ສູນຄົນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຜ່ານລັກສູກການຝຶກອົບຮົມໃນການຜະລິດພືດຜັກ ແລະ ໄມ້ໃຫ້ໝາກເປັນສິນຄ້າ

WhatsApp Image 2023-06-07 at 10.42.22 (1)

          ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິງຂື້ນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ          ມີບົດບາດເປັນໜ່ວຍວິຊາການ ເຮັດໜ້າທີ່ຄົ້ນຄວ້າທາງດ້ານແນວພັນ, ເຕັກນິກການປູ ແລະ ຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ, ຄົ້ນຄວ້າເຕັກນິກຫຼັງການເກັບກ່ຽວ, IPM, ອິງໃສ່ແຜນ 2 ງານສະໜັບສະໜູນສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໃນແຜນງານທີ (5) ແລະ ແຜນງານທີ (6) ໃນການພັດທະນາລະບົບຂໍ້ມູນຂ່າວສານ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບນັກວິຊາການຂອງສູນ, ແຂວງ, ເມືອງ ແລະ ຊາວກະສິກອນໃນການເພີ່ມຄວາມຮູ້ທາງດ້ານການຜະລິດພືດຜັກ ແລະ ໄມ້ໃຫ້ໝາກໃຫ້ເປັນສີນຄ້າ ເພື່ອຄໍ່າປະກັນສະບຽງອາຫາານ, ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃນອະນາຄົດ ເພື່ອຜັນຂະຫຍາຍແຜນດໍາເນີນງານໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງກະຊວງກະສິກຳ ແລະ ປ່າໄມ້ ຈະສຸມໃສ່ 2 ວຽກຈຸດສຸມໃຫຍ່ ຄື: 1) ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ທັງຫຼຸດຜ່ອນການໄຫຼອອກເງິນຕາໄປຕ່າງປະເທດ ແລະ  2) ສຸມໃສ່ການຊຸກຍູ້ການຜະລິດກະສິກໍາຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຕ່າງປະເທດ ນໍາເອົາເງິນຕາເຂົ້າມາໃຫ້ຫຼາຍຂຶ້ນ.             ໃນວັນທີ່ 7 ມີຖຸນາ 2023 ນີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດຕັ້ງການຜ່ານຫຼັກສູດການຝຶກອົບຮົມໃຫ້ຊາວກະສິກອນ ແລະ ຜູ້ປະກອບການ ເພື່ອເປັນບົດຮຽນໃນການຈັດຕັ້ງປະຕິດໃນການຜະລິດໃນພື້ນທີ່ການຜະລິດ. ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີຫອມຈັນ ຄະນະສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນເຂົ້າຮ່ວມ ທັງໝົດ 22 ທ່ານ. ຈຸດປະສົງໃນການນໍາສະເໜີ ແລະ ຜ່ານຫຼັກສູດໃນການຝຶກອົບຮົມໃນຄັ້ງນີ້ ເພື່ອປະກອບຄໍາຄິດຄໍາເຫັນ ແລະ ປັບປຸງຫຼັງສູດໃຫ້ດີຂື້ນ, ເຂົ້າໃຈງ່າຍ ແລະ ມີຄຸນນະພາບ, ເຊິງຫຼັກສູດໃນການຝຶກອົບຮົມໃນຄັ້ງນີ້ປະກອບມີ 10 ຫຼັກສູດ, ພືດຜັກມີ 2 ຫຼັກສູດ, ໄມ້ໃຫ້ໝາກມີ 2 ຫຼັກສູດ, ປ້ອງກັນພືດມີ 2 ຫຼັກສູດ, ເຕັກນິກຫຼັງການເກັບກຽວມີ 2 ຫຼັງສູດ ແລະ ການແປຮູບ-ປຸງແຕ່ງຜະລິດຕະພັນຂອງພືດຜັກ ແລະ ໄມ້ໃຫ້ໝາກ 2 ຫຼັກສູດ. ຫຼັກສູດການຝຶກອົບຮົມດັ່ງກ່າວນີ້ຈະໄດ້ນໍາໄປຝຶກ ຫຼື ສອນໃຫ້ກັບພະນັກງານທ້ອງຖິ່ນ ແລະ ຊາວກະສິກອນໃນຂອບເຂດທົ່ວປະເທດ. ການຜ່ານຫຼັກສູດໃນຄັ້ງນີ້ທາງນັກວິຊາການຂອງສູນແມ່ນໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ໃນແຕ່ລະຫຼັກສູດແບບກົງໄປກົງມາ ແລະ ເປັນວິທະຍາສາດ ເພື່ອໃຫ້ແຕ່ລະຫຼັກສູດສົມບູນຂື້ນ ແລະ ສາມາດເຂົ້າໃຈໄດ້ງ່າຍ, ວັນແທດເໝາະກັບສະພາບຕົວຈິງ, ກອງປະຊຸມໃນຄັ້ງນີ້ໄດ້ດໍາເນີນໄປເປັນເວລາໜຶ່ງວັນ ແລະ ເຕັມໄປດ້ວຍບັນຍາກາດອັນຝົດຟື້ນ ແລະ ມີຜົນສໍາເລັດອັນຈົບງາມ.

WhatsApp Image 2023-06-07 at 10.42.23 WhatsApp Image 2023-06-07 at 10.42.23 (1) WhatsApp Image 2023-06-07 at 10.42.22

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com