ພິທີມອບ-ຮັບ ໃບຢັ້ງຢືນແນວພັນເຂົ້າໃໝ່ລະຫວ່າງກົມປູກຝັງ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ປະຈຸບັນ ສະພາບແວດລ້ອມ ມີການປ່ຽນແປງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າຢູ່ ໃນທົວໂລກ ລວມທັງ ສປປ ລາວ. ການປ່ຽນແປງຂອງສະພາບແວດລ້ອມ ສົ່ງຜົນໃຫ້ມີການປ່ຽນແປງຂອງປະລິມານນໍ້າຝົນ, ການກະຈາຍໂຕຂອງປະລິມານນໍ້າຝົນ ແລະ ຝົນຕົກບໍ່ຖືກຕາມລະດູການ. ບາງປີຝົນຕົກຫຼາຍເກີນໄປ ເຮັດໃຫ້ເກີດນໍ້າຖ້ວມ ແລະ ບາງປີມີຝົນໜ້ອຍ ເຮັດໃຫ້ເກີດໄພແຫ້ງແລ້ງ ເຊິ່ງທັງໝົດ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າ ຢູ ສປປ ລາວ. ສປປລາວ ເນື້ອທີ່ຜະລິດເຂົ້າທີ່ອາໃສນໍ້າຝົນກວມເອົາ 88%, ໃນນັ້ນ ເຂດທີ່ມີຄວາມສ່ຽງນໍ້າຖ້ວມກວມເອົາ 20%, ເຂດທີ່ມີຄວາມສຽງກັບໄພແຫ້ງແລ້ງກວມເອົາ 40%, ເຂດທີ່ມີຄວາມສ່ຽງທັງຖ້ວມ ແລະ ແຫ້ງແລ້ງ 30% ເຊິ່ງເຫັນວ່າໃນແຕ່ລະເຂດມີຂໍ້ຈໍາກັດ ແລະ ກົດໜ່ວງການຜະລິດເຂົ້າ ຢູ ບ້ານເຮົາ ແລະ ເຮັດໃຫ້ຜົນຜະລິດສູນເສຍໃນບາງປີສູງເຖິງ 20%. ໃນປີ 2018, ໄດ້ເກີດໄພແລ້ງ ແລະ ໄພນໍ້າຖ້ວມ ທໍາລາຍເນືອທີ່ການຜະລິດເຂົ້າ 92,255 ເຮັກຕາ ກວມເອົາ 11.8% ຂອງຜົນຜະລິດທັງໝົດ ແລະ ໃນປີ 2019, ເກີດໄພນໍ້າຖ້ວມຢູ 6 ແຂວງພາກກາງທໍາລາຍເນື້ອທີ່ການຜະລິດເຂົ້າ 130,000 ເຮັກຕາ ກວມເອົາ 16.6% ຂອງຜົນຜະລິດເຂົາທັງໝົດ.
ນອກຈາກນີ້ ການລະບາດຂອງພະຍາດເຂົ້າ ກໍ່ເຫັນວ່າມີທ່າອ່ຽງເພີມຂື້ນ ແລະ ລະບາດຮ້າຍແຮງຂື້ນ ໂດຍສະເພາະ ແມ່ນການລະບາດຂອງພະຍາດຄໍຮວງເນົ່າ, ພະຍາດໃບໄໝ້ ແລະ ພະຍາດຂອບໃບແຫ້ງ ເປັນຕົ້ນ, ການລະບາດຂອງແມ່ງໄມ້ ສັດຕູພືດ ເຊັ່ນ ເພ້ຍຈັກຈັ່ນສີນໍ້າຕານ ແລະ ເພ້ຍຈັກຈັ່ນສີຂຽວ ກໍມີທ່າອ່ຽງເພີມຂື້ນ ແລະ ຮ້າຍແຮງຂື້ນ ເຊິ່ງທັງພະຍາດ ແລະ ແມງໄມ້ສັດຕູພືດສາມາດສ້າງຜົນເສຍຫາຍໃຫ້ແກ່ຜົນຜະລິດເຂົ້າສູງເຖິງ 10%.
ເພື່ອແກ້ໄຂບັນຫາ ທີ່ກ່າວມາຂ້າງເທິງນັ້ນ ນັກວິທະຍາສາດ ດ້ານການປັບປຸງ ແລະ ພັດທະນາແນວພັນເຂົ້າ ຂອງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ສປປລາວ ໄດ້ປະສານສົມທົບກັບ ນັກວິທະຍາສາດ ຈາກສະຖາບັນຄົ້ນຄວ້າສາກົນ ເພື່ອນມິດ ໄດ້ເຮັດການຄົ້ນຄວ້າພັດທະນາແນວພັນເຂົ້າໃໝ່ ທີ່ມີຄວາມສາມາດ ປັບຕົວ ແລະ ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອໃຫ້ຊາວນາລາວໄດ້ນໍາໃຊ້ເຂົ້າໃນການຜະລິດ ຮັບປະກັບໄດ້ຜົນຜະລິດເພື່ອການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ.
ດ້ານການຄົ້ນຄວ້າພັດທະນາແນວພັນເຂົ້າ ຂອງພວກເຮົາ ໄດ້ສໍາເລັດການຄົ້ນຄວ້າພັດທະນາແນວພັນໃໝ່ ແລະ ໄດ້ຈົດທະບຽນເປັນແນວພັນສົ່ງເສີມເປັນສິນຄ້າ ຢູ່ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອໃຫ້ຊາວນາ ແລະ ຜູ້ປະກອບການຜະລິດເຂົ້າເປັນສິນຄ້າ ໄດ້ນໍາໃຊ້ ຢ່າງຖືກກົດ ໝາຍ. ແນວພັນທີ່ໄດ້ຈົດທະບຽນໃນປີນີ້ ມີ 5 ແນວພັນຄື: ຫອມທ່າດອກຄໍາ16, ຫອມທ່າດອກຄໍາ17, ຫອມຫຼວງນໍ້າທາ2, ຫອມທ່າສະໂນ13 ແລະ ຫອມໂພນງາມ7, ທັງໝົດ 5 ແນວພັນນີ້ ມີຄວາມສາມາດທົນທານຕໍ່ກັບນໍ້າຖ້ວມ, ແຫ້ງແລ້ງ, ທົນທານຕໍ່ກັບພະຍາດຄໍຮວງເນົ່າ, ພະຍາດໃບໄໝ້ ແລະ ພະຍາດຂອບໃບແຫ້ງ, ສາມາດປູກໄດ້ທັງນາປີ ແລະ ນາແຊງ, ໄດ້ຜົນຜະລິດສະເລ່ຍ 4-6 ໂຕນ/ເຮັກຕາ, ທີ່ສໍາຄັນມີຄວາມຫອມ ແລະ ຄຸນນະພາບໃນການສີ ແລະ ການກີນດີ.
ໃນວັນທີ 28 ເມສາ 2023ຢູ່ທີ່ຫ້ອງປະຊຸມ ໂຮງແຮມ ທະວີສຸກ ເມືອງວັງວຽງ, ແຂວງວຽງຈັນ ໄດ້ມີພິທີ ມອບ-ຮັບ ໃບຢັ້ງຢືນແນວພັນເຂົ້າໃໝ່ ລະຫວ່າງ ກົມປູກຝັງ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ບຸນຈັນ ກົມບຸນຍັງສິດ ຫົວໜ້າ ກົມປູກຝັງ ແລະ ທ່ານ ຊີນ ຈາງໂຫ ຜູ້ອຳນວຍການ ສູນ ໂຄເປຍ ປະຈຳ ລາວ, ມີຮອງຫົວໜ້າສະຖາບັນ, ຫົວໜ້າສູນ ແລະ ພະນັກງານນັກຄົ້ນຄວ້າ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຮຽບຮຽງໂດຍ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້