ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງຊຸກຍູ້ວຽກງານການຄົ້ນຄວ້າທົດລອງ ຢູ່ທີສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໜອງແຕ່ງ

15994861_1863629750538415_3087611856830751317_o15965167_10154867410624299_5108597618796263158_n

ວັນທີ່ 11/1/2017 ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງຊຸກຍູ້ວຽກງານການຄົ້ນຄວ້າທົດລອງ ຢູ່ທີສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໜອງແຕ່ງ ເປັນກຽດຕ້ອນຮັບໂດຍ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ. ຫົວໜ້າສູນ, ຮອງຫົວໜ້າສູນ ແລະ ພ້ອມດ້ວຍອ້າຍນ້ອງພະນັກງານພາຍໃນສູນ. ໂອກາດດັ່ງກ່າວທາງຫົວໜ້າສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມຂອງສູນ ທີມີໜ້າທີ່ຄົ້ນຄວ້າທາງດ້ານແນວພັນສັດ ເພື່ອສະໜອງໃຫ້ແກ່ຊາວກະສິກອນ ເປັນຕົ້ນ: ແນວພັນງົວ, ໝູ, ສັດປີກ, ສັດນ້ຳ ແລະ ບັນດາແນວພັນສັດຕ່າງໆ. ນອກນີ້, ຍັງໄດ້ລາຍງານກ່ຽວກັບ ລະບົບໂຄງຮ່າງການຈັດຕັ້ງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບາງບັນຫາທີ່ຍັງຄົງຄ້າງ. ພ້ອມດຽວກັນນີ້້ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍສະເໜີໃຫ້ການນໍາຂອງສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ ກໍ່ຄືການນໍາຂອງສູນ ຈົ່ງໄດ້ສືບຕໍ່ແກ້ໄຂບັນຫາທີ່ເປັນຈຸດບົກຜ່ອງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນ ເອົາໃຈໃສ່ໃນການຄົ້ນຄວ້າແນວພັນສັດ ແລະ ສືບຕໍ່ຍົກລະດັບ ວິທີການການຄົ້ນຄວ້າຂື້ນຕື່ມ ເພື່ອໃຫ້ສາມາດຕອບສະໜອງດ້ານແນວພັນສັດຕ່າງໆ ໃຫ້ໄດ້ຫຼາຍຂື້ນ ແລະ ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຊຶ່ງໃນປະຈຸບັນ ແມ່ນ ປະຊາຊົນຊາວກະສິກອນໄດ້ໃຫ້ຄວາມສຳຄັນໃນການນຳໃຊ້ແນວພັນເຂົ້າໃນການຜະລິດກະສິກຳຫລາຍຂຶ້ນ ຊຶງມັນເປັນທ່າແຮງໃນການສະໜັບໜູນວຽກງານການຄໍ້າປະກັນສະບຽງອາຫານ ແລະການຜະລິດເປັນສິນຄ້າ ທີທາງກະຊວງເຮົາໄດ້ກຳໜົດໄວ້.

ຂຽນຂ່າວໂດຍ: ກົມແກ້ວ ສີບຸນຫວັງ
ກວດແກ້ໂດຍ: ທ່ານ ມະໂນລັກ ບຸນສີຫາລາດ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com