ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຂະບວນການປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

WhatsApp Image 2023-06-02 at 10.04.20

          ເພື່ອເປັນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນໃຫ້ມີຂະບວນການຝົດຟື້ນ, ອິງໃສນະໂຍບາຍຂອງລັດຖະບານໃນການສຸ່ມໃສ່ເພື່ອເພື່ອເນື້ອທີ່ເຮືອນຍດຂອງຕົ້ນໄມ້ໃຫ້ໄດ້ 70 %ໃນຂອບເຂດທົ່ວປະເທດ ແລະ ເພື່ອເປັນການຫຼຸດພາວະໂລກຮ້ອນ. ໃນວັນທີ່ 31 ພືດສະພາ 2023 ທີ່ຜ່ານມານີ້ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເຮັດກິດຈໍາກໍາໃນການປູກຕົ້ນໄມ້ຂື້ນ ໂດຍການການໍາພາຂອງຫົວໜ້າສູນພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນສູນທັງໝົດເຂົ້າຮ່ວມ, ເຊິງກິດຈະກໍາດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິດບັດຢູ່ໃນພື້ນທີ່ຂອງໄມ້ໃຫ້ໝາກ(ສວນໃຕ້) ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ແມ່ນຈໍາພວກໄມ້ກິນໝາກໂດຍກໍານົດເອົາຕົ້ນ   ໝາກພ້າວ ເຊິງເປັນພັນໝາກພ້າວເຕ້ຍ ແລະ ໃຫ້ຜົນຜະລິດໄວ,

ຈຸດປະສົງໃນການປູກຕົ້ນໝາກພ້າວໃນຄັ້ງນີ້ແມ່ນທົດແທນ ຕົ້ນໝາກພ້າວທີ່ຕ່າຍ, ຕົ້ນອາຍຸແກ່ ແລະ ໃຫ້ຜົນຜະລິດຕໍ່າ ເຊິງຕົ້ນໝາກພ້າວທີ່ນໍາມາປູກໃນຄັ້ງນີ້ລວມທັງໝົດມີ 32 ຕົ້ນ, ກິດຈະກໍາດັ່ງກ່າວໄດ້ດໍາເນີນໄປດ້ວຍບັນຍາກາດອັນຝົດຟື້ນ ແລະ ໄດ້ດໍາເນີນໄປເວລາໜຶ່ງຕອນ ຈຶງສໍາເລັດ, ສໍາລັບກິດຈໍາກໍາໃນການປູກຕົ້ນໝາກພ້າວໃນຄັງນີ້ຈະເປັນທັງຂະບວນການປູກຕົ້ນໄມ້ ແລະ ທັງເປັນການເພີ່ມຊະນິດຂອງໄມ້ກິນໝາກ, ເພີ່ມຈໍານວນແນວພັນໃຫ້ຫຼາຍຂື້ນເພື່ອຕອບສະໜອງໃຫ້ຊາວກະສິກອນໃນອະນາຄົດ.   ຕົ້ນໄມ້, ໄມ້ກິນໝາກ ແລະ ຊີວະນາໆພັນ ແມ່ນຊັບພະຍາກອນທຳມະຊາດອັນລໍ້າຄາ ແລະ ມີຄວາມສຳຄັນໃນການປັບຄວາມສົມດູນຂອງອຸ່ນຫະພູມດິນຟ້າອາກາດ ຫາກທຸກຄົນຊ່ວຍກັນປູກໄມ້ໃຫ້ເປັນປ່າ-ປາໄມ້ກໍຈະສະໜອງວັດຖຸດິບຕ່າງໆ ທີ່ຈໍາເປັນໃຫ້ກັບການດໍາລົງຊີວິດຂອງຄົນເຮົາທີ່ຂາດບໍ່ໄດ້, ຖ້າປ່າໄມ້ຖືກທໍາລາຍຈະມີຜົນກະທົບຕໍ່ທຸກສິ່ງທຸກຢ່າງຢູ່ບົນໜ້າໂລກນີ້ ເຊັ່ນ ພາວະໂລກຮ້ອນ ໄພແຫ້ງແລ້ງ, ອາກາດປ່ຽນແປງ, ນ້ຳຖ້ວມ ແລະ ບັນຫາອື່ນໆ ອີກຫຼາຍຢ່າງ, ເມື່ອປ່າໄມ້ມີຄວາມສໍາຄັນຄືແນວນີ້ ເຮົາທຸກຄົນຈົ່ງຊ່ວຍກັນຫັນມາເອົາໃຈໃສ່ອະນຸລັກປ່າໄມ້ ແລະ ສິ່ງແວດລ້ອມໃນຂອບເຂດຄວາມຮັບຜິຊອບຂອງຕົນຊ່ວຍກັນ, ບໍ່ສະເພາະແຕ່ວັນປູກຕົ້ນໄມ້ແຫ່ງຊາດເທົ່ານັ້ນ ວັນອື່ນໆ ກໍປູກໄດ້ເຊັນກັນໂດຍສະເພາະໃນລະດູຝົນແບບນີ້, ຊ່ວຍກັນປູກຄົນລະໄມ້ລະມືປະເທດຊາດບ້ານເມືອງກໍຈະກາຍເປັນປະເທດສີຂຽວອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ທີ່ຂຽວສົດງົດງາມໃນອະນາຄົດ.

WhatsApp Image 2023-06-02 at 10.04.24 WhatsApp Image 2023-06-02 at 10.04.23 WhatsApp Image 2023-06-02 at 10.04.21

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ຂະແໜງງານຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com