10 ກໍລະກົດ 2020ນີ້ ສູນຄົ້ນຄ້ວາການປະມົງ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈັດພິທີປ່ອຍປາ ຂຶ້ນທີ່ໜອງປາ ສູນຄົ້ນຄ້ວາການປະມົງ, ໂດຍການເຂົ້າຮ່ວມຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຫົວໜ້າສູນອ້ອມຂ້າງ, ຜູ້ຕາງໜ້າຈາກສູນພັດທະນາການກະເສດຫ້ວຍຊ້ອນ-ຫ້ວຍຊົ້ວ, ບໍລິສັດ ວີຕາຟອດ ອັກກະໂລ ເອເຊຍ, ຄະນະບ້ານອ້ອມຂ້າງ ແລະ ພະນັກງານພາຍໃນສູນຄົ້ນຄ້ວາການປະມົງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການປ່ອຍປາຄັ້ງນີ້ ກໍຍັງເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ໃຫ້ມີສະຕິ ຮັກ ແລະ ຫວງແຫນ ສັດນ້ຳ ແລະ ສັດປ່າ ແລະ ຍັງເປັນການປຸກລະດົມທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ, ເຮັດໃຫ້ປະຊາກອນສັດນ້ຳ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່າແຮງໃນການຄ້ຳປະກັນດ້ານສະບຽງອາຫານ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ. ໃນແຕ່ລະປີສູນຄົ້ນຄ້ວາການປະມົງ ສາມາດຜະລິດແນວພັນປາ ເພື່ອຕອບສະໜອງໃຫ້ແກ່ສັງຄົມໄດ້ປະມານ 1-1,2 ລ້ານໂຕ, ໃນນີ້ມີປາພື້ນເມືອງປະມານ 30%, ໃນປີນີ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ວາງຄາດ ໝາຍສູ້ຊົນ ປ່ອຍປາ ແລະ ສັດນ້ຳ ໃນທົ່ວປະເທດໃຫ້ໄດ້ 320 ລ້ານໂຕ, ສະເພາະຊ່ວງວັນປ່ອຍປາໃຫ້ໄດ້ 55 ລ້ານໂຕ. ສູນຄົ້ນຄ້ວາການປະມົງ ໄດ້ປະກອບສ່ວນໃນງານປ່ອຍປາແຫ່ງຊາດ ປະມານ 2 – 3 ແສນໂຕຕໍ່ປີ.
ສໍາລັບ ຊະນິດປາທີ່ນໍາມາປ່ອຍໃນປີນີ້ ປະກອບມີ: ປາບຶກ, ປາເຄິງ, ປາກົດ, ປາຊວາຍ, ປາເໝັ້ນ, ປາເພ້ຍ, ປາແກງ, ປາປາກ ແລະ ປາຊະນິດອື່ນໆ ຈຳນວນ 1 ແສນກວ່າໂຕ. ຍັງມີການປະກອບສ່ວນຂອງສູນພັດທະນາການກະເສດຫ້ວຍຊອນ-ຫ້ວຍຊົ້ວໃນການຮ່ວມປ່ອຍ ລູກປາບຶກຈຳນວນໜຶ່ງ ແລະ ບໍລິສັດ ວີຕາຟອດ ອັກກະໂລ ເອເຊຍ ປະກອບສ່ວນລູກປາກົດ ແລະ ປາເພ້ຍ ຈຳນວນ 5 ພັນໂຕ. ນອກຈາກນີ້ທາງສູນຄົ້ນຄວ້າປ່າໄມ້ ຍັງໄດ້ສະ ໜອງໄມ້ຂະຍຸງ ຈຳນວນ 7 ຕົ້ນ ເພື່ອປູກໃນມື້ນີ້ອີກດ້ວຍ.

ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ນາງ ຂັນທະມາລີ ຈັນທະລັງສີ, ຮອງຫົວໜ້າ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້