ທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Juan Lucas Restrepo Director General of the Alliance and Global Director for Partnerships and Advocacy of the CGIAR ພ້ອມດ້ວຍຄະນະ
ໃນວັນທີ 27 ເມສາ 2023 ທີ່ຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Juan Lucas Restrepo Director General of the Alliance and Global Director for Partnerships and Advocacy of the CGIAR ພ້ອມດ້ວຍຄະນະ
ຈຸດປະສົງ:
1. ເພື່ອຢ້ຽມຄຳນັບ ແລະ ນຳສະເຫນີຜົນການຄົ້ນຄວ້າຮ່ວມມືໃນໂຄງການຕ່າງໆທີ່ຜ່ານມາກັບກະຊວງກະສິກຳ ແລະປ່າໄມ້ ໂດຍສະເພາະກັບສູນຄົ້ນຄວ້າຕ່າງໆຂອງສະຖາບັນຄົ້ນຄວ້າກະສິກຳປ່າໄມ້ແຫ່ງຊາດແລະພັດທະນາຊົນນະບົດ.
2. ເພື່ອກຳຫນົດບຸລິມະສິດຂອງກະຊວງກະສິກຳ ແລະ ປ່າໄມ້ ເພື່ອການພັດທະນາໂຄງການຕ່າງໆໃນອະນາຄົດ;ກຳຫນົດແຫລ່ງຊັບພະຍາກອນ ຫລື ກົນໄກຮ່ວມມືໃນການລີເລີ່ມພັດທະນາທີ່ມີຢູ່ແລ້ວ.
3. ສະເຫນີພິຈາລະນາລິເລີ່ມຂະບວນການປັບປຸງ MOU ທີ່ມີຢູ່ແລ້ວໃຫ້ເປັນສະບັບທີ່ສົມບູນກວ່າເກົ່າແລະເມາະສົມກັນວຽກງານໃນປະຈຸບັນແລະອານາຄົດ.