ກອງປະຊຸມວິຊາການ ສ້າງແຜນດຳເນີນງານການສົ່ງເສີມພັດທະນາການຜະລິດງົວເປັນສິນຄ້າແບບມີສ່ວນຮ່ວມ

_MG_9559 _MG_9466

ໃນລະຫວາ່ງວັນທີ 28-29 ມິຖຸນາ 2023, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດເຝິກອົບຮົມໃນຫົວຂໍ້ “ສ້າງແຜນດຳເນີນງານນະໂຍບາຍການຜະລິດງົວເປັນສິນຄ້າແບບມີສ່ວນຮ່ວມ” ຈັດຂຶ້ນທີ່ ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ. ໂດຍການເປັນປະທານຮ່ວມຂອງທ່ານ ຈັນພະສຸກ ຕາມທະພອນ ຫົວໜ້າສູນຄົ້ນຄວ້າເສດຖະກິດພັດທະນາຊົນນະບົດ ແລະ ກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ ແລະ ທ່ານ ສົມສະໝອນ ພະລິຈັນ, ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ຊຽງຂວາງ, ໂດຍໄດ້ຮັບກຽດເປັນຄູຝຶກຂອງທ່ານ ນາງ ພິໄລລັກ ພິໄຊວັດ, ຜູ້ຊ່ວຍກຳມະການ, ຜູ້ຈັດການ ບໍລິສັດຊີພີ, ປະເທດໄທ.ມີທ່ານ ປອ ພອນວິໄລ ສີນະວົງ, ຮອງຫົວຫົວໜ້າພະແນກບໍລິຫານ ແລະ ແຜນການ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາງໜ້າຈາກ ກົມລ້ຽງສັດ ແລະ ການປະມົງ , ອາຈານ ທີ່ມາຈາກ ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກ ກະຊວງອຸດສະຫະກຳ ແລະ ການຄ້າ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາກາຍ ແຂວງຄຳມ່ວນ, ມີນັກຄົ້ນຄວ້າພ້ອມດ້ວຍພະນັກງານວິຊາການຈາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕົວແທນຈາກ ຟາມງົວ ບຸດພິລາ, ແລະ ຟາມຕ່າງໆພາຍໃນແຂວງ ຊຽງຂວາງ, ພ້ອມດ້ວຍ ຜູ້ຕາງໜ້າ ຊາວກະສິກຳກອນຜູ້ລ້ຽງງົວ, ພໍ່ຄ້າ ຊາວຂາຍ ຕ່າງໆ, ທີມງານຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ ຊຽງຂວາງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງແມ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາທຸກພາກສ່ວນທີ່ກ່ຽວຂ້ອງໃນການຜະລິດງົວເປັນສິນຄ້າໃຫ້ມີຄວາມເຂົ້າໃຈໃນການເບິ່ງບັນຫາ, ໃຫ້ຜູ້ເຂົ້າຮ່ວມສາມາດນຳໃຊໃນການປະຕິບັດຕົວຈິງຂຽນແຜນດຳເນີນງານໂດຍສະເພາະແມ່ນການຜະລິດງົວເປັນສິນຄ້າ.

ເຊິ່ງທ່ານ ຈັນພະສຸກ ຕາມທະພອນ ໄດ້ກ່າວໃນກອງປະຊຸມວ່າ: ກອງປະຊຸມວິຊາການໃນຄັ້ງນີ້, ແມ່ນມີຄວາມສໍາຄັນຫຼາຍ ໃນການສ້າງຄວາມເຂັ້ມແຂງ ແລະ ສ້າງຄວາມຮູ້ ໃນການນຳໃຊ້ເຄື່ອງມືໃນການສຶກສາຕ່ອງໂສ້ມູນຄ່າ ເພື່ອເພີ້ມຂີດຄວາມສາມາດໃນການວິເຄາະຕ່ອງໂສ້ມູນຄ່າ ໃຫ້ແກ່ທຸກທ່ານ ທຸກພາກສ່ວນ ທີ່ໄດ້ເຂົ້າມາຮ່ວມໃນຄັ້ງນີ້ , ດັ່ງນັ້ນ, ໃນມື້ນີ້ທາງສະຖາບັນ ຈື່ງໄດ້ເຊື້ອເຊີນເອົາບັນດາທ່ານ ທີ່ມາຈາກທີ່ມາຈາກພາກສ່ວນຕ່າງໆໄດ້ເຂົ້າມາມີໂອກາດຮັບຟັງ, ແລກປ່ຽນບົດຮຽນ ແລະ ປະສົບການໃນຄັ້ງນີ້.

ນອກຈາກນີ້, ບັນດາຂໍ້ມູນ ແລະ ບົດຮຽນຕ່າງໆທີ່ພວກເຮົາຈະໄດ້ຮ່ວມກັນສົນທະນາ ແລະ ປຶກສາຫາລື ແມ່ນຈະໄດ້ນໍາໄປໃຊ້ເພື່ອຮ່າງ ແຜນດໍາເນີນງານນະໂຍບາຍການຜະລິດກະສິກໍາເປັນສິນຄ້າ: ເຂົ້າ, ພືດຜັກ, ງົວ ແລະ ແຜນດໍາເນີນງານນະໂຍບາຍພັດທະນາຊົນນະບົດ.

ກອງປະຊຸມໃນຄັ້ງນີ້ດຳເນີນໄປເປັນເວລາ 2 ມື້ຄື:ມື້ທີ 1 ແມ່ນຈະໄດ້ຮັບຟັງ ການນຳສະເໜີ ກ່ຽວກັບ ມາດຕະຖານການສົ່ງງົວອອກ ໄປຂາຍຕະຫຼາດຈີນ ໂດຍ ທ່ານ ຜູ້ຕ່າງໜ້າຈາກ ກົມລ້ຽງສັດ ແລະ ການປະມົງ, ການແລກປ່ຽນປະສົບການ ການປະສົມພັນທຽມງົວເພື່ອເປັນສິນຄ້າໃຫ້ ຊາວກະສິກອນພາຍໃນ ແລະ ການເພີ່ມນ້ຳໜັກງົວຜ່ານການປັບປຸງພັດທະນາພັນທຸກຳ ໂດຍ ທ່ານ ເຈົ້າຂອງຟາມງົວ ບຸດພິລາ, ການຮັບຟັງ ການນໍາສະເໜີ ສະພາບ ການລ້ຽງ-ຂາຍ ງົວ ຂອງ  ແຂວງ ຊຽງຂວາງ ໂດຍ ທ່ນ ຜູ້ຕາງໜ້າ ຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ ຊຽງຂວາງ, ຫລັງຈາກນັ້ນ ແມ່ນ  ການຝຶກພາກທິດສະດີ ແລະ ປະຕິບັດຕົວຈິງ ການນໍາໃຊ້ເຄື່ອງມື ຕ່ອງໂສ້ມູນຄ່າ  ແລະ ຕ່ອງໂສ້ການສະໜອງວິເຄາະ ແລະ ຊ່ວຍໃນການພັດທະນາການຜະລິດງົວເປັນສິນຄ້າພາຍໃນ ແລະ ສົ່ງອອກ ມື້ທີ 2; ແມ່ນຈະໄດ້ ຮ່ວມກັນ ວິເຄາະວິໄຈ ແລະ ຮ່າງແຜນດໍາເນີນງານການຜະລິດງົວເປັນສິນຄ້າ ພາຍໃນ ແລະ ສົ່ງອອກ.

ຜົນໄດ້ຮັບຂອງກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນສາມາດສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃຫ້ພາກສ່ວນທີ່ກ່ຽວຂ້ອງໃນໂຕ່ງໂສ້ມູນຄ່າອາຫານກະສິກຳ. ນັກສໍາມະນາການທີ່ຖືວ່າເປັນທຸກພາກສ່ວນໃນໂຕ່ງໂສ້ມູນຄ່າສາມາດວິເຄາະໄດ້ ເຖິງໜ້າທີ່ ແລະ ພາລະບົດບາດຂອງຕົນ ວ່າຢູ່ຂອດໃດ ແລະ ມີຄວາມກ່ຽວພັນກັບພາກສ່ວນໃດຢ່າງຈະແຈ້ງ. ໝາກຜົນດັ່ງຖືເປັນໝາກຫົວໃຈສໍາຄັນເພື່ອເພີ່ມປະສິດທິພາບຂອງການເຮັດວຽກຮ່ວມກັນໃນການສົ່ງເສີມພັດທະນາອາຫານຈາກການຜະລິດກະສິກຳ ໃນ ສ ປປ ລາວ.

_MG_9294 _MG_9306 _MG_9362 _MG_9410 _MG_9422 IMG_6945IMG_7061 IMG_7073

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com