National Agriculture and Forestry Research Institute

img_3178-300x200img_3215-300x200

ພິທີສະເຫຼີມສະຫຼອງ ວັນອາຫານໂລກ 16 ຕຸລາ ສໍາລັບປີນີ້ໄດ້ຈັດຂຶ້ນ ທີ່ສະໜາມກິລາແຫ່ງຊາດ, ເມືອງ ໄຊຍະ, ແຂວງ ໄຊຍະບູລີ ເຊິ່ງກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ແຂວງ ໄຊຍະບູລີ, ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດ. ພາຍໃຕ້ການເປັນປະທານຂອງ ທ່ານ ປະລິນຍາເອກ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ທ່ານ ນ. ຄາຣີນາ ອິມໂມເນນ ຜູ້ປະສານງານລະດັບຊາດຂອງອົງກການສະຫະປະຊາຊາດ (NUDP), ທ່ານ ດຣ ສະຕີເຟັນ ຣູດກາດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພ້ອມນີ້ຍັງມີທ່ານຫົວໜ້າກົມ, ຮອງກົມ, ພະແນກ ການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ພ້ອມດ້ວຍພໍ່ແມ່ປະຊາຊົນແຂວງ ໄຊຍະບູລີ ເຂົ້າຮ່ວມ ຢ່າງພ້ອມພຽງ.

ການສະເຫຼີມສະຫຼອງວັນອາຫານໂລກໃນປີນີ້ ເປັນຄັ້ງທີ 36 (16 ຕຸລາ 1980-16 ຕຸລາ 2016) ທີ່ລາວເຮົາໄດ້ຈັດຂຶ້ນ ແລະ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 23 ປີ (17-24 ຕຸລາ 1993-17-24 ຕຸລາ 2016) ພາຍໃຕ້ຫົວຂໍ້: “ການຜະລິດສະບຽງອາຫານ ແລະ ກະສິກຳ ຕ້ອງປັບຕົວໄປຕາມການປ່ຽນແປງຂອງດິນຟ້າອາກາດ”.

ໃນໂອກາດນີ້: ທ່ານເຈົ້າແຂວງໄດ້ເນັ້ນໜັກ: ໃຫ້ເຫັນກ່ຽວກັບຄວາມຕ້ອງການສຳລັບແຜນຍຸດທະສາດຂອງລັດຖະບານ ກ່ຽວກັບການພັດທະນາກະສິກຳ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ເຊິ່ງແຜນຍຸດທະສາດເຫຼົ່ານີ້ກໍ່ແມ່ນການຊ່ວຍເຫຼືອຊາວກະສິກອນຂະໜາດໜ້ອຍ, ທ່ານຜູ້ຕາງໜ້າອົງການອາຫານ ແລະ ການກະເສດໄດ້ເນັ້ນໜັກຕື່ມອີກໃຫ້ສະຫະປະຊາຊາດຊ່ວຍເຫຼືອກ່ຽວກັບ ການຫຼຸດຜ່ອນໄພພິບັດຈາກສະພາບອາກາດ ທີ່ສົ່ງຜົນກະທົບຕໍ່ການຜະລິດທາງດ້ານກະສິກຳ ຊຶ່ງກຳລັງທຳລາຍການຄ້ຳປະກັນສະບຽງອາຫານ ໃນ ສປປ ລາວ.

ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານໄດ້ຍົກໃຫ້ເຫັນສະພາບຂອງ ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ໄພອຶດຫິວ ແລະ ການຕ້ານທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ອົງການຈັດຕັ້ງເສດຖະກິດ-ສັງຄົມຕ່າງໆ ສ້າງຂະບວນການເພື່ອເປັນການສະແດງພະລັງແຮງແຫ່ງຊາດ ສະໜັບສະໜູນກຂະບວນການຕໍ່ສູ້ກັບຄວາມທຸກຍາກ ແລະ ຕ້ານໄພອຶດຫິວໃຫ້ກວ້າງຂວາງ ດ້ວຍການປຸກ“ະດົມສົ່ງເສີມໃຫ້ມີການເຄື່ອນໄຫວກິດຈະກຳຕ່າງໆເປັນຂະບວນຕໍ່ເນື່ອງເຊັ່ນ: ການໂຮມຊຸມນຸມ, ຈັດຕັ້ງປະຖະກະຖາ, ສຳມະນາ, ຈັດງານກິລາ, ວັນນະຄະດີມວນຊົນ, ການວາງສະແດງ, ການອອກແຮງງານລວມ ແລະ ກິດຈະກຳອື່ນໆທີ່ເຫັນວ່າເໝາະສົມດ້ວຍຈິດໃຈປະຢັດມັດທະຍັດ, ຖືເອົາເນື້ອໃນເປັນຕົ້ນຕໍ, ຮູບການເປັນສຳຄັນ ພ້ອມທັງມີສະຕິລະວັງຕົວສູງ ແລະ ຮັບປະກັນໃຫ້ມີຄວາມສະຫງົບ ເປັນລະບຽບ ຮຽບຮ້ອຍໃນສັງຄົມ.

ໃນພິທີຍັງມີຂະບວນການຍ່າງເພື່ອສຸຂະພາບ, ການສະແດງສິນລະປະວັນນະຄະດີ, ການສະແດງຂອງຊ້າງ, ບຸດວາງສະແດງຜົນງານຂອງບັນດາກົມອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄຊຍະບູລີ, ບັນດາໂຄງ ການທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້, ຜູ້ປະກອບການ ແລະ ປະຊາຊົນເມືອງຕ່າງໆອ້ອມຂ້າງແຂວງໄຊຍະບູລີ ເຊິ່ງຜະລິດຕະພັນທີ່ນຳມາວາງສະແດງມີ: ແນວພັນພືດ, ແນວພັນສັດ, ຜະລິດຕະພັນໄມ້ແປຮູບ ແລະ ອື່ນໆ