National Agriculture and Forestry Research Institute

img_2716 img_2738

ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂືນໃນວັນທີ 11 ເດືອນ ກັນຍາ 2019 ທີຫໍປະຊຸມ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍໃຫ້ກຽດເປີດກອງປະຊຸມຂອງທ່ານ ປະລິນຍາເອກ ພວງປາຣີສັກ ປຣາວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ ແລະ Mr Dominique Vigie ຜູ້ຕ່າງໜ້າຈາກສະຖານທູດອົດສະຕາລີ ປະຈຳລາວ. ຈຸຸດປະສົງຂອງກອງປະຊຸມຄັ້ງນີ້ກໍ່ເພື່ອເປັນການສ້າງໂອກາດໃຫ້ແກ່ຜູ້ຈັດຕັ້ງປະຕິບັດວຽກງານທາງດ້ານການຜະລິດພືດຜັກໃນແຕ່ລະປະເທດໃນມີການແລກປ່ຽນບົດຮຽນແລະ ປະສົບການຂອງຕົນໃຫ້ ແກ່ແຕ່ລະພາກສ່ວນໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນ ພ້ອມທັງເປັນການສ້າງເຄື່ອຂ່າຍໃຫ້ແກ່ບັນດາອົງກອນ ຜູ້ຈັດຕັ້ງປະຕິບັດວຽກງານຕົວຈຶ່ງ ບໍ່ວ່າຈະເປັນ ພາກລັດເອກະຊົນ ຂະແໜງການສຶກສາ ຈົນຮອດ ກຸ່ມຊາວກະສິກອນ ຜູ້ປະກອບການເກັບຊື້ ສະມາຄົມ ໄດ້ຮູ້ຈັກແລະແລກປ່ຽນຄວາມຄິດເຫັນເຂົ້າໃຈສະພາບຂອງແຕ່ລະຂອດການຜະລິດຂອງລະບົບຕ່ອງໂສ້ການຜະລິດ. ຊຶງໃນປີນີ້ເປັນປີ ທີ 4 ໃນການຈັດກອງປະຊຸມດັ່ງກ່າວ ແລະເປັນຄັ້ງທີສອງຂອງລາວທີໄດ້ຮັບກຽດເປັນເຈົ້າພາບ ແລະຄັ້ງນີ້ ໄດ້ມີຫຼາຍກວ່າ 130ຄົນ ໄດ້ເຂົ້າຮ່ວມ ຊຶງມາຈາກບັນດາປະເທດເຂດພາກພື້ນເຊັ່ນ ອົດສະຕາລີ ກຳປູເຈ້ຍເກົາຫຼີ, ຫວຽດນາມ, ກອງປະຊຸມໄດ້ໃຊ້ເວລາໜຶ່ງວັນ ເພື່ອມີການນຳສະເໜີແລະສົນທະນາ ໃນການແລກປ່ຽນບົດຮຽນ ຊຶງຜົນຂອງກອງປະຊຸມເຫັນໄດ້ວ່າການຜະລິດພືດຜັກປອດສານພິດ ແມ່ນກຳລັງໄດ້ຮັບຄວາມສົນໃຈທັງກຸ່ມຜູ້ຜະລິດ ແລະ ຜູ້ບໍລິໂພກແຕ່ຍັງມິຫຼາຍຂອດໃນການສະໜັບສະໜູນບໍ່ວ່າທັງພາກລັດແລະເອກະຊົນຕ້ອງໄດ້ເອົາໃຈໃສ່ຊ່ວຍຍູ້ດັນພ້ອມທັງ ສ້າງຈິດສຳນຶກໃຫ້ແກ່ສັງຄົມເພື່ອເຫັນຄວາມສຳຄັນແລະຜົນກະທົບຕ່າງໆທີການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳ

img_2726 img_2732