National Agriculture and Forestry Research Institute

dsc_077024140252

ໃນຕອນບ່າຍ ຂອງວັນທີ 22 ພະຈິກ 2017 ຜ່ານມານີ້ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໃນການລົງຢ້ຽມຢາມ ຂອງພະນະທ່ານ ນາຍົກ ໃນຄັ້ງຄັ້ງນີ້ ໄດ້ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ຫຼ່ຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ, ນອກນີ້ ຍັງມີ ບັນດາຫົວໜ້າ ສະຖາບັນ ພ້ອມດ້ວຍຄະນະ, ຫົວໜ້າກົມ, ຮອງກົມ, ຫົວໜ້າ ສູນຄົ້ນຄວ້າ ທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງ, ວິຊາການ, ນັກຄົ້ນຄວ້າໜຸ່ມນ້ອຍ ຈຳນວນຫຼວງຫຼາຍ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນການຢ້ຽມຢາມ ຂອງພະນະທ່ານ ນາຍົກລັດຖະມົນຕີ ໃນຄັ້ງນີ້ ໄດ້ເປັນນິມິດ   ໝາຍອັນດີໃຫ້ແກ່ຂະແໜງກະສິກຳ  ແລະ ປ່າໄມ້, ເຊິ່ງເປັນການຊຸກຍູ້ສົ່ງເສີມ, ປຸກລະດົມຂົນຂວາຍ, ຕິດຕາມກວດກາ ສ້າງຂວັນກຳລັງໃຈໃຫ້ແກ່ຂັ້ນນຳ ພັກ-ລັດ ກະຊວງ, ສະຖາບັນ, ກົມຕ່າງໆ ແລະ ພະນັກງານວິຊາການ ວິຊາການ  ເວົ້າລວມ, ເວົ້າສະເພາະ ກໍ່ຄືພະນັກງານວິຊາການ ສູນຄົ້ນຄວ້າເຂົ້າ ກໍ່ຄືການນຳ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອເຮັດໃຫ້ວຽກງານຄົ້ນຄວ້າກະສິກຳເປັນເສົາຫຼັກ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ພະນະທ່ານ ນາຍົກ ຍັງໄດ້ລົງຢ້ຽມພາກສະໜາມ ເຊັ່ນ: ເນື້ອທີ່ການປູກເຂົ້າ, ສາລີ, ຖົ່ວ, ພືດໃຫ້ຫົວ, ພື້ນທີ່ການຜະລິດເມັດພັນທີ່ນຳໃຊ້ກົນຈັກ, ທະນາຄານເຊື້ອພັນພືດ, ຫ້ອງທົດລອງຕ່າງໆ ແລະໂຮງງານປຸງແຕ່ງເມັດພັນ.