National Agriculture and Forestry Research Institute

6497129365320262

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບສະມາຄົມການຄ້າ ໄອຊີທີລາວ ໄດ້ເປີດງານວາງສະແດງ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ປະຈໍາປີ 2019 (Lao ICT EXPO 2019) ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂັວນ “ສ້າງ ແລະ ສົ່ງເສີມ ການຫັນເປັນ ດີຈີຕອນໃນລາວ (Create and Promote Lao Digital Transformation)”, ໃນວັນທີ 25 ມິຖຸນາ 2019 ນີ້, ທີ່ໂຮງແຮມດອນຈັນພຣາເລດ, ນະຄອນຫຼວງວຽງຈັນ, ຊຶ່ງງານວາງສະແດງຈະໄດ້ດໍາເນີນເປັນເວລາ 05 ວັນ, ລະຫວ່າງວັນທີ 26 – 30 ມິຖຸນາ 2019. ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ ມີບັນດາແຂກທີ່ຖືກເຊີນມາຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາສະຖາບັນການສຶກສາ ແລະ ບັນດາບໍລິສັດຕ່າງໆເຂົ້າຮ່ວມ.

65078052ງານວາງສະແດງໃນປີນີ້ມີບູດມາວາງສະແດງຫຼາຍກວ່າ 54 ບູດວາງສະແດງ ຈາກຜູ້ປະກອບການດ້ານໂທລະຄົມມະນາຄົມ-ໄອຊີທີ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນໍາເອົາຜະລິດຕະພັນອອກໃໝ່ ແລະ ທັນສະໄໝ ກ່ຽວກັບ ລະບົບສື່ສານໂທລະຄົມ, ລະບົບໂປຼແກຼມຮັບໃຊ້ການຫັນເປັນດີຈີຕອນ, ລະບົບການປ້ອງກັນຄວາມປອດໄພທາງດ້ານ ໄຊເບີ, ເຄື່ອງອຸປະກອນ ໄອຊີທີ ຕ່າງໆ, ພ້ອມນັ້ນກໍ່ມີການວາງສະແດງຂອງບັນດາກະຊວງ, ອົງການ, ບໍລິສັດ ກ່ຽວກັບ ຜົນສໍາເລັດຂອງການນໍາໃຊ້ ໄອຊີທີ ເຂົ້້າໃນວຽກງານຕ່າງໆຂອງຕົນ. ນອກນີ້, ຍັງມີກອງປະຊຸມສໍາມະນາລະດັບສາກົນ Lao Digital Transformation Forum, ກອງປະຊຸມປຶກສາຫາລື ການຮ່ວມມືພັດທະນາ ໄອຊີທີ ຂອງບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ງານສໍາມະນາວິຊາການສະເພາະດ້ານ ເຊັ່ນ: ການບໍລິຫານລັດດ້ວຍເອເລັກໂຕຼນິກ, ການນໍາໃຊ້ ໄອຊີທີ ເຂົ້້າໃນການສຶກສາ, ການນໍາໃຊ້ ໄອຊີທີ ໃນຂະແໜງການເງີນ, ບັນຫາຄວາມປອດໄພຂອງສື່ສັງຄົມອອນລາຍ, ການຄ້າ ແລະ ການດໍາເນີນທຸລະກິດ ດ້ານໄອຊີທີ. ໃນໂອກາດດຽວກັນ, ຍັງເປັນເວທີທີ່ສຳຄັນໃນການສ້າງໂອກາດ ໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະ ຜຸ້ຄຸ້ມຄອງ ICT ໄດ້ມາພົບປະແລກປ່ຽນບົດຮຽນ, ຄວາມຮູ້, ຄວາມເຂົ້້າໃຈ ແລະ ສ້າງການພົວພັນຮ່ວມມື ທາງດ້ານການຄ້າ ແລະ ການພັດທະນາຮ່ວມກັນ. ພິເສດກວ່ານັ້ນໃນປີນີ້, ຍັງຈະມີງານປະກວດ ລາງວັນລາວໄອຊີທີ 2019 (Lao ICT Award 2019) ເພື່ອເປັນຕົວແທນຂອງ ສປປ ລາວ ສົ່ງເຂົ້າແຂ່ງຂັນກັບບັນດາປະເທດອາຊຽນ ຊີງລາງວັນ ASEAN ICT Award 2019.
ຕາງໜ້າຂະແໜງການກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ( NAFRI ) ໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວໂດຍນຳເອົາບັນດລະບົບຖານຂໍ້ມູນທີ່ກ່ຽວຂ້ອງກັບກະສິກຳ ແລະ ປ່າໄມ້ ເຊັ່ນ: ຖານຂໍ້ມູນກະສິກຳ ແລະ ປ່າໄມ້ ລາວ ( LAD ) lad.nafri.org.la, ຖານຂໍ້ມູນຫ້ອງສະໝຸດອີເລັກໂທຣນິກ ( NALIS ) nalis.nafri.org.la ຖານຂໍ້ມູນເຕັກນິກການຜະລິດກະສິກຳ ແລະ ປ່າໄມ້, ລະບົບຖານຂໍ້ມູນຊີວະນາໆພັນກະສິກຳໃນ ສປປປ ລາວ ( PHAKHAO LAO ) www.phakhaolao.la ແລະ ບັນດາສື່ສີ່ງພີມຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ICT ເຂົ້າຮ່ວມວາງສະແດງ. ພ້ອມກັນນີ້ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ສົ່ງລະບົບຖານຂໍ້ມູນຄວາມຮູ້ທາງດ້ານຊີວະນາໆພັນກະສິກຳ ໃນ ສປປ ລາວ ( PHAKHAO LAO ). ເຂົ້າຮ່ວມປະກວດງານ Lao ICT Award 2019. ໂດຍມີການສົ່ງເຂົ້າປະກວດທັງໝົດ 10 ພາກສ່ວນ ແລະ ສາມາດຍາດມາໄດ້ຮອງຊະນະເລີດ ອັນດັບທີ 4 ຈາກຜູ້ເຂົ້າຮ່ວມ 10 ລະບົບໃນຮອບສຸດທ້າຍ ໂດຍຈາກທັງໝົດທີຜ່ານການຮອບຄັດເລືອກທຳອິດ 35 ລະບົບ.

65542085

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ

ຮູບພາບໂດຍ: ຈັນທະສອນ ມະນີວົງ