National Agriculture and Forestry Research Institute

20180611_160630 20180611_160701

ຕອນແລງວັນທີ່ 11/06/2018 ທີ່ຜ່ານມານີ້ໄດ້ມີ ການເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການສືບຕໍ່ ໂຄງການ  ຜະລິດ ແລະ ເກັບກູ້ ຫວາຍ ແລະ ໄມ້ປອ່ງ ແບບຍືນຍືນ ໄລຍະ ທີ v ( 2018-2020) ທີ່ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາ ຊົນນະບົດ ໂດຍການຮວ່ມ ຂອງ ທ່ານ ປ.ອ ຈັນສະໝອນ ພົງອຸດົມ,ຮອງ ຫົວໜ້າ ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາ ຊົນນະບົດ ແລະ ທ່ານ ສົມພອນ  ບົວສະຫວັນ, ອຳນວຍການ ອົງການ ກອງທຶນອະນຸຮັກ ທຳມະຊາດ ໂລກ (WWF-Laos) ປະຈຳ ສ ປປ. ລາວ ພອ້ມດວ້ຍແຂກ ຖືກເຊີນ ຈາກ ຕາງໜ້າຈາກ ກະຊວງ ການຕ່າງປະເທດ , ຈາກ 3 ແຂວງ ເປົ້າໝາຍ ໂຄງການ: ບໍລິຄຳໃຊ, ສາລະວັນ ແລະ ເຊກອງ ແລະ ພະນັກງານ ຈາກສູນຄົ້ນຄວ້າປ່າໄມ້ ຈຳນວນນຶ່ງ.

ໃນພິທີ ໄດ້ມີການງາຍງານ ຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະ IV ( 2015-2017) ໂດຍ ທ່ານ ນາງ ບົວວັນ ພະຈອມພົນ, ຫົວໜ້າ ໂຄງການ ແລະ ນຳສະເໜີແຜນຈັດຕັ້ງປະຕິບັດ ໂຄງການ ໄລຍະໃໝ່ ໂດຍ ທ່ານ ປ.ອ ສົມບູນ ໄຊຍະວົງ, ຮອງຫົວໜ້າ ສູນ ຄົ້ນຄວ້າ ປ່າໄມ້ ແລະ ທັງເປັນຜູ້ ປະສານງານ ໂຄງການ ດັ່ງກ່າວ. ສຳລັບ ໃນ 3 ປີ ຕໍ່ໜ້າ ທາງໂຄງການຈະໄດ້ສຸມໃສ່ ສາມ ວຽກໃຫຍ່: ສ້າງຍຸດທະສາດ ພັດທະນາ ຫວາຍ -ໄມ້ປອ່ງ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ ຊຸມຊົນ ໃນການ ຄຸ້ມ ແລະ ນຳໃຊ້ ຊັບພະຍາກອນ ຫວາຍ ແລະ ໄມ້ປອ່ງ ໃຫ້ຍືນຍົງ ແລະ ສ້າງຄວາມອາດສາມາດ ໃຫ້ ຜູ້ປະກອບການ ໃນການພັດທະນາ ການຕະຫລາດ ຫວາຍ ແລະ ໄມ້ປອ່ງໃຫ້ມີຄວາມເຂັ້ມແຂງ ສາມາດ ດຳເນີນທຸລະກິດ ຂອງຕົນໄດ້ ພາຍຫລັງ ສີ້ນສຸດ ໂຄງການ.

ພິທີດັ່ງກ່າວ ໄດ້ຮັບກຽດ ຈາກ ທ່ານ ປ.ອ ຈັນສະໝອນ ພົງອຸດົມ,ຮອງ ຫົວໜ້າ ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາ ຊົນນະບົດ ແລະ ທ່ານ ສົມພອນ  ບົວສະຫວັນ, ອຳນວຍການ ອົງການ ກອງທຶນອະນຸຮັກ ທຳມະຊາດ ໂລກ (WWF-Laos) ປະຈຳ ສ ປປ. ລາວ ໃຫ້ຄຳເຫັນຊີ້ນຳ ຕໍ່ວຽກຈັດຕັ້ງປະຕິບັດໂຄງການໃຫ້ປະສິດທິຜົນ , ປະສົບຜົນສຳເລັດຕາມແຜນການ ໂຄງການ ແລະ ຫລັງຈາກນັ້ນ, ກໍ່ໄດ້ຮວ່ມເຊັນບົດບັນທຶກຄວາມເຂົ້າໃຈນຳກັນ. ພິທີໄດ້ສຳເລັດລົງໃນຕອນບ່າຍຂອງວັນດຽວກັນ.

ໂດຍ: ທ່ານ ວົງວິໄລ ວົງຄຳຊາວ