National Agriculture and Forestry Research Institute

aciar001

ໃນລະຫວ່າງວັນທີ 4 ພືດສະພາ 2018 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການຄົ້ນຄວ້າການຕະຫຼາດ, ການຈັດການຫຼັງເກັບກ່ຽວ ແລະ ຜະລິດພືດຜັກແບບອຸດສາຫະກໍາ (ACIAR) ໄດ້ເປີດຝຶກອົບຮົມໃນຫົວຂໍ້ ເຕັກນິກການປູກພືດຜັກໃນລະບົບເຮືອນຮົ່ມ ຂຶ້ນທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 33 ທ່ານ ຊຶ່ງມາຈາກ 5 ພາກສ່ວນ ເຊັ່ນ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຊາວກະສິກອນຈາກເມືອງຫາດຊາຍຟອງ, ໂຮງຮຽນເຕັກນິກກະສິກໍາດົງຄໍາຊ້າງ, ໂຮງຮຽນເຕັກນີກກະສິກໍາແຂວງວຽງຈັນ ແລະ ໂຮງຮຽນເຕັກນິກວິຊາຊີບແຂວງບໍລິຄໍາໄຊ.
ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອ: 1). ເພື່ອປັບປຸງ ແລະ ພັດທະນາຂີດຄວາມສາມາດທາງດ້ານເຕັກນນິກການປູກຜັກໃນລະບົບເຮືອນຮົ່ມ ໃຫ້ແກ່ພະນັກງານວິຊາການ, ນັກສຶກສາ ແລະ ຊາວກະສິກອນຜູ້ປະຕິ ບັດໂຕຈິງ. 2). ເພື່ອຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າດ້ານເຕັກນິກການປູກພືດຜັກໃນລະບົບເຮືອນຮົ່ມໃຫ້ລົງເຖິງພາກສ່ວນທີ່ຈັດຕັ້ງປະຕິບັດໂຕຈິງ.
ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມສໍາຄັນເປັນພິດເສດ ເນື່ອງຈາກວ່າເປັນການເປີດໃຫ້ມີໂອກາດໃຫ້ມີການເຜີຍແພ່, ການຮຽນຮູ້, ແລະ ຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າທາງດ້ານເຕັກນິກການຜະລິດພືດຜັກ ໃຫ້ລົງຊູ້ພາກສ່ວນທີ່ທໍາການຈັດຕັ້ງປະຕິບັດໂຕຈິງ ແລະ ໃນກອງປະຊຸມຍັງໄດ້ໃຫ້ໂອກາດນັກສໍາມະນາກອນໄດ້ມີໂອກາດສົນທະນາ ແລະ ແລກປ່ຽນບົດຮຽນທາງດ້ານປະສົບການໂຕຈິງໃນພາກສະໜາມ. ການດໍາເນີນການຝຶກອົບຮົມແມ່ນໄດ້ແບ່ງເປັນ 2 ພາກ ເຊັ່ນ: ພາກການນໍາສະເໜີແບບ Power Point ແລະ ການລົງຢ້ຽມຢາມໃນພື້ນທີ່ການຄົ້ນຄວ້າທົດລອງໂຕຈິງ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການປະເມີນຜົນຂອງການດໍາເນີນການຝຶກອົບຮົມ ໂດຍໃຊ້ຮູບແບບການປະເມີນແບບ (ORID) ຊຶ່ງເປັນການປະເມີນຜົນໃນເຊີງຄຸນນະພາບໂດຍໄດ້ເນັ້ນໃສ່ 4 ປະເດັ່ນຄື: ຈຸດປະສົງ (Objective), ສິງສະທອນກັບ (Reaction), ຄວາມເຂົ້າໃຈ ແລະ ອະທິບາຍໄດ້ (Interpretive) ແລະ ການນໍາໄປໃຊ້ (Decision).
ຜົນໄດ້ຮັບຜ່ານການຝຶກອົບ ໃນໄລຍະ 1 ວັນ ໄດ້ຮຽນຮູ້ກ່ຽວ ຜົນໄດ້ຮັບຈາກການປູກພືດຜັກໃນເຮືອນຮົ່ມ ນອກຈາກນັ້ນ, ຍັງເຂົ້າໃຈໄດ້ເຖີງພາບການຜະລິດ ແລະ ບັນຫາຂອງການຜະລິດພືດຜັກ ເຊັ່ນ: ສະພາບການປ່ຽນແປງດິນຟ້າອາກາດແມ່ນສົ່ງຜົນໂດຍທາງກົງ ແລະ ທາງອ້ອມຕໍ່ການຜະລິດພືດຜັກເຮັດໃຫ້ການຜະລິດບໍ່ມີປະສິດທິພາບທາງດ້ານປະລິມານ ແລະ ຄຸນນະພາບ ເນື່ອງຈາກການຜະລິດສ່ວນໃຫ່ຍຂອງຊາວກະສິກອນລາວຍັງເປັນແບບທໍາມະຊາດ ແລະ ເຄິ່ງທໍາມະຊາດ, ການຜະລິດພືດຜັກຂອງຊາວກະສິກອນລາວຍັງມີຕົ້ນທຶນທີ່ຂ້ອນຂ້າງສູງເມື່ອທຽບໃສບັນດາປະເທດອ້ອມຂ້າງ ເຊັ່ນ: ປະເທດໄທ, ຕົ້ນທຶນທີ່ສູງນັ້ນແມ່ນເກີດມາຈາກຄ່າແຮງງານ ເຊີ່ງກວມເອົາຫຼາຍກວ່າ 50 % ຂອງຕົ້ນທຶນການຜະລິດທັງໝົດ, ບັນຫາດັງກ່າວນີ້ແມ່ນສົ່ງຜົນໃຫ້ການແຂ່ງຂັນທາງດ້ານການຕະຫຼາດຫຼຸດລົງ, ການຈັດການປູກພືດຜັກໃນປັດຈຸບັນ ຂອງຊາວກະສິກອນແມ່ນຍັງນໍາໃຊ້ເຕັກນິກແບບປະຖົມປະຖານຕາມຄວາມຊິນເຄີຍເຊີ່ງສົ່ງຜົນຕໍ່ປະລິມານ, ຄຸນນະພາບ ແລະ ຄວາມປອດໄພທາງດ້ານຜະລິດຕະພັນພືດຜັກ, ການຕອບສະໜອງຂອງຜະລິດຕະພັນພືດຜັກແມ່ນບໍ່ມີຄວາມດຸນດ່ຽງໃນແຕ່ລະຊ່ວງ ເຊັ່ນ: ຊ່ວງລະດູແລ້ງປະລິມານພືດຜັກໃນຕະຫຼາດຈະຫຼາຍເກີນຄວາມຕ້ອງການ ແຕ່ກົງກັນຂ້າມໃນຊ່ວງລະດູຝົນປະລິມານຜັກໃນຕະຫຼາດຈະມີໜ້ອຍບໍ່ພຽງພໍກັບຄວາມຕ້ອງການ ເຊີ່ງສົ່ງຜົນໃຫ້ລາຄາພືດຜັກມີການປ່ຽນແປງສູງ ເພາະລາຄາພືດຜັກໃນຕະຫຼາດຂອງ ສປປ ລາວ ແມ່ນຂຶ້ນກັບປະລິມານພືດຜັກໃນຕະຫຼາດແຕ່ລະວັນແຕ່ລະຊ່ວງ ເຊີ່ງແມ່ຄ້າຈະເປັນຜູ້ກໍານົດເອງ.
ບົດຮຽນທີ່ຖອດຖອນໄດ້ຄື: ການປູກພືດຜັກໃນລະບົບເຮືອນຮົມ ໂດຍສະເພາະໃນຊ່ວງລະດູຝົນ ຊຶ່ງເປັນທາງເລືອກທີ່ສໍາຄັນໃນການຍົກສູງທາງດ້ານປະລິມານ, ຄຸນນະພາບຂອງຜົນຜະລິດ, ລາຍຮັບຕໍ່ຫົວໜ່ວຍພື້ນທີ່ການປູກ ແລະ ມີຄວາມປອດໄພທາງດ້ານສະບຽງອາຫານທີ່ສູງຂຶ້ນ ແລະ ການຈັດການລະບົບການໃຫ້ນໍ້າເປັນທາງອອກໜຶ່ງທີ່ດີໃນການຫຼຸດຕົ້ນທຶນການຜະລິດໂດຍສະເພາະຕົ້ນທຶນທີ່ເກີດຈາກຄ່າແຮງງານການໃຫ້ນໍ້າ, ລະບົບການໃຫ້ນໍ້າແບບສາຍນໍ້າພຸງສາມາດຫຼຸດຕົ້ນທຶນທີ່ເກີດຈາກຄ່າແຮງງານການໃຫ້ນໍ້າໄດ້ເຖິງ 20 ເປີເຊັນ ຫຼື ປະມານ 7 ເປີເຊັນ ຂອງຄ່າແຮງງານທັງໝົດໃນການຜະລິດພືດຜັກໃນເນື້ອທີ່ 1600 ຕາແມັດ.

aciar002

ຮຽບຮຽງໂດຍ: ສັກສະຫຍາມ ພະນົມສຸກ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ