National Agriculture and Forestry Research Institute

 

00014 00015

ໃນລະຫວ່າງວັນທີ່ 26 ເດືອນ ເມສາ ຮອດ ວັນທີ່ 5 ເດືອນ ພືດສະພາ ຜ່ານມາ ທ່ານ ປອ ຖາວອນ   ອິນທະວົງ ຫົວໜ້າ ສູນຄົ້ນຄ້ວາກະສິກໍາຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຜູ້ຈັດຕັ້ງປະຕິບັດໂຄງການໃຫ້ຄຳແນະນຳທາງດ້ານພະຍາກອນອາກາດ (ອຸຕຸ-ກະສິກຳ) ພ້ອມດ້ວຍພະນັກງານວິຊາການ ໄດລົງມອບແນວພັນເຂົ້າ ແລະ ຝຸ່ນ ໃຫ້ຄອບຄົວຕົວແບບໂຮງຮຽນຊາວນາເພື່ອຈັດຕັ້ງປະຕິບັດກິດຈະກຳການປູກເຂົ້ານານ້ຳຝົນ ສຳຫຼັບລະດູການຜະລິດ ປີ 2018, ທີ່ ບ້ານ ໂພນທອງ ເມືອງ ຈຳພອນ ແຂວງ ສະຫັວນນະເຂດ, ບ້ານ ໜອງປິງ ເມືອງ ຍົມມະລາດ ແຂວງ ຄຳມ່ວນ ແລະ ບ້ານ ຫົວນາ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ເພື່ອດໍາເນີນງານໃຫ້ສໍາເລັດເປົ້າໝາຍໂດຍທາງໂຄງການໄດ້ນໍາເອົາເຕັກນິກວິຊາການຕ່າງໆ ເຂົ້າຊ່ວຍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນສາມາດວາງແຜນການເພາະປູກ ເພື່ອໃຫ້ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນແຕ່ລະໆດູການ ໂດຍນຳໃຊ້ເຄື່ອງຫຍອດເມັດແຫ້ງ, ເຕັກນິກການເຮັດຝຸ່ນໝັກ, ຝຸ່ນບົ່ມ ແລະ ຝຸ່ນຊິວະພາບອື່ນໆ ລວມທັງການເຮັດນ້ຳໝັກຊິວະພາບເພື່ອປາບສັດຕູພືດແມງໄມ້ຕ່າງໆ ເພື່ອຫຼຸດຜ່ອນຜົນເສຍຫາຍທີ່ເກີດຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ນອກຈາກນີ້ຍັງໄດ້ໃຫ້ຄວາມຮູ້ ແລະ ຍັງໄດ້ຝືກວິທີການເກັບນ້ຳຝົນ ແລະ ວັດແທກປະລິມານນ້ຳຝົນ, ການນຳໃຊ້ເຄື່ອງມືທົດລອງຄຸນນະພາບດິນ, ທົດລອງຄວາມຕ້ອງການທາດອາຫານໃນດິນນຳອີກ.