National Agriculture and Forestry Research Institute

_MG_7841 IMG_6599

         ໃນວັນທີ 18 ພຶດສະພາ 2023 ທີ່ສູນຄົ້ນຄວ້າກະສິກຳພາກໃຕ້ (ສູນໂພນງາມ), ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບແນວພັນເຂົ້າໃໝ່ ຫອມໂພນງາມ 7 (HPNG 7)ລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ. ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ສູນຄົ້ນຄວ້າກະສິກຳສາກົນແຫ່ງ ສ. ເກົາຫຼີ (KOPIA). ໃຫ້ກຽດເຂົ້າຮ່ວມມອບໂດຍ ທ່ານ ປອ ນ ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕ່າງໜ້າ ພະແນກກະສີກໍາ ແລະ ປ່າໄມ້ ແຂວງ ຈຳປາສັກ ຮັບໂດຍ ທ່ານ ປອ ສົມລິດ ວິລະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ມີທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ຫົວໜ້າສູນຄົ້ນຄວ້າກະສິກຳພາກໃຕ້, ຕາງໜ້າຈາກຂະແໜງປູກຝັງ ແຂວງ ຈຳປາສັກ ພ້ອມດ້ວຍພະນັກງານວິຊາການ, ນັກຄົ້ນຄວ້າ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການມອບແນວພັນເຂົ້າໃໝ່ ໃນຄັ້ງນີ້ ແມ່ນເພື່ອສ້າງໂອກາດ ໃຫ້ຊາວນາ ທີ່ດໍາລົງຊີວິດຢູ່ບ້ານທີ່ມີຄວາມສ່ຽງກັບໄພນໍ້າຖ້ວມ, ໄພແຫ້ງແລ້ງ, ຂອງແຂວງຈໍາປາສັກ ໄດ້ເຂົ້າເຖິງການນໍາໃຊ້ແນວພັນໃໝ່ ທີ່ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ໂດຍການນໍາໃຊ້ແນວພັນເຂົ້າທົນນໍ້າຖ້ວມ, ທົນແຫ້ງແລ້ງ ແລະ ທົນທານຕໍ່ກັບພະຍາດ ເຂົ້າໃນການຜະລິດເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ.

ຈໍານວນແນວພັນທີ່ມອບໃນຄັ້ງນີ້ 5,030 ກລ ເປັນມູນຄ່າໝົດ 45,250,000 ກີບ, ເຊິ່ງຈໍານວນແນວພັນດັ່ງກ່າວນີ້ ສາມາດປູກໄດ້ໃນເນື້ອທີ່ປະມານ 83 ເຮັກຕາ ແລະ ຄາດຈະໄດ້ເມັດພັນລຸ້ນ 3 ໃນເດືອນ 11 ປີ 2023 ປະມານ 322 ໂຕນ ເຊິ່ງຈະສາມາດປູກໃນນາແຊງ ໃນເນື້ອທີ່ປະມານ 5,300 ເຮັກຕາ ແລະ ຄາດຈະໄດ້ຜົນຜະລິດເຂົ້ານາແຊງໃນເດືອນ 5 ປີ 2024 ຈໍານວນ 21,300 ໂຕນ.

ແນວພັນເຂົ້າຫອມໂພນງາມ 7 ໄດ້ເລີມພັດທະນາໃນປີ 2013 ແລະ ອອກແນວພັນ ໃໝ່ໃນປີ 2023 ແລະ ໄດ້ຈົດທະບ່ຽນເປັນແນວພັນສົ່ງເສີມ ນໍາກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໃນວັນທີ 28 ເດືອນ 4 ປີ 2023.

_MG_7846-2 _MG_7833 _MG_7819 _MG_7818 _MG_7811 _MG_7851 _MG_7848

ພາບ-ຂ່າວ:ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້