ການສະໜັບສະໜູນອະປະກອນໃນການກໍ່ສ້າງເຮືອນຮົ່ມໃຫ້ກັບຄອບຄົວຕົວແບບໃນແຂວງວຽງຈັນ ແລະ ແຂວງຫຼວງພະບາງ

WhatsApp Image 2023-05-11 at 14.22.23 WhatsApp Image 2023-05-11 at 14.22.54

 

ເພື່ອເປັນການຜັນຂະຫຍາຍແຜນດໍາເນີນງານ ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງກະຊວງກະສິກຳ ແລະ ປ່າໄມ້ ຈະສຸມໃສ່ 2 ວຽກຈຸດສຸມໃຫຍ່ ຄື: 1) ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ທັງຫຼຸດຜ່ອນການໄຫຼອອກເງິນຕາໄປຕ່າງປະເທດ ແລະ  2) ສຸມໃສ່ການຊຸກຍູ້ການຜະລິດກະສິກໍາຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຕ່າງປະເທດ ນໍາເອົາເງິນຕາເຂົ້າມາໃຫ້ຫຼາຍຂຶ້ນ. ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກກໍຄືສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີໜ້າທີ່ຮັບຜິດຊອບໃນການຄົ້ນຄວ້າ ແລະ ຂະຫຍາຍແນວພັນພືດ ໂດຍສະເພາະແນວພັນພືດຜັກ ເປັນຕົ້ນແມ່ນຜັກບົ່ວແບ່ງ ເພື່ອຕອບສະໜອງໃຫ້ແກ່ການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ.

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິງຂື້ນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ  ມີບົດບາດເປັນໜ່ວຍວິຊາການ ເຮັດໜ້າທີ່ຄົ້ນຄວ້າທາງດ້ານແນວພັນ, ເຕັກນິກການປູກ ແລະ ຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ, ຄົ້ນຄວ້າເຕັກນິກຫຼັງການເກັບກ່ຽວ, IPM,  ເຊິ່ງທາງສູນໄດ້ມີໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ(AFACI_Breeding) ປະເທດເກົາຫຼີ ໃນການພັດທະນາເຕັກນິກ ແລະ ແນວພັນໃໝ່ຂອງໝາກເຜັດ ແລະ ໝາກເລັ່ນ ທີ່ເໝາະສົມກັບສະພາບແວດລ້ອມໃນແຕ່ລະທ້ອງຖິ່ນລາວ ເພື່ອສະໜັບສະໜູນເຂົ້າໃນການຜະລິດເປັນສິນຄ້າ, ໃນລະຫວ່າງວັນທີ່ 4 ພືດສະພາ 2023 ນີ້ ທາງທີມງານຮັບຜິດຊອບໂຄງການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ສະໜັບສະໜູນອຸປະກອນ ແລະ ວັດສະດຸໃນການກໍ່ສ້າງເຮືອນຮົ່ມໃຫ້ກັບຊາວກະສິກອນຕົວແບບໃນ 2 ແຂວງຕາມເປົ້າໝາຍຂອງໂຄງການເຊັ້ນ: ບ້ານຊຽງມວກ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ແລະ ບ້ານປົງ, ເມືອງຊານະຄາມ, ແຂວງວຽງຈັນ ໂດຍຮູບແບບຂອງເຮືອນຮົ່ມແມ່ນແບບຕ່າງລະດັບ, ຂະໜາດ 7 x 21ແມັດ ແລະ 7 x 15ແມັດ ໄດ້ສະໜັບສະໜູນແຂວງລະ 3 ຫຼັງ ເຊິງລວມທັງໝົດ 6 ຫຼັງ ເພື່ອກະກຽມເຂົ້າໃນການຜະລິດໃນລະດູຝົນ ແລະ ທັງເປັນການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອຕອບໂຈດກັບວາລະແຫ່ງຊາດຂອງຂະແໜງການກະສິກໍາ.

WhatsApp Image 2023-05-11 at 14.22.12 (1) WhatsApp Image 2023-05-11 at 14.22.12 WhatsApp Image 2023-05-11 at 14.22.11

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ຂະແໜງງານຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com