“ ສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃຫ້ພາກສ່ວນທີ່ກ່ຽວຂ້ອງໃນໂຕ່ງໂສ້ມູນຄ່າອາຫານກະສິກຳຖືເປັນໝາກຫົວໃຈສໍາຄັນເພື່ອເພີ່ມປະສິດທິພາບຂອງການເຮັດວຽກຮ່ວມກັນ ”

IMG_5890

ໃນວັນທີ 21-22 ມີນາ 2023, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການ AFACI ໄດ້ເປີດການເຝິກອົບຮົມໃນຫົວຂໍ້ ການພັດທະນາລະບົບຕໍ່ອງໂສ້ມູນຄ່າອາຫານກະສິກໍາ ຂຶ້ນຢູ່ທີຫ້ອງປະຊຸມ ໂຮງແຮມ ທະວີສຸກ ເມືອງວັງວຽງ, ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຈັນພະສຸກ ຕາມທະພອນ ຫົວໜ້າສູນຄົ້ນຄວ້າເສດຖະກິດພັດທະນາຊົນນະບົດ ແລະ ກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ, ເຊິ່ງມີຜູ້ເຂົ້າຮ່ວມການເຝິກອົບຮົມທັງໝົດ 45 ທ່ານ ຍິງ 20 ທ່ານ, ມາຈາກຫຼາຍພາກສ່ວນເຊັ່ນ:  ຫ້ອງການກະສິກຳ ແລະ ປ່າໄມ້ເມືອງພ້ອມດ້ວຍພະແນກຈາກແຂວງ ຫຼວງພະບາງ, ແຂວງ ຊຽງຂວາງ, ແຂວງ ຄຳມ່ວນ ແລະ ແຂວງ ຈຳປາສັກ; ນັກຄົ້ນຄວ້າພ້ອມດ້ວຍ ພະນັກງານວິຊາການ ຂອງ ສກປພ; ບັນດາທ່ານຄູ່ຮ່ວມງານໂຄງການ ASSET ເຊັ່ນ: ກົມແຜນການ ແລະ ຮ່ວມມື, ກົມສົ່ງເສີມ, ກົມຄຸ້ມຄອງແລະ ພັດທະນາທີ່ດິນ, ຄະນະກະເສດສາດ (ມຊ), ສູນຝຶກອົບຮົມກະສິກໍາ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ, ຕາງໜ້າສະຫະກອນອິນຊີທົ່ງມັ່ງ ແລະ ຕາງໜ້ານັກທຸລະກິດກະສິກຳ, ໂດຍໄດ້ຮັບກຽດເປັນຄູຝຶກຂອງທ່ານ ນາງ ພິໄລລັກ ພິໄຊວັດ, ຜູ້ຊ່ວຍກຳມະການ, ຜູ້ຈັດການ ບໍລິສັດຊີພີ, ປະເທດໄທ.

ເຊິ່ງຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຄວາມຮູ້ ແລະ ວິທີການນຳໃຊ້ເຄື່ອງມືວິເຄາະໂຕ່ງໂສ້ມູນຄ່າອາຫານກະສິກຳ (Agricultural food value chain analysis). ການຝຶກອົບຮົມໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ຈາກການແລກປ່ຽນຄວາມຄິດເຫັນຂອງນັກສຳມະນາກອນ.

ຜົນໄດ້ຮັບຂອງກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນສາມາດສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃຫ້ພາກສ່ວນທີ່ກ່ຽວຂ້ອງໃນໂຕ່ງໂສ້ມູນຄ່າອາຫານກະສິກຳ. ນັກສໍາມະນາການທີ່ຖືວ່າເປັນທຸກພາກສ່ວນໃນໂຕ່ງໂສ້ມູນຄ່າສາມາດວິເຄາະໄດ້ ເຖິງໜ້າທີ່ ແລະ ພາລະບົດບາດຂອງຕົນ ວ່າຢູ່ຂອດໃດ ແລະ ມີຄວາມກ່ຽວພັນກັບພາກສ່ວນໃດຢ່າງຈະແຈ້ງ. ໝາກຜົນດັ່ງຖືເປັນໝາກຫົວໃຈສໍາຄັນເພື່ອເພີ່ມປະສິດທິພາບຂອງການເຮັດວຽກຮ່ວມກັນໃນການສົ່ງເສີມພັດທະນາອາຫານຈາກການຜະລິດກະສິກຳ ໃນ ສ ປປ ລາວ.

IMG_5864 IMG_5935

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com