ພິທີ ລົງນາມ ເຊັນສັນຍາໂຄງການ ສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝ ຢູ່ ສປປ ລາວ

_MG_7238 _MG_7261

      ໃນຕອນບ່າຍຂອງວັນທີ 2 ພຶດສະພາ 2023 ທີຫ້ອງປະຊຸມນ້ອຍ ສະຖາບັນ ໄດ້ຈັດພິທີ ລົງນາມ ເຊັນສັນຍາໂຄງການ ສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝ ຢູ່ ສປປ ລາວ ລະຫວ່າງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນຄົ້ນຄວ້າກະສິກຳສາກົນແຫ່ງ ສ. ເກົາຫຼີ (KOPIA), ໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ປອ.ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຊິນຈາງໂຮ ອຳນວຍການສູນໂກເປຍ(KOPIA), ສ.ເກົາຫຼີ ປະຈຳ ສປປລາວ, ມີຮອງຫົວໜ້າສະຖາບັນ, ຫົວໜ້າສູນ, ນັກຄົ້ນຄວ້າ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້.

ໂຄງການ ສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝ ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກ ລັດຖະບານ ສ. ເກົາຫຼີ ຜ່ານທາງສູນ ໂກເປຍ ປະຈໍາ ສປປ ລາວ ໂດຍກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບໃຫ້ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຜູ້ຮ່ວມຮັບຜິດຊອບໃນການຈັດຕັ້ງປະຕິບັດ ໂຄງການ ຮ່ວມກັບ ສູນ KOPIA ປະຈໍາ ສປປ ລາວ.

ໂຄງການນີ້ມີເປົ້າໝາຍໃນການຈັດຕັ້ງປະຕິບັດຢູ່ໃນ 3 ບ້ານ ຂອງເມືອງປາກງຶ່ມຄື: ບ້ານນາຊາ, ບ້ານໝາກນາວເໜືອ ແລະ ບ້ານ ໝາກຮຽວ ນະຄອນຫຼວງວຽງຈັນ ແລະ ມີໄລຍະໃນການຈັດຕັ້ງປະຕິດບັດເປັນເວລາ 5 ປີ 2023-2027. ເປົ້າໝາຍແມ່ນຈະປັບປຸງພື້ນທີ່ການຜະລິດເຂົ້າ ໃນເນື້ອທີ່ທັງໝົດ 970 ເຮັກຕາ ພາຍໃນ 3 ບ້ານເປົ້າໝາຍ ຕາມກໍານົດເວລາຂອງໂຄງການ, ເຊິງປີໜຶ່ງ ຈະປັບປຸງພື້ນທີ່ນາຈໍານວນ 194 ເຮັກຕາ, ໂດຍການ ເລີ່ມປັບນາຈາກໃຮ່ນ້ອຍ ເປັນໃຮ່ໃຫຍ່ ໃຫ້ໄດ້ຂະໜາດ 2,000 ຫາ 5,000 ຕາແມັດ/ໃຮ່ ເພື່ອຮອງຮັບການນໍາໃຊ້ກົນຈັກເຂົ້າໃນການຜະລິດເຂົ້າ ເປັນຕົ້ນລົດໄຖນາໃຫຍ່, ລົດດໍານາ ແລະ ລົດກ່ຽວເຂົ້າ.

ໂຄງການຈະຕອບສະໜອງຝຸນຄອກ ເພື່ອປັບປຸງຄວາມອູດົມສົມບູນຂອງດິນໃນພື້ນທີ່ ນາທີ່ຖືກປັບໃໝ່ ຈໍານວນ 310 ໂຕນ/ປີ ແລະ ແນວພັນເຂົ້າລຸ້ນ2 ໃຫ້ແກ່ກຸມຜະລິດແນວພັນເຂົ້າ ເພື່ອນໍາໃຊ້ເປັນແມ່ພັນໃນການຜະລິດເມັດພັນລຸ້ນ3 ເພື່ອຂາຍຄືນໃຫ້ໂຄງການ ສໍາລັບກະກຽມຕອບສະໜອງ ໃຫ້ແກ່ ກຸ່ມຜະລິດເປັນສິນຄ້າ ໃນປີ 2024 ເປັນຕົ້ນໄປ. ຕອບສະໜອງແນວພັນເຂົ້າລຸ້ນ 3 ໃຫ້ກຸ່ມຜະລິດເປັນສິນຄ້າ ປີລະ 11,64 ໂຕນ/ປີ ແລະ ຝຸ່ນວິທະຍາສາດ ຈໍານວນ 29 ໂຕນ/ປີ.

ຈະມີການຕິດຕັ້ງ ເຕົາອົບເຂົ້າຂະໜາດ 80-100 ໂຕນ/24 ຊົວໂມງ, ໂຄງຄັດເມັດພັນ ຂະໜາດການຄັດເມັດພັນ 8-10 ໂຕນ/24 ຊມ, ໂຮງສີເຂົ້າ ຂະໜາດກໍາລັງການສີ 8-10 ໂຕນ/24 ຊມ, ສາງເກັບເຂົ້າ ຂະໜາດ ບັນຈຸ 2,000 ໂຕນ.

ເປົ້າໝາຍຂອງໂຄງການໃນປີ 2023 ແມ່ນຈະປັບປຸງຜົນຜະລິດເຂົ້າໃຫ້ໄດ້ ໂດຍສະເລ່ຍຈໍານວນ 3,2 ໂຕນ/ເຮັກຕາ ເຊິ່ງຄາດວ່າຈະໄດ້ຜົນຜະລິດເຂົ້າທັງໝົດຈໍານວນ 3,300 ໂຕນ ແລະ ຄິດໄລໃສຫົວຄົນຈະໄດ້ 1,280 ກລ/ຄົນ/ປີ. ໃນປີ 2027 ໂຄງການມີເປົ້າໝາຍປັບນາເປັນໃຮ່ໃຫຍ່ທັງໝົດໃນ 3 ບ້ານ ຈໍານວນ 723 ເຮັກຕາ, ມີເປົ້າໝາຍເພີ່ມຜົນຜະລິດເປັນ 4.5 ໂຕນ/ເຮັກຕາ ເຊິ່ງຄາດວ່າຈະໄດ້ຜົນຜະລິດເຂົ້າທັງໝົດຈໍານວນ 4,640 ໂຕນ ແລະ ຄິດໄລ່ໃສຫົວຄົນຈະໄດ້ 1,810 ກລ/ຄົນ/ປີ.

ໂຄງການໄດ້ເລີມຈັດຕັ້ງປະຕິບັດໃນເດືອນ3 ປີ 2023 ໂດຍໄດ້ຝຶກອົບຮົມ ເຕັກນິກການຜະລິດເມັດພັນເຂົ້າຢຸ່ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໃຫ້ ຊາວນາ ທີ່ເປັນສະມາຊິກ ກຸ່ມຜະລິດເມັດພັນ ຈໍານວນ 21 ຄົນ ຈາກ 3 ບ້ານເປົ້າໝາຍ.

ໃນເດືອນ 4 ປີ 2023 ໄດ້ສໍາເລັດການປັບໃຮ່ນາຢູ່ ບ້ານນາຊາ ໃນເນື້ອທີ່ຈໍານວນ 55 ເຮັກຕາ, ຕອບສະໜອງຝູ່ນຄອກ ຈໍານວນ 111 ໂຕນ ເພື່ອປັບປຸງຄວາມອຸດົມສົມບູນຂອງດີນນາ, ໄດ້ມອບແນວພັນເຂົ້າ ຈໍານວນ 3,283 ກລ ໃຫ້ຊາວນາ ຈໍານວນ 68 ຄອບຄົວ ແລະ ມີແຜນຈະຕອບສະໜອງຝຸ່ນເຄມີ ຈໍານວນ 18.4 ໂຕນ ໃຫ້ຊາວນາທີ່ເຂົ້າຮ່ວມໂຄງການໃນຊຸດທີ1 ຂອງປີ 2023.

ເລີ່ມແຕ່ເດືອນ5 ປີ 2023 ຈະສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ຢູ່ບ້ານໝາກຮຽວ ມີແຜນຈະປັບນາ ຈໍານວນ 61 ເຮັກຕາ, ຕອບສະໜອງຝູ່ນຄອກຈໍານວນ 123 ໂຕນ ເພື່ອປັບປຸງຄວາມອຸດົມສົມບູນຂອງດິນນາ, ຈະມອບແນວພັນເຂົ້າຈໍານວນ 3,686 ກລ ແລະ ຝຸ່ນເຄມີຈໍານວນ 18,4 ໂຕນ ໃຫ້ຊາວນາຈໍານວນ 57 ຄອບຄົວ.

ສ່ວນບ້ານໝາກນາວເໜືອ ມີແຜນຈະປັບນາໃນເນື້ອທີ່ຈໍານວນ 28 ເຮັກຕາ, ຕອບສະໜອງຝູ່ນຄອກຈໍານວນ 57 ໂຕນ ເພື່ອປັບປຸງຄວາມອຸດົມສົມບູນຂອງດິນນາ, ຈະມອບແນວພັນເຂົ້າຈໍານວນ 1,709   ກລ ແລະ ຝຸ່ນເຄມີຈໍານວນ 8,5 ໂຕນ ໃຫ້ຊາວນາຈໍານວນ 37 ຄອບຄົວ.

_MG_7239 _MG_7237 _MG_7236 _MG_7233

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com