National Agriculture and Forestry Research Institute

img_0902

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ມີຖຸນາ 2020, ທີ່ສະໂມສອນ ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເປັນປະທານຂອງທ່ານ ທອງພັດ ວົງມະນີ ຮອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ທັງຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີສະຫາຍ ນາງ ບັນດິດ ປະທຸມວັນ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທອງພຸດ ພັນດານຸວົງ ຮອງປະທານກຳມະບານ ກະຊວງກະສິກຳ ແລະ ປ່າໄມ້, ທ່ານສົມຫວັງ ພິມມະສອນ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້, ບັນດາແຂກທີ່ມາຈາກກະຊວງຕ່າງໆອ້ອມຂ້າງ, ບັນດາແຂກຄະນະພັກຮາກຖານແຕ່ລະກົມກອງ, ສະຖາບັນອ້ອມຂ້າງກະຊວງ ພ້ອມຜູ້ແທນສົມບູນກອງປະຊຸຸມໃຫຍ່ເຂົ້າຮວມຢ່າງພ້ອມພຽງ ຈຳນວນທັງໝົດ 169 ທ່ານ, ຊາຍ 15 ທ່ານ.
ກອງປະຊຸມດັ່ງກ່າວໄດ້ຕີລາຄາຄືນການຊີ້ນຳ ນໍາພາຕະຫຼອດໄລຍະ 5 ປີ (2015 – 2020) ທີ່ຜ່ານມາ ພ້ອມທັງວາງແຜນການ 5 ປີ ຕໍ່ໜ້າ (2020 – 2024), ເຊິ່ງຕະຫຼອດໄລຍະການຊີ້ນຳ ນໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ສະໄໝທີ X ໄດ້ເຮັດໃຫ້ສະມາຊິກສະຫະພັນແມ່ຍິງເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ຕາມພາລະບົດບາດ ສິດ ໜ້າທີ່ ທີ່ກຳນົດໃວ້ໃນກົດລະບຽບ, ກົດໝາຍວ່າດ້ວຍແມ່ຍິງລາວ ມີຜົນສຳເລັດດີສົມຄວນ, ເປັນຕົ້ນແມ່ນການປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ຕິດພັນກັບການສ້າງພັກປອດໃສເຂັ້ມແຂງໜັກແໜ້ນ ແລະ ການປະຕິບັດຄຳຂວັນ ຮັກຊາດ ແລະ ພັດທະນາ ຂອງຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີຜົນສຳເລັດ ແລະ ຄັດເລືອກໄດ້ບຸກຄົນ 3 ດີ ປະເພດໜຶ່ງ ກວມເອົາ 97% ແລະ ຮາກຖານ 3 ດີ ໄດ້ 100%. ຈາກນັ້ນ ໄດ້ມີການ ປ່ອນບັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ຊຸດທີ XI ຕາມມາດຖານ ແລະ ເງື່ອນໄຂທີ່ກໍານົດໃວ້ ຈໍານວນ 13 ສະຫາຍ ໃນຈຳນວນຜູ້ລົງສະໜັກ 15 ສະຫາຍ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ທອງພັດ ວົງມະນີ ຮອງຄະນະພັກກະຊວງ ແລະ ທ່ານ ນາງບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຊິ່ງມີຄວາມໝາຍຄວາມສຳຄັນ ເຊິ່ງໄດ້ເນັ້ນໃຫ້ເອົາເອກະສານຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້້ນຳໄປເຜີຍແຜ່ໃຫ້ສະມາຊິກແມ່ຍິງທຸກຄົນໄດ້ຮັບຮູ້ ແລະ ນຳໄປປະຕິບັດໃຫ້ປະກົດຜົນເປັນຈິງ. ຈາກນັ້ນກອງປະຊຸມ ຍັງຮຽກຮ້ອງມາຍັງສະມາຊິກສະຫະພັນແມ່ຍິງທຸກຄົນຈົ່ງພ້ອມກັນຍົກສູງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຍົກສູງຄວາມຮູ້ຄວາມສາມາດຂອງແມ່ຍິງໃຫ້ສູງຂື້ນ ແລະ ເຂົ້າເຖິງຂໍ້ມູນຂ່າວສານເຕັກໂນໂລຊີ່ທີ່ທັນສະໄໝ, ເອົາໃຈໃສ່ປະຕິບັດກົດລະບຽບ, ກົດໝາຍຂອງສະຫະພັນແມ່ຍິງ, ຂໍ້ແຂ່ງຂັນ 3 ດີ ແລະ ປົກປັກຮັກສາອະນຸລັກວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ. ກອງປະຊຸມໄດ້ປິດລົງໃນເວລາ 12:00 ຂອງວັນດຽວກັນ ດ້ວຍຜົນສຳເລັດຕາມຄາດໝາຍ.

ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້