ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຊາວນາສາມາດຫັນເປັນຜູ້ຜະລິດເຂົ້າເພື່ອເປັນສິນຄ້າ

_MG_7279 _MG_7342

ໃນລະຫວ່າງວັນທີ 4-6 ພຶດສະພາ 2023 ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຮ່ວມກັບ ໂຄງການສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝຢູ່ ສປປ ລາວ(KOPIA) ໄດ້ເປີດຝຶກອົບຮົມໃຫ້ແກ່ກຸ່ມຊາວນາ ບ້ານນາຊາ, ບ້ານໝາກນາວເໜືອ ແລະ ບ້ານ ໝາກຮຽວ ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເຕັກນິກວິທີການປູກເຂົ້າແບບຕ່າງໆ, ເຕັກນິກການຈັດການຝຸ່ນ, ປຸຍແບບປະສົມປະສານ ແລະ ເຕັກນິກການຈັດການສັດຕູພືດແບບປະສົມປະສານ, ໂດຍການເປັນປະທານຂອງທ່ານ ທ່ານ ຄຳແສນ ສົມພານດີ, ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກງຶ່ມ, ມີທ່ານ ນາຍບ້ານ, ຮອງນາຍບ້ານ ແລະ ຊາວນາກຸ່ມເປົ້າໝາຍ ທັງ 3 ບ້ານເຂົ້າຮ່ວມ.

ໂດຍການເປັນຄູຝຶກ ຂອງຊ່ຽວຊານຜູ້ຊຳນານທາງດ້ານການຄົ້ນຄວ້າເຂົ້າ ຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອຖ່າຍທອດບົດຮຽນ, ປະສົບການ, ຄວາມຮູ້ຈາກສູນສະຖານີຄົ້ນຄວ້າຂອງພາກລັດໃຫ່ກຸ່ມຊາວນາເປົ້າໝາຍໂຄງການ, ສ້າງຄວາມເຂັ້ມແຂງໃຫ້ຊາວນາສາມາດຫັນເປັນຜູ້ຜະລິດເຂົ້າເພື່ອເປັນສິນຄ້າໃນຊຸມຊົນຂອງເຂົາເຈົ້າໄດ້.

ການຈັດຕັ້ງປະຕິບັດໃນການຝຶກອົບຮົມໄດ້ນຳສະເໜີພາກທິດສະດີຜ່ານ ພາວເວີພອຍ ເຊິ່ງນັກສຳມະນາກອນໄດ້ເປີດສົນທະນາແລກປ່ຽນ ແລະ ຮຽນຮູ້ກ່ຽວກັບເຕັກນິກການປູກເຊົ້າໃນແບບຕ່າງໆ, ປັດໄຈຕ່າງໆກ່ຽວກັບການຜະລິດເຂົ້າໃຫ້ເປັນສິນຄ້າ, ການໃສ່ຝຸ່ນແບບປະສົມປະສານໃຫ້ເໝາະສົມ, ການກຳຈັດພະຍາດ ແລະ ແມງໄມ້ສັດຕູພືດ, ນອກນັ້ນຍັງໄດເປີດໃຫ້ນັກສຳມະນາກອນໄດແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານປະສົບການໃນການຈັດຕັ້ງປະຕິບັດປູກເຂົ້າໂຕຈິງຢູ່ໃນພາກພື້ນຂອງຕົນ, ເຊິ່ງນັກສະມະນາກອນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈຳກັດຂອງການຜະລິດເຂົ້າເຊັ່ນ: ຕົ້ນທຶນການຜະລິດສູງ, ບໍ່ມີການວາງແຜນການຜະລິດທີ່ດີ, ບັນຫາການລະບາດຂອງພະຍາດ ແລະ ສັດຕູພືດ ໂດຍສະເພາະພະຍາດຄໍຮວງເນົ່າ, ເພ້ຍຈັກຈັ່ນ: ພະຍາດໃບໄໝ້ ແລະ ພະຍາດຂອບໃບແຫ້ມ ເຊິ່ງສົ່ງຜົນກະທົບຕໍ່ກັບການຜະລິດເປັນວົງກວ້າງ, ຂໍ້ຈຳກັດທາງດ້ານຄວາມຮູ້ເຕັກນິກການຜະລິດ, ການໃສ່ຝຸ່ນໃນປະເພດຕ່າງໆ.

IMG_6245 IMG_6232 _MG_7407 _MG_7361 _MG_7301 _MG_7282

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com