National Agriculture and Forestry Research Institute

kopia002kopia001

ສູນ (KOPIA)Korea Program on International Agricultureປະຈຳ ສປປລາວແລະສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ/NAFRI) ໄດ້ຈັດກອງປະຊຸມປະເມີນຜົນປະຈໍາປີ ກ່ຽວກັບການຈັດຕັ້ງປະຕິບັດໃນ 4 ໂຄງການຮວ່ມມື, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນຕອນບ່າຍຂອງ ວັນທີ 26 ພະຈິກ 2019 ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ  ທ່ານShin Chang-Hoຜູ້ອຳນວຍການ KOPIA ປະຈຳສປປລາວ, ພ້ອມດ້ວຍຜູ້ກວດກາໂຄງການ, ນັກຄົ້ນຄວ້າຈາກ NAFRI, ພະນັກງານຈາກສູນ KOPIA ປະຈຳສປປລາວແລະຄະນະກຳມະການຊີ້ນຳໂຄງການຮ່ວມທັງໝົດ 30 ທ່ານ.

ກອງປະຊຸມໄດ້ປຶກສາຫາຫລື ແລະ ປະເມີນ ດ້ານສິດທິພາບ, ປະສິດທິຜົນ, ຜົນກະທົບແລະຄວາມຍືນຍົງຂອງໂຄງການ, ໃນກອງປະຊຸມ ຄະນະຊີ້ນຳ ໂຄງການໄດ້ຕີລາຄາຜົນສຳເລັດ ຂອງບັນດາໂຄງການຮ່ວມມືໃນໜຶ່ງປີທີ່ຜ່ານມາ ພ້ອມທັງວາງແຜນກິດຈະກຳໂຄງການປູກພືດໃນຕໍ່ໜ້າ ເພື່ອສຸມໃສ່ການປູກພືດເພືຶ່ອສ້າງລາຍຮັບໃຫ້ຊາວກະສິກອນ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຊົນນະບົດ ຍົກສະມັດຕະພາບຜົນຜະລິດ ແລະ ສ້າງຄວາມເຂັ້ມແຂງດ້ານການປັບປຸງພັນພຶດຕະກຸນຖົ່ວ ເພື່ອການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການໃນ ສປປລາວ ການເພີ່ມລາຍຮັບຂອງຊາວກະສິກອນດ້ວຍການລ້ຽງໝູ ແລະ ສັດປີກໂດຍການລຸດຜ່ອນຕົ້ນທືນ ການຊື້ອາຫານສັດ, ພັດທະນາເຕັກນິກເພື່ອເພີ່ມສະມັດຕະພາບຜົນຜະລິດ ແລະ ຄຸນນະພາບຂອງໝາກກ້ຽງນ້ຳບາກຢູ່ແຂວງຫຼວງພະບາງ ແລະ ການເພີ່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍ ໂດຍການນໍາໃຊ້ ແນວພັນ ແລະ ການນໍາໃຊ້ເທັກນິກການປູກ ທີ່ເໝາະສົມ ໃນການປູກພືດຜັກລະດຸຝົນ ຂອງ ສປປລາວ.

ທ່ານ Shin Chang-Ho ຜູ້ອຳນວຍການ KOPIA ປະຈຳສປປລາວ ໄດ້ເນັ້ນຢູ່ກອງປະຊຸມວ່າ:ການແຈກຢາຍແນວພັນພືດພັນທີ່ມີຄຸນນະພາບສູງ ແລະ ການຖ່າຍທອດຕັກນິກໃຫ້ຊາວກະສິກອນເພື່ອທົດລອງ ແລະປັບປຸງໃຫ້ແທດເໝາະ ສິ່ງນີ້ແມ່ນຈຸດປະສົງຕົ້ນຕໍຂອງໂຄງການ ແລະ ຈະນຳໄປສູ່ການເພີ່ມຜົນຜະລິດ ແລະ ການເພີ່ມລາຍຮັບຂອງຊາວກະສິກອນ ແລະ ປະກອບສ່ວນເຂົ້າໃນການພັດທະນາກະສິກຳຂອງລາວໃນອານາຄົດ.

ຫລັງຈາກກອງປະຊຸມ, ທ່ານ ປອ. ຈັນສະໝອນ ພົງອຸດົມ, ຮອງຫົວຫົວໜ້າສກປພປະທານ ກອງປະຊຸມໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ວຽກງານຄົ້ນຄວ້າກະສິກຳ ເພື່ອສ້າງລາຍຮັບໃຫ້ຊາວກະສິກອນຢູ່ຊົນນະບົດຈຳນວນ 3 ໂຄງການກ່ຽວກັບການປູກພືດຕະກຸນຖົ່ວ, ພືດຜັກ ແລະ ໝາກກ້ຽງນ້ຳບາກ ແມ່ນໄດ້ປະຕິບັດສຳເລັດເປັນຢ່າງດີຕາມຈຸດປະສົງຂອງໂຄງການ ແລະ ກິດຈະກຳທີ່ວາງແຜນໄວ້ ແລະໃນນີ້ຈະມີໂຄງການໃໝ່ທີ່ກ່ຽວຂ້ອງກັບການລ້ຽງສັດເຊັ່ນ: ໄກ່ຫຼື ແບ້ຈະໄດ້ຮັບການເປີດຕົວໃນປີ 2020.

ສູນ KOPIA ແມ່ນສາຂາບໍລິຫານການພັດທະນາຊົນນະບົດ ຂອງ ສຳນັກ ພັດທະນາຂົງເຂດຊົນນະບົດ ແລະວຽກງານບໍລິຫານ ແຫ່ງປະເທດ ເກົາຫລີ (RDA) ຢູ່ຕ່າງປະເທດຂອງລັດຖະບານ ສ. ເກົາຫຼີ, ວິໄສທັດຂອງ KOPIA ແມ່ນເພື່ອສືບຕໍ່ການພັດທະນາແບບຍືນຍົງແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ສ. ເກົາຫຼີແລະບັນດາປະເທດຄູ່ຮ່ວມມື ໂດຍຜ່ານການຮ່ວມມືແບບໃໝ່ໃນເຕັກໂນໂລຢີດ້ານກະສິກຳ. ສູນ KOPIA ໃນສປປລາວໄດ້ຮັບການສ້າງຕັ້ງຂື້ນໃນປີ 2016 ໂດຍອີງໃສ່MOA ລະຫວ່າງ RDA, ສ.ເກົາຫຼີແລະ NAFRI, ສປປລາວ. ປະຈຸບັນມີ 20 ສູນ KOPIA ໃນທົ່ວໂລກໄດ້ຮັບການສ້າງຕັ້ງ ແຕ່ປີ 2009. (ອາຊີ 8 ປະເທດ, ອາເມລິກາລາຕິນ 5 ປະເທດແລະອາຟຣິກາ 7 ປະເທດ).

ໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານ ກະສິກຳ