National Agriculture and Forestry Research Institute

img_6390img-20190426-wa0024

20 ປີ ຄົບຮອບແຫ່ງການສ້າງຕັ້ງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີຫຼາຍຜົນງານອັນພົ່ນເດັ່ນແລະເປັນທີຍອມຮັບຂອງສັງຄົມທັງພາຍໃນແລະຕ່າງປະເທດເຮັດໃຫ້ການພັດທະນາວຽກງານກະສີກຳປ່າໄມ້ ແລະຊົນນະບົດນັບມືນັບດີຂື້ນໄປເລື່ອຍໆ. ສະນັ້ນໃນວັນທີ 25-28 ເມສາ 2019 ຈຶ່ງໄດ້ມີພີທີສະເຫຼີມສະຫລອງ ຄົບຮອບຂອງການສ້າງຕັ້ງເພື່ອເປັນການຍ້ອງຍໍຜົນງານແລະສະແດງຂີດໝາຍຂອງການພັດທະນາວຽກງານການຄົ້ນຄວ້າກະສິກຳແລະປ່າໄມ້ຂື້ນ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍ ທ່ານ ບັນດີດ ສາດສະດາຈານ ປອ ບໍວຽງຄຳ ວົງດາລາ ລັດຖະມົນຕິ ກະຊວງວິທະຍາສາດແລະເຕັກໂນໂລຍີ ເຂົ້າຮ່ວມເປັນປະທານ ແລະຍັງມີ ບັນດາຮອງລັດຖະມົນຕິ ກະຊວງກະສິກຳແລະປ່າໄມ້ ບັນດາ ຫົວໜ້າກົມຮອງກົມອ້ອມຂ້າງເຂົ້າຮ່ວມພ້ອມດ້ວຍແຂກທີຖືກເຊີນທັງພາຍໃນແລະຕ່າງປະເທດ ຫລາຍກວ່າ 260 ທ່ານ. ໃນພິທີດັ່ງກ່າວ ທ່ານ ຫົວໜ້າ ສະຖາບັນຄົ້ນຄວ້າກະສີກຳ,ປ່າໄມ້ແລະພັດທະນາຊົນນະບົດໄດ້ ຂື້ນລາຍງານຜົນງານອັນພົ້ນເດັ່ນຫຼາຍດ້ານຂອງວຽກງານການຄົ້ນຄວ້າກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ ຜ່ານມາຊຶ່ງມີຫຼາຍໝາກຜົນ ທີສັງຄົມໄດ້ນຳໃຊ້ເຂົ້າໃນການຜະລິດກະສິກຳໂດຍສະເພາະວຽກງານແນວພັນແລະເຕັກໂນໂລຍີການຜະລິດ ເຮັດໃຫ້ຊາວກະສິກອນໃນຫຼາຍທ້ອງຖິ່ນສາມາດເອົາໄປນຳໃຊ້ສ້າງຫຼາຍຮັບໃຫ້ເຂົາເຈົ້າເພື່ອກ້າວໄປສູ່ການຜະລິດໃຫ້ກຸ່ມກິນແລະເຫຼືອເປັນສິນຄ້າ ທີສຳຄັນ ເພິ່ນຍັງໄດ້ເນັ້ນໃຫ້ເຫັນເຖິ່ງຄວາມສຳຄັນຂອງການລົງທືນໃນຂົງເຂດການຄົ້ນຄວ້າກະສິກຳປ່າໄມ້ແລະພັດທະນາຊົນນະບົດສາມາດຕອບແທນຄືນ4 ທົບຂອງການລົງທືນ ສູ່ປະຊາຊົນ