ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ຍາມາບັນຈຳກັດ ( ຍີ່ປຸ່ນ)

_MG_7983 _MG_7947

     ໃນວັນທີ 5 ມິຖຸນາ 2023 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(NAFRI) ແລະ ບໍລິສັດ ຢາມາບັນ ຈຳກັດ (Yamabunn Co. Ldt., Japan) ໃຫ້ກຽດລົງນາມເຊັນສັນຍາໂດຍທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ມິດຊຸໂຍຊິ ມັດຊຸມູຣະ ປະທານ ບໍລິສັດ ຢາມາບັນ ຈໍາກັດ ( ຍີ່ປຸ່ນ) (Mr.Mitsuyoshi  Matsumura, President of Yamabunn Co. Ldt., Japan) ມີຮອງຫົວໜ້າສູນ, ນັກຄົ້ນຄວ້າ, ພະນັກງານວິຊາການທີ່ກ່ຽວຂ້ອງ ຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້.

ຈຸດປະສົງ: ເພື່ອຄົ້ນຄວ້າທົດລອງຂະຫຍາຍພັນພືດປ່າທີ່ເປັນສິນຄ້າ (ດ້ວຍການລ້ຽງເນື້້ອເຍື່ອ).

ການລ້ຽງເນື້້ອເຍື່ອພືດ ແມ່ນມີຄວາມສຳຄັນຫລາຍ, ໂດຍສະເພາະພືດປ່າທີ່ຫາຍາກ, ພືດໃກ້ຈະສູນພັນ ແລະ ພືດທີ່ມີທ່າແຮງດ້ານເສດຖະກິດ. ຊຶ່ງການຂະຫຍາຍພັນ ດ້ວຍວິທີການລ້ຽງເນື້ອເຍື່ອນີ້ ຈະໄດ້ພືດທີ່ມີຄວາມສະໝໍ່າສະເໜີ, ປອດເຊື້ອພະຍາດ ແລະ ໄດ້ປະລິມານຕົ້ນພືດຈໍານວນຫລາຍ ໃນໄລຍະເວລາອັນສັ້ນ. ການຮ່ວມມືກັນຄັ້ງນີ້ ນັບວ່າເປັນບາດກ້າວສໍາຄັນອັນໜຶ່່ງ ກ່ຽວກັບການຄົ້ນຄວ້າ ທົດລອງ ຂະຫຍາຍພັນພືດປ່າ ທີ່ມີທ່າແຮງ ເພື່ອພັດທະນາເປັນພືດເພື່ອການຄ້າໃນອານາຄົດ. ຊຶ່ງ ໂຄງການດັ່ງກ່າວນີ ແມ່ນ ຈະໄດ້ຈັດຕັ້ງປະຕິບັດຢູ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ເລີ່ມແຕ່ ເດືອນມິຖຸນາ 2023 ຫາ ເດືອນມິຖຸນາ 2026 (3 ປີ).

_MG_7993 _MG_8000 _MG_7954 _MG_7943

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້: ສຸລິວົງ ກອງມະນີວົງ,ຫົວໜ້າກຸ່ມຄູ້ມຄອງຫ້ອງສະໝຸດ, ຖານຂໍ້ມູນ ແລະ ຮູບແບບການຮຽນຮູ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com