National Agriculture and Forestry Research Institute

display-booth2display-booth

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ 2017 ຕິດພັນກັບວັນເດັກນ້ອຍສາກົນ. ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ມີງານຈັດວາງສະແດງເບັ້ຍໄມ້ ທີ່ໄດຈັດຂື້ນທີ່ ສູນການຄ້າລາວ-ໄອເຕັກ ເລີ້ມແຕ່ວັນທີ 29 ພຶດສະພາ – 04 ມິຖຸນາ 2017. ໃນງານວາງສະແດງ ແລະ ຈຳໜ່າຍເບັ້ຍໄມ້ ໄດ້ມີຫຼາຍພາກສ່ວນຖືກເຊື້ອເຊີນເຂົ້າຮ່ວມ ຈາກທັງພາກລັດ ແລະ ເອກະຊົນ,ຊຶ່ງລວມມີ ບັນດາກົມອ້ອມຂ້າງກະຊວງ, ສະຖາບັນ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ.

ໃນພິທີເປີດງານດັ່ງກ່າວ ໄດ້ໃຫ້ກຽດເປີດງານໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕິ ແຫ່ງ ສປປ ລາວ ພອ້ມດວ້ຍ ລັດຖະມົນກຕີ ກະຊວງ ກະສິກຳ ປ່າໄມ້, ກະຊວງ ການຄ້າ ແລະ ອຸດສະຫະກຳ ແລະ ການນໍາ ຈາກ ກົມ ແລະ ຖາບັນຕ່າງໆ ເຂົ້າຮວ່ມ. ສະເພາະ ສູນຄົ້ນຄວ້າວິທະຍາສາດປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ໄດ້ນຳເບັ້ຽໄມ້ ເຂົ້າຮ່ວມສະແດງ ແລະ ຈຳໜ່າຍ ໃນຄັ້ງນີ້ແມ່ນມີ 19 ຊະນິດ, ທັງໝົດແມ່ນ 1,500 ເບັ້ຍ  ເພື່ອມາວາງສະແດງ ແລະ ຈຳໜ່າຍ. ພອ້ມນັ້ນ ທາງສູນ ໄດ້ນຳເອົາບັນດາເອກະສານ ເຕັກນິກ ການປູກປູກ ແລະ ແຜນພັບ ວິຊາການກ່ຽວກັບປ່າໄມ້ເຂົ້າວາງສະແດງ ແລະ ແຈກຢາຍຈຳນວນໜຶ່ງ. ພາຍໃນງານໄດ້ດຳເນີນໄປຢ່າງຟົດຟື້ນໂດຍມີຫຼາຍພາກສ່ວນທີ່ສົນໃຈກ່ຽວກັບເຕັກນິກການຜະລິດເບັ້ຍໄມ້ ແລະ ຊື້ເບັ້ຍໄມ້ໄປປູກເພື່ອສ້າງຂະບວນການໃນວັນປູກຕົ້ນໄມ້ແຫ່ງຊາດ. ນອກຈາກນັ້ນ, ທາງສູນຍັງໄດ້ປະກອບສວ່ນເບັ້ຽໄມ້ ຈຳນວນ 1500 ເບັ້ຽໄປປູກທີ່ ວິທະຍາ ຄານປອ້ງກັນຊາດ ໄກສອນພົມວິຫານ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ.

ໃນໄລຍະຜ່ານມາສູນຄົ້ນຄວ້າວິທະຍາສາດປ່າໄມ້ ໄດ້ມີການຜະລິດເບັ້ຍໄມ້ຢ່າງເປັນຈໍານວນຫຼວງຫຼາຍເພື່ອຕອບສະໜອງໃນການປູກໄມ້ ແລະ ຟື້ນຟູປ່າໄມ້ໃນແຕ່ລະປີ. ໃນຊວງປີ 1999 – 2003 ຜະລິດເບັ້ຍໄມ້ໄດ້ຈໍານວນ 1,980,000 ເບັ້ຍ, ປີ 2004 – 2008 ຜະລິດໄດ້ຈໍານວນ 2,051,000 ເບັ້ຍ, 2009 – 2014 ຜະລິດໄດ້ຈໍານວນ 724,921 ເບັ້ຍ ແລະ ປີ 2014 – 2015  ຜະລິດເບັ້ຍໄມ້ໄດ້ 80,000 ເບັ້ຍ, ຕົກມາຮອດປີ 2016 – 2017 ສູນຄົ້ນຄວ້າວິທະຍາສາດປ່າໄມ້ໄດ້ສຸມໃສ່ວຽກງານການຜະລິດເບັ້ຍໄມ້ໃຫ້ໄດ້ຕາມຄາດ ໝາຍທີ່ວາງໄວ້ຈໍານວນ 100,000 ເບັ້ຍ ປະຈຸບັນສາມາດຜະລິດໄດ້ 90,000 ເບັ້ຍ ທຽບເທົ່າ 90% ອີງຕາມແຜນຜະລິດເບັ້ຍໄມ້ປະຈຳປີ 2017 ແລະ ຍັງສຶບຕໍ່ຜະລິດຜະລິດເບັ້ຍໄມ້ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ໃຫ້ສຳເລັດເພື່ອຕອບສະໜອງເບັ້ຍໄມ້ໃຫ້ແກ່ສັງຄົມໃຫ້ຖ່ວງທັນກັບລະດູການປູກໄມ້ ແລະ ປະກອບສ່ວນໃນເພີ້ມອັດຕາການປົກຫຸ້ມຂອງປ່າໄມ້ໃນອານາຄົດ.