National Agriculture and Forestry Research Institute

18122019 181220192

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການສ້າງບົດສະເໜີການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນໂຄງການລົງທຶນຂອງລັດ ປະຈຳປີ 2019 ໃນວັນທີ 17-18 ທັນວາ 2019. ທີ່ສູນຝຶກອົບຮົມບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານ. ປອ. ວັນທອງ ແພງວິຈິດ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອ:

1. ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານວິຊາການແຜນການ – ການເງິນ ແລະ ປັບປຸງລະບົບການເຮັດວຽກງານແຜນການ ແລະ ເປັນພື້ນຖານທີ່ດີເພື່ອຮັບປະກັນດ້ານວຽກງານໃຫ້ມີແຜນການ.

2. ເພື່ອພັດທະນາລະບົບການຄຸ້ມຄອງ, ຕິກຕາມ ແລະ ການປະເມີນຜົນບັນດາໂຄງການລົງທຶນຂອງລັດໃຫ້ເປັນລະບົບດຽວກັນທົ່ວກະຊວງກະສິກຳ ແລະ ປ່າໄມ້.