ກອງປະຊຸມການປັບປຸງຊີວິດການເປັນຢູ່ ແລະ ລາຍຮັບຂອງຊາວກະສິກອນ ໂດຍການພັດທະນາລະບົບກະສີກຳແບບຍືນຍົງ

img_2589img_2638

ໃນວັນທີ 18-19 ທັນວາ 2018 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ໂຄງການຊີດາ-ເມຄານ/ເຄືອຂ່າຍການຄົ້ນຄວ້າທາງດ້ານກະສິກຳໃນບັນດາປະເທດລຸ່ມແມ່ນໍ້າຂອງ Mekong Agriculture Research Network (MEKARN) ໄດ້ຈັດກອງປະຊຸມວິຊາການພາຍໃຕ້ຫົວຂໍ້ “ການປັບປຸງຊີວິດການເປັນຢູ່ ແລະ ການສ້າງລາຍຮັບໃຫ້ແກ່ຊາວກະສິກອນ ໂດຍການພັດທະນາລະບົບກະສິກຳແບບຢືນຍົງ” ໃຫ້ກຽດເປັນປະທານຂອງ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນາງ Dr AnnaKarin Norling ຜູ້ຕ່າງໜ້າຈາກອົງການ Sida ປະເທດ Sweden. ບັນດານັກຄົ້ນຄວ້າ-ຄູອາຈານ-ພະນັກງານວິຊາການກະສິກໍາ ແລະ ການແລກປ່ຽນບົດຮຽນ-ຂໍ້ມູນຂ່າວສານທີ່ກ່ຽວຂ້ອງພາຍໃນປະເທດລຸ່ມແມ່ນໍ້າຂອງເປັນຕົ້ນແມ່ນ: ປະເທດລາວ, ຫວຽດນາມ ແລະ ກຳປູເຈຍ ແລະ Sweden ເຂົ້າຮ່ວມ.
ໂຄງການປັບປຸງຊີວິດການເປັນຢູ່ ແລະ ຄໍ້າປະກັນສະບຽງອາຫານຂອງປະຊາຊົນບັນດາປະເທດລຸ່ມແມ່ນໍ້າຂອງ ແມ່ນໂຄງການໜຶ່ງພາຍໃຕ້ ແຜນງານ/ໂຄງການຊີດາ-ເມຄານ ຫຼື ໂຄງການເຄືອຂ່າຍການຄົ້ນຄວ້າທາງດ້ານກະສິກຳໃນບັນດາປະເທດລຸ່ມແມ່ນໍ້າຂອງ. ໂຄງການນີ້ເປັນການຮ່ວມມືຂອງເຄືອຂາຍການຄົ້ນຄວ້າດ້ານກະສິກຳຢູ່ເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນປະເທດສະວີເດັນ (Sida/SAREC). ໂຄງການທັງໝົດໄດ້ໃຊ້ເວລາຈັດຕັ້ງປະຕິບັດຕົວຈິງໄລຍະ 5 ປີ (2014-2018). ໂຄງການນີມີເປົ້າໝາຍເພື່ອປັບປຸງເຕັກນິກທາງດ້ານກະສິກຳ ໂດຍຜ່ານກິດຈະກຳການຄົ້ນຄວ້າວິທະຍາສາດ, ການຍົກລະດັບການສຶກສາຂອງບັນດານັກຄົ້ນຄວ້າ-ຄູອາຈານ-ພະນັກງານວິຊາການກະສິກຳ ແລະ ການແລກປ່ຽນບົດຮຽນ-ຂໍ້ມູນຂ່າວສານທີ່ກ່ຽວຂ້ອງພາຍໃນປະເທດລຸ່ມແມ່ນໍ້າຂອງເປັນຕົ້ນແມ່ນ: ປະເທດລາວ, ຫວຽດນາມ ແລະ ກຳປູເຈຍ. ທັງນີ້ກໍ່ແມ່ນເພື່ອປັບປຸງຊີວິດການເປັນຢູ່ ແລະ ຄວາມປອດໄພດ້ານອາຫານຂອງປະຊາຊົນ ແລະ ສິ່ງແວດລ້ອມຢູ່ໃນບັນດາປະເທດລຸ່ມແມ່ນ້ໍາຂອງ ໂດຍຜ່ານການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນແບບຍືນຍົງເຊັ່ນ:

  • ເພີ່ມຜົນປະໂຫຍດ ແລະ ຄວາມຍືນຍົງຂອງລະບົບກະສິກໍາຂະຫນາດນ້ອຍໃນເຂດລຸ່ມແມ່ນ້ໍາຂອງຜ່ານການຄຸ້ມຄອງ ແລະ ນໍາໃຊ້ອາຫານສັດໃນທ້ອງຖິ່ນ.
  • ເພື່ອຫຼຸດຜ່ອນມົນລະພິດສິ່ງແວດລ້ອມ ແລະ ສົ່ງເສີມການຜະລິດ ແລະ ນໍາໃຊ້ພະລັງງານຈາກຊັບພະຍາກອນທົດແທນໂດຍຊາວກະສິກອນຂະຫນາດນ້ອຍ ແລະ ໂຮງງານປຸງແຕ່ງອາຫານໃນເຂດເປົ້າຫມາຍຂອງໂຄງການ.
  • ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຈາກລະບົບກະສິກໍາແບບປະສົມປະສານໃນປະເທດກໍາປູເຈຍ, ປະເທດລາວ ແລະ ປະເທດຫວຽດນາມ.
  • ສົ່ງເສີມການທົດແທນຢາຕ້ານເຊື້ອຈຸລິນຊີເປັນອາຫານເສີມໃນສັດລ້ຽງ ແລະ ການລ້ຽງສັດ
  • ເພີ່ມທະວີຄວາມສາມາດຂອງຊຸມຊົນກະສິກໍາ, ຄູອາຈານທີ່ມີທ່າແຮງ ແລະ ນັກຄົ້ນຄວ້າເພື່ອຕອບສະຫນອງຕໍ່ສິ່ງທ້າທາຍຂອງສິ່ງແວດລ້ອມມົນລະພິດ ແລະ ການປ່ຽນແປງດິນຟ້າອາກາດ, ຄວາມຍືນຍົງຂອງການລ້ຽງສັດ ແລະ ການນໍາໃຊ້ອາຫານສັດໃນທ້ອງຖິ່ນ.
ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI FAO KOPIA laCSA MEKARN Mekong Agriculture Research Network nafri SAMIS TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການກະສິກຳ ແລະ ປ່າໄມ້ ການຊັບພະຍາກອນທຳມະຊາດ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ພິທີປ່ອຍປາ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ພູມອາກາດ ວັນປ່ອຍປາ ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ອຸຕຸນິຍົມ ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Mar 25, 2023 - Sat
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com