National Agriculture and Forestry Research Institute

larrec001 larrec002

ກອງປະຊຸມສະຫລຸບ ປະເມີນຜົນການຈັດຕັງປະຕິບັດໂຄງການສຶກສາເຕັກໂນໂລຊີທາງຜ່ານປາ ໄດ້ຈັດຂື້ນທີ່ຫ້ອງປະຊຸມມະຫາວິທະຍາໄລແຫ່ງຊາດ, ແຕ່ວັນທີ່ 14-15 ພຶດສະພາ 2018, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ວັນທອງ ແພງວິຈິ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນຊົນນະບົດ, ທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ຮອງຄະນະອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ Dr. Ann Fleming ຫົວໜ້າແຜນງານປະມົງ ອົງການ ACIAR ປະເທດ ອົດສະຕາລີ. ຊຶ່ງມີຜູ້ແທນຕາງໜ້າຈາກກົມລ້ຽງສັດ ແລະ ການປະມົງ, ກົມຊົນລະປະທານ, ກົມແຜນການ, ພະແນກແຜນການ ສຄກປ, ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ຂະແໜງລ້ຽງສັດ ແລະ ການປະມົງ ແຂວງບໍລິຄຳໄຊ, ຫ້ອງການກະສິກຳ ແລະປ່າໄມ້ເມືອງປາກຊັນ, ທິມງານໂຄງການຈາກປະເທດອົດສະຕາລີ  ລວມທັງໝົດ 37 ທ່ານ. ຈຸດປະສົງ ຂອງກອງປະຊຸມແມ່ນ 1) ເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຂອງສອງໂຄງການໃຫ້ທິມງານປະເມີນໂຄງການແລະບັນດາພາກສວ່ນຕ່າງໆທີ່ກ້ຽວຂອ້ງຈາກປະເທດອົດສະຕາລີແລະລາວຮັບຊາບ. 2) ເພື່ອປຶກສາຫາລືແຜນການຄົ້ນຄວ້າໃນອານາຄົດ.

ໃນມື້ທີ່ນຶ່ງຂອງກອງປະຊຸມ ທ່ານ ດວງຄຳ ສິງຫານຸວົງ ຜູ້ປະສານໂຄງຜ່ານລາວ ໄດ້ລາຍງານຄວາມເປັນມາຂອງໂຄງການສຶກສາຮູບແບບການຍົກສູງຜົນຜະລິດປາ ຢູ່ເຂດ ນໍ້າຖວ້ມ ໂດຽການອອກແບບຊົນລະປະທານທີ່ເໝາະສົມກັບການປະມົງໃນອ່າງແມ່ນ້ຳຂອງ ແລະ ອ່າງແມ່ນ້ຳເມີລີດາລິງ ປະເທດອົດສະຕາລີ ຈາກນັ້ນ Dr.Craig Boys ທີ່ປຶກສາໂຄງການຝ່າຍປະເທດອົດສະຕາລີ ໄດ້ນຳສະເໜີຄວາມສຳຄັນຂອງວຽກງານພັດທະນາດ້ານຊົນລະປະທານ ແລະ ວຽກງານການປະມົງ ຊຶ່ງບໍ່ສາມາດແຍກອອກຈາກກັນໄດ້ ພອ້ມນີ້ກໍ່ໄດ້ສະແດງໃຫ້ເຫັນມາດຕະການ ແລະ ວິທີການທີ່ຈະຕອ້ງໄດ້ແກ້ໄຂໂດຍສະເພາະແມ່ນຜົນກະທົບຕໍ່ປາໃນເວລາລອ່ງຜ່ານປະຕູລະບາຍນໍ້າ ຊຶ່ງມີຄວາມດັນ ແລະ ຄວາມໄວຂອງນໍ້າສູງ. ນອກນີ້, ທີ່ປະຊຸມຍັງຮັບຟັງການນຳສະເໜີຈາກທິມງານໂຄງການກ່ຽວກັບວິທີການ ແລະ ຜົນການສຶກສາການລອ່ງຂອງປາໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ສະແດງໃຫ້ເຫັນບັນດາຂໍ້ມູນຊະນິດປາທີ່ລອ່ງຜ່ານປະຕູນໍ້າ, ດ້ານດີ ແລະ ດ້ານອ່ອນໃນການສຶກສາທົດລອງໃນພາກສະໜາມ ແລະ ວຽກງານການສ້າງບຸກຄະລະກອນໃນແຕ່ລະລະດັບເຊັ່ນລະດັບເມືອງ, ລະດັບແຂວງ ແລະລະດັບສູນກາງ. ຈາກນັ້ນ, ກໍ່ໄດ້ມີການສົນທະນາລະຫວ່າງທິມງານໂຄງການ, ຜູ້ແທນທີ່ເຂົ້າຮວ່ມກອງປະຊຸມແລະທິມງານປະເມີນໂຄງການ ໃນແຕ່ລະຫົວຂໍ້ທີ່ນຳສະເໜີ.

ມື້ທີ່ສອງ ກອງປະຊຸມໄດ້ສືບຕໍ່ ໄດ້ຟັງການນຳສະເໜີຄວາມຄືບໜ້າຂອງໂຄງການ ສຶກສາການປ່ຽນແປງດ້ານ ຊີວະ-ນິເວດປາ ແລະ ເສດຖະກິດ-ສັງຄົມພາຍຫລັງການສ້າງທາງຜ່ານປາ ຢູ່ ສ ປ ປ ລາວ ( FIS/2014/041)  (Quantifying biophysical and  community impacts of improved fish passage in Lao PDR). ໂຄງການດັ່ງກ່າວແມ່ນຫາກໍ່ຊິຈັດຕັ້ງປະຕິບັດໄດ້ເຄິງສະໄໝສະນັ້ນ, Dr.Lee Baumgartner ຜູ້ປະສານໂຄງການ ຢູ່ປະເທດອົດສະຕາລີ ໄດ້ສະເໜີສະພາບລວມຂອງໂຄງການຈາກ ຊຶ່ງຊີ້ໃຫ້ເຫັນບັນດາກິດຈະກຳຫລັກຂອງໂຄງການທີ່ຈັດຕັ້ງປະຕິບັດໃນໄລຍະ 2 ປີກວ່າ ຕໍ່ມາ ທ່ານ Lin Crase, Beth Cooper  ແລະ Dr.Wayne  Robison  ໄດ້ນຳສະເໜີບັນດາຮູບແບບການສຶກສາດ້ານເສດຖະກິດສັງຄົມ ຢູ່ອ່າງປາກປຶ່ງ ເປັນຕົ້ນແມ່ນການເກັບກຳຂໍ້ມູນຊະນິດປາ, ການຫາປາ ແລະ ອື່ນໆ. ຕໍ່ມາ ທ່ານ ດວງຄຳ ສິງຫານຸວົງ ໄດ້ນຳສະເໜີການຂະຫຍາຍໂຄງການທາງປາຜ່ານຊຶ່ງມາຈາກຜົນການມີສ່ວນຮວ່ມຂອງໂຄງການນີ້ ເຊັ່ນ: ໂຄງການປັບປຸງປະຕູນໍ້າທີ່ເປັນມິດຕໍ່ປາຢູ່ເຂດເຊບັ້ງໄຟ ແຂວງຄຳມວ່ນ ແລະ ສະຫວັນນະເຂດ ແລະ ການສ້າງທາງປາຜ່ານຢູ່ອ່າງສຸຍ ເມືອງຈຳພອນ ແຂວງສະຫວັນນະເຂດ ຊຶ່ງໃຫ້ການສະໜັບສະໜູນຈາກ ທະນາຄານໂລກ ຜ່ານກົມຊົນະປະທານໂດຍການມີສວ່ນຮວ່ມໃນການອອກແບບສ້າງໂດຍທິມງານໂຄງການຈາກມະຫາວິທະຍາໄລແຫ່ງຊາດ. ນອກນີ້, ຍັງໄດ້ສະເໜີແຜນການຮວ່ມມືໃນການປັບປຸງ ແລະ ກໍ່ສ້າງທາງປາຜ່ານໃນອານາຄົດຢູ່ບັນດາແຂວງພາກເໜີອ ຊຶ່ງສະໜັບສະໜູນດ້ານທືນຮອນຈາກທະນາຄານພັດທະນາເອເຊຍ.

ນອກຈາກນີ້ຜູ້ເຂົ້າຮ່ວມ ຍັງໄດ້ໄປເບິ່ງ ຈຸດສາທິດຂອງໂຄງການທີ່ຕັ້ງຢູ່ອ່າງປາກປຶງ, ເມືອງປາກຊັນ, ແຂວງບໍລິຄໍາໄຊ ຊຶ່ງລວມທັງ ທ່ານ ຈີມ ເບີນັດ ເອກຄັກຄະລະສະທູດ ຂອງປະເທດອົດສະຕາລີ ປະຈຳລາວກໍ່ໄດ້ໃຫ້ກຽດເຂົ້າຮວ່ມນໍາ ໃນພິທີດັ່ງກ່າວ ພາຍຫລັງ ທ່ານ ສົມຈິດ ພົມສະຫວັດ  ຮອງເຈົ້າເມືອງ ເມືອງປາກຊັນ ກ່າວຕອ້ນຮັບແຂກແລ້ວ ທາງອຳນາດການປົກຄອງບ້ານກໍ່ໄດ້ມີການບາສີສູ່ຂັວນຕາມຮີດຄອງປະເພນີຂອງລາວໃຫ້ບັນດາຜູ້ແທນທີ່ມາຢາມ, ຈາກນັ້ນ, ບັນດາຜູ້ທັງກໍ່ໄດ້ລົງເບິ່ງຈຸດສາທິດຂອງໂຄງການຄື່: ຈຸດສຶກສາ ແລະ ສ້າງໃຫ້ປາຂື້ນໃນຊ່ວງລະດູຝົນ ແລະ ຈຸດປະຕູລະບາຍນໍ້າຈາກອ່າງປາກປຶ່ງລົງໃສ່ນໍ້າຂອງຊຶ່ງເປັນຈຸດສຶກສາປາລອ່ງໃນຊວ່ງລະດູແລ້ງ. ໃນແຕ່ລະຈຸດທີ່ຜູ້ແທນລົງຢ້ຽມຢາມທາງທິມງານໂຄງການກໍ່ໄດ້ອະທິບາຍປະຫວັດຄວາມເປັນມາ, ຈຸດປະສົງ ແລະ ການດຳເນີນງານຂອງແຕ່ລະຈຸດ.

ຕາມການໃຫ້ຂໍ້ມູນທີ່ຍັງບໍ່ທັນທາງການຈາກຄະນະທິມງານປະເມີນໂຄງການຄັ້ງນີ້ເຫັນວ່າສອງໂຄງການທີ່ຈັດຕັ້ງປະຕິບັດໄລຍະຜ່ານມາແມ່ນເຮັດໄດ້ດີພໍສົມຄວນ ເປັນຕົ້ນແມ່ນບັນດາກິດຈະກິດທີ່ເຮັດແມ່ນໄປຕາມແຜນຂອງໂຄງການທີ່ໄດ້ກຳນົດໄວ້ ໂດຍເອົາສິ່ງບັນລຸເປົ້າໝາຍ ແລະ ຈຸດປະສົງຂອງໂຄງການມາເຍືອງໃສ່ຜົນໄດ້ຮັບຕົວຈິ່ງ. ຜົນສໍາເລັດຂອງສອງໂຄງການນີ້ ແມ່ນກໍ່ໃຫ້ເກີດມີການນໍາເອົາເຕັກໂນໂລຊີທາງຜ່ານປາ ທີ່ໂຄງການໄດ້ທົດລອງຢຸ່ປາກປຶງ ໄປຂະຫຍາຍຕໍ່ຢຸ່ເຂດອື່ນ ເຊັ່ນ ໂຄງການທີ່ໃຫ້ການສະໜັບສະໜູນຂອງທະນາຄານໂລກ ແລະ ທະນາຄານພັດທະນາເອຊີໂດຽຜ່ານກົມຊົນນະປະທານ ທີ່ໄດ້ສ້າງທາງຜ່ານປາຢູ່ອ່າງສຸຍ. ນອກນີ້, ຍັງຈະມີໂຄງການ ໃໝ່ເກີດຂື້ນຢູ່ປະເທດພະມ້າໃນໄວໆນີ້ຊຶ່ງອັນນີ້ມັນສະແດງໃຫ້ເຫັນເຖິງໝາກຜົນ ແລະ ການຂະຫຍາຍຕົວຂອງໂຄງການທາງປາຜ່ານ ຢູ່ ສ ປ ປ ລາວ ແລະ ໃນພາກພື້ນແມ່ນໍ້າຂອງຕອນລຸ່ມ. ນອກ ຈາກນີ້, ທາງທິມງານ ແລະ ທີ່ຜູ້ແທນທີ່ເຂົ້າຮວ່ມກອງປະຊຸມຍັງໃຫ້ທີດຊີ້ນຳໃນການປັບປຸງໃນອານາຄົດເປັນຕົ້ນແມ່ນວຽກງານສ້າງຄວາມອາດສາມາດໃຫ້ຂັ້ນບ້ານ, ເມືອງ ແລະ ແຂວງ ເພື່ອໃຫ້ຮັບປະກັນເຖິງຄວາມຍືນຍົງຂອງໂຄງການໃນອານາຄົດ.