National Agriculture and Forestry Research Institute

ສູນຄົ້ນຄ້ວາການປະມົງ ແມ່ນໄດ້ເລີ້ມສຶກສາ ຊິວະນາໆພັນ ປາໃນແມ່ນໍ້າຂອງ ແລະ ສາຂາ ດ້ວຍວິທີການເກັບກຳຂໍ້ມູນ ຕິດຕາມການຫາປາ (Fish Abundance and Diversity Monitoring) ຕາມແມ່ນ້ໍາຂອງ ແລະ ແມ່ນ້ໍາສາຂາ ຢູ່ ສປປ ລາວ ເລີ້ມແຕ່ປີ 2000 ເປັນຕົ້ນມາ ໂດຍໃນເບື້ອງຕົ້ນໄດ້ຮັບທືນສະໜັບສະໜູນຈາກ ກອງເລຂາຄະນະກໍາມະການແມ່ນໍ້າຂອງສາກົນ (MRCs). ສະເພາະການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວແຕ່ປີ 2017-2021, ໂດຍ MRCs ມີແຜນການຈະມອບໂອນ ໂຄງການດັ່ງກ່າວໃຫ້ລັດຖະບານເປັນຜູ້ສືບຕໍ່ ທາງດ້ານງົບປະມານ ຊຶ່ງຈະຄ່ອຍໆຕັດງົບປະມານລົງ ເທື່ອລະ 20% ຈົນຮອດປີ 2021 ແມ່ນຈະມອບໃຫ້ພາກລັດຖະບານ ສປປ ລາວ ເປັນຜູ້ຮັບຜິດຊອບ ທາງດ້ານຄ່າໃຊ້ຈ່າຍ 100%. ຊຶ່ງໃນໄລຍະຜ່ານມາກໍໄດ້ມີການຈັດຕັ້ງປະຕິ ການຝຶກອົບເຕັກນິກ ວິທີ່ການເກັບກໍາຂໍ້ມູນ ແລະ ບັນທຶກຂໍ້ມູນ ໃຫ້ພະນັກງານວິຊາການຂັ້ນແຂວງ ແລະ ເມືອງ ທີ່ກ່ຽວຂ້ອງໃນບັນດາແຂວງເປົ້າໝາຍໄປແລ້ວໃນ ສົກປີ 2017.

ຮູບ 1: ຝຶກອົບຮົມວິທີການຊັ່ງນໍ້າໜັກ ແລະ ແທກປາ ເພື່ອຈົດເຂົ້າແບບຟອມບັນທຶກການຫາປາ
mrcs01
ການສຶກສາເກັບກໍາຂໍ້ມູນຄັ້ງນີ້ ແມ່ນຮູ້ໄດ້ເຖິງຊະນິດປາແມ່ນໍ້າຂອງ ແລະ ແມ່ນ້ໍາສາຂາ, ປະລິມານການຈັບປາຢູ່ແຕ່ຈຸດທີ່ເກັບຂໍ້ມູນໃນຊ້ວງລະດູການ, ຊະນິດປາເຄືອນຍ້າຍໃນແຕ່ລະໆດູການ ແລະ ລາຄ່າປາແຕ່ລະຊະນິດໃນຊ້ວງລະດູການ ຊຶ່ງວິທີ່ການເກັບແມ່ນຊາວປະມົງຫຼືຜູ້ຫາປາຕົວຈິ່ງ ເປັນຜູ້ບັນທຶກຂໍມູນໃສ່ແບບຝອມແຕ່ລະວັນ ທີ່ໄດ້ໄປຫາປາຊຶ່ງຂໍ້ມູນສ່ວນໃຫຍ່ຂະແມ່ນ ວັນທີ ແລະ ເວລາໄປຫາປາ, ສະຖານທີ, ປະລະມານປາທີ່ຫາໄດ້ທັງໝົດ, ສະພາບດີນຟ້າອາກາດ ແລະ ປະລິມານນ້ໍາຂອງມື້ໄປຫາ, ເຄືອງມື້ຫາປາທີ່ນໍາໃຊ້, ຊະນິດທີ່ຫາໄດ້, ນໍ້າໜັກ, ລວງຍາວ ແລະ ລາຄ່າຂອງປາແຕ່ລະຊະນິດ ເປັນຕົ້ນ ຫຼັງຈາກໄດ້ຂໍ້ມູນມາແລ້ວ ແມ່ນວິຊາການຈາກສູນຄົ້ນຄວ້າການປະມົງ ໄດ້ນຳເຂົາຖານຂໍ້ມູນໂດຍໃຊ້ ໂປຼແກມ Microsoft Access ເປັນຖານເກັບຮັກສາຂໍ້ມູນເພື່ອນຳໄປວິເຄາະໃນຕໍ່ໄປ.
ສະຖານທີ່ໆໄດ້ເກັບກຳຂໍ້ມູນ ແມ່ນມີທັງໝົດ 15 ຈຸດ (ຮູບ 1) ໃນ 9 ແຂວງ, 11 ເມືອງ, 15 ບ້ານ, 45 ຄົນ ທີ່ຊ່ວຍບັນທຶກຂໍ້ມູນ ໃນ ແມ່ນ້ໍາຂອງ ແລະ ສາຂາ. ຊຶ່ງລາຍລະອຽດທັງ 3 ພາກ ແມ່ນແຂວງພາກເໜືອ ມີ 4 ແຂວງ: ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາ ແລະ ໄຊຍະບູລີ, ແຂວງພາກກາງ ມີ 2 ແຂວງ ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄໍາໄຊ; ແຂວງພາກໃຕ້ ມີ 3 ແຂວງ ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື.
ຂໍ້ມູນທີ່ໄດ້ຈາກການສືກສາຄັ້ງນີ້ ນອກຈາກຈະເປັນຂໍ້ມູນພື້ນຖານ ໃຫ້ແກ່ວຽກງານວາງແຜນການຄຸ້ມຄອງ ແລະນໍາໃຊ້ ຊັບພະຍາກອນປາທໍາມະຊາດໃຫ້ມີຄວາມຍືນຍົງແລ້ວ ຍັງເປັນການຊອກຫາຊະນິດປາພື້ນເມືອງ ທີ່ມີທ່າແຮງ ທີ່ຈະນໍາມາຄົ້ນຄວ້າເພື່ອຂະຫຍາຍພັນ ໃຫ້ແກ່ຊາວກະສິກອນນໍາໄປລ້ຽງ ແລະ ຜະລິດແນວພັນປ່ອຍລົງຄືນແຫລ່ງນໍ້າທໍາມະຊາດ ເພື່ອຮັກສາຄວາມຫລາກຫລາຍທາງດ້ານຊິວະນາໆພັນ ຂອງປາພື້ນເມືອງ ໃນແມ່ນໍ້າຂອງ ແລະສາຂາ ໃຫ້ຍືນຍົງຕໍ່ໄປໃນອານາຄົດອີກດ້ວຍ.
ຮຸບ 2: ເຂດເກັບກໍາຂໍ້ມຸນຕິດຕາມການຫາປາ

mrcs02

ໂດຍ: ສະເຫຼີມພອນ ຈັນທະວົງ ແລະ ປອ. ກາວີພອນ ພຸດທະວົງ, ສູນຄົ້ນຄວ້າການປະມົງ