ກອງປະຊຸມສຳມະນາວ່າດ້ວຍ ບັນຫາ ແລະ ກາລະໂອກາດ ການປູກຢາງພາລາ 26 ທັນວາ 2016 ນະຄອນຫຼວງວຽງຈັນ ສປປລາວ

15665851_559156284294101_5810697850460948567_n15698008_559156264294103_7874468033712711628_n

ຂໍ່ານັບຊົມເຊີຍ “ກອງປະຊຸມສຳມະນາວ່າດ້ວຍ ບັນຫາ ແລະ ກາລະໂອກາດ ການປູກຢາງພາລາ” – at 26 ທັນວາ 2016 ນະຄອນຫຼວງວຽງຈັນ ສປປລາວ
(1) ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສໍາມະນາບັນຫາ ແລະ ກາລະໂອກາດ ຢາງພາລາລາວ ພາຍໃຕ້ການເປັນປະທານຂອງທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ຊື ຊົງຮົວ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ ພັດທະນາກະສິກໍາ ຢຸນນານ ສປປ ຈີນ ປະຈຳລາວ, ທ່ານ ວິໄລວັນ ພົມເຂ ປະທານສະມາຄົມຢາງພາລາລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ;
(2) ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາບັນຫາກ່ຽວກັບຜູ້ປະກອບການ ແລະ ຊາວສ່ວນຢາງພາລາ ທີ່ພວມປະເຊີນຢູ່ໃນປັດຈຸບັນ ເປັນຕົ້ນແມ່ນລາຄາຢາງຕົກຕໍ່າ, ຂີດ ຫຼື ກີດຢາງອອກມາແລ້ວຂາຍບໍ່ອອກ, ຕະຫຼາດຮອງຮັບບໍ່ໝັ້ນທ່ຽງ, ຊາວສວນຢາງເກີດມີແນວຄິດຄອນແຄນ ມີທ່າອ່ຽງການຫັນປ່ຽນເນື້ອທີ່ດິນສວນໄປປູກພືດອື່ນໆຫຼາຍຂຶ້ນເຊັ່ນ: ປູກກ້ວຍ, ໝາກໜອດ ແລະອື່ນໆ;
(3) ໃນກອງປະຊຸມສໍາມະນາໃນຄັ້ງນີ້ ພ້ອມກັນປຶກສາຫາລື ກາລະໂອກາດທ່າອ່ຽງລວມຂອງຕະຫຼາດ ແລະ ລາຄາຢາງພາລາໃນພາກພື້ນ ແລະ ສາກົນ ລວມທັງວິທີການແກ້ໄຂໃນສະເພາະໜ້າ ແລະ ຍາວນານ;
(4) ປະຈຸບັນ ມີໂຮງງານປຸງແຕ່ງຢາງພາລາທີ່ຂຶ້ນທະບຽນທາງການມີທັງໝົດ 24 ແຫ່ງ, ເນື້ອທີ່ປູກທົ່ວປະເທດມີ 2,82 ແສນເຮັກຕາ, ໃນນີ້ຮູບແບບສໍາປະທານກວມເອົາ 46% ເນື້ອທີ່ສາມາດປາດຢາງໄດ້ໃນປີ 2016 ມີປະມານ 1,98 ແສນເຮັກຕາ, ໃນນີ້ ພາກເໜືອ 1,17 ແສນເຮັກຕາ, ພາກກາງ ມີ 38.000 ເຮັກຕາ ແລະ ພາກໃຕ້ມີ 48.000 ເຮັກຕາ;
(5) ຖ້າວ່າປະຊາຊົນຫາກໄດ້ປາດຢາງທັງໝົດທຸກຕົ້ນໃນເນື້ອທີ່ 1,17 ແສນເຮັກຕາ ຈະສາມາດໄດ້ຜົນຜະລິດຢາງພາລາປະມານ 309.150 ໂຕນ, ເນື່ອງຈາກວ່າ ປະຈຸບັນ ບັນຫາຢາງພາລາຢູ່ຕະຫຼາດ ແລະ ລາຄາຂອງຢາງພາລານີ້ ບໍ່ສະເພາະແຕ່ເປັນບັນຫາ ໃນ ສປປລາວ ເທົ່ານັ້ນ, ແຕ່ມັນຍັງເປັນບັນຫາ ຂອງພາກພື້ນ ແລະ ໃນໂລກອີກດ້ວຍ;
(6) ສະນັ້ນ, ກອງປະຊຸມໃນຄັ້ງນີ້ ຈຶ່ງໄດ້ເຊື່ອເຊີນເອົານັກຊ່ຽວຊານ, ນັກຄົ້ນຄວ້າ, ຜູ້ວາງນະໂຍບາຍ ແລະ ນັກທຸລະກິດທີ່ມີບົດຮຽນ ມີປະສົບການ ຈາກ ສປ ຈີນ ມາອະທິບາຍໃຫ້ຄວາມກ່ຽວກັບຢາງພາລາ;
(7) ຄຽງຄູກັບທ່າແຮງ ໃນການປູກຢາງພາລາ ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ຮັບການແກ້ໄຂໃຫ້ຂາດຕົວໄປ ເປັນຕົ້ນແມ່ນ:
1. ບັນຫາດ້ານຕະຫຼາດ ແລະ ລາຄາ,
2. ບັນຫາສີມືແຮງງານ,
3. ບັນຫາດ້ານປັບປຸງກໍາລັງການຜະລິດ, ດ້ານເຕັກນິກ, ມາດຖານຄຸນນະພາບຜົນຜະລິດ ແລະ ສະພາບແວດລ້ອມ;
(8) ຕ້ອງໄດ້ເອົາໃຈໃສ່ພັດທະນາວຽກງານໃນຂົງເຂດຢາງພາລາ ຢ່າງຄົບວົງຈອນ ແລະ ເອົາຈິງເອົາຈັງ

15698324_559156294294100_3244888368418417765_n15726479_559156270960769_5695310656116983003_n

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com