ການສໍາຫຼວດຄວາມຫຼາກຫຼາຍທາງດ້ານແນວພັນໝາກເຜັດ, ໝາກເລັ່ນ ຜັກບົ່ວພື້ນເມືອງລາວ ໃນແຂວງຊຽງຂວາງ

1

          ປະເທດລາວເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທາງດ້ານແນວພັນພືດຜັກ, ເຊິງຈະສັງເກດເຫັນໄດ້ຈາກຕະຫຼາດໃນຊຸມຊົນ, ທ້ອງຖິ່ນ ແລະ ຄວາມຫຼາຍຫຼາຍຂອງພືດຜັກທີ່ປູກຕາມສວນຄົວໃນເຂດຊົນນະບົດຂອງລາວ, ປະເທດລາວເຮົາເປັນປະເທດທີມີຄວາມຫຼາກຫຼາຍທາງດ້ານພັນທຸກໍາຂອງພືດຜັກ, ແຕ່ການຈໍາແນກ ແລະ ການນໍາໃຊ້ຍັງມີໜ້ອຍຫຼາຍ, ໃນປະຈຸບັນຊາວກະສິກອນສວນໃຫ່ຍໄດ້ຫັນມາຜະລິດກະສິກໍາຫຼາຍຂື້ນ ແລະ ຫັນໄປນໍາໃຊ້ແນວພັນ  ໃໝ່ຈາກຕະຫຼາດ, ແນວພັນການຄ້າທີ່ນໍເຂົ້າຈາກຕ່າງປະເທດ ແລະ ໄດ້ປະຖີ້ມແນວພັນພຶ້ນເມືອງ, ເຊິງເຮັດໃຫ້ສູນເສຍພັນທຸກໍາໄປໃນໂຕ,  ເພື່ອປ້ອງກັນການສູນເສຍດັງກ່າວພວກເຮົາຕ້ອງໄດ້ເຕົ້າໂຮມ ແລະ ອະນຸລັກໄວ້ໃນທະນາຄານເມັດພັນພືດ.

ໃນລະຫວ່າງວັນທີ່ 29 ມັງກອນ ຫາ 4 ກຸມພາ 2023 ທີ່ຜ່ານມາທີງານນັກຄົ້ນຄວ້າພືດຜັກຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກທີຈື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລົງສໍາຫຼວດ ແລະ ເກັບຕົວຢ່າງ ແນວພັນພື້ນເມືອງຂອງພືດຜັກໃນແຂວງຊຽງຂວາງ ໂດຍປະຕິບັດຕາມການຊີ້ນໍາຂອງຂັ້ນເທິງ ແລະ ໄດ້ຮັບການສະໜັບສະໜູນຈາກ ໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ(AFACI_Breeding) ເພື່ອທ້ອນໂຮມ ແລະ ອະນຸລັກໄວ້ໃນທະນາຄານເຊື້ອພັນຂອງລາວໃຫ້ມີຄວາມຍືນຍົງ,  ການລົງສໍາຫຼວດ ແລະ ເກັບຕົວຢ່າງໃນຄັ້ງນີ້ແມ່ນແນໃສ 3 ຊະນິດພືດຜັກເຊັ້ນ: ໝາກເຜັດ, ໝາກເລັ່ນ  ແລະ ຜັກບົ່ວ ການລົງເກັບຕົວຢ່າງໃນຄັ້ງນີ້ແມ່ນໄດ້ກົດກໍານົດເອົາແຂວງຊຽງຂວາງ ເປັນເປົ້າໝາຍໃນການລົງຈັດຕັ້ງປະຕິບັດ ເນຶ່ອງຈາກວາແຂວງດັ່ງກ່າວເປັນເຂດທີ່ມີພື້ນຖານການປູກ    ໝາກເຜັດ, ໝາກເລັ່ນ ແລະ ຜັກບົ່ວ ເພື່ອບໍລິໂພກໃນຊຸມຊົນ ແລະ ສົ່ງອອກໄປຍັງບັນດາແຂວງອ້ອມຂ້າງ ລວມທັງນະຄອນຫຼວງວຽງຈັນໂດຍສະເພາະແມ່ນໃນລະດູຝົນ, ຈາກການລາຍງານຂໍ້ມູນທາງດ້ານສະຖິຕິການປູກພືດຜັກໃນປີ 2021 ທີ່ຜ່ານມາເຫັນວ່າໃນແຂວງຊຽງຂວາງມີພື້ນທີ່ການປູກກິນໝາກ ແລະ ຜັກປະເພດຫົວຫຼາຍກວ່າ 267.2 ເຮັກຕາ ແລະ ຫຼາຍກວ່າໝູ່ໃນບັນດາແຂວງພາກ     ເໜືອດັ່ງນັ້ນ, ຈິ່ງເຫັນວ່າເຂດດັ່ງກາວອາດມີຄວາມຫຼາກຫຼາຍທາງດ້ານແນວພັນ ຈຶ່ງໄດ້ກໍານົດເອົາເຂດເມືອງດັງກ່າວເປັນເປົ້າໜາມໃນການລົງເກັບຕົວຢ່າງ, ການລົງເກັບຕົວຢ່າງໃນຄັ້ງນີ້ໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຈາກພະນັກງານຂັ້ນແຂວງ, ເມືອງ ແລະ ຊາວກະສິກອນ ເຊິງສາມາດເກັບແນວພັນໝາກເຜັດພື້ນເມືອງໄດ້ທັງໝົດ 109 ຕົວຢ່າງ, ເກັບໝາກເລັ່ນພື້ນເມືອງໄດ້ 71 ແລະ ຜັກບົ່ວພື້ນເມືອງພື້ນເມືອງລາວໄດ້ 21 ຕົວຢ່າງ, ເຊິງແນວພັນດັ່ງກ່າວເປັນແນວພັນພື້ນເມືອງທັງໝົດ, ມີລັກລັກສະນະເດັນສະເພາະ, ມິລົດຊາດທີ່ເປັນເອກະລັກ ແລະ ມີຄວາມທົນທານຕໍ່ສະພາບແວດລ່ອມໃນທ້ອງຖີ່ນ, ໃນຈໍານວນແນວພັນພື້ນເມືອງທັງໝົດແມ່ນໄດ້ນໍາມາເກັບໄວ້ໃນທະນາຄານເຊື້ອພັນຂອງສຸນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເພື່ອເກັບຮັກສາໄວ້ ແລະ ສືກສາລັກສະນະປະຈໍາພັນຂອງແຕ່ລະຕົວຢ່າງເພື່ອນໍາໃຊ້ເຂົ້າໃນການປັບປຸງພັນ ແລະ ພັດທະນາແນວພັນໃນອະນາຄົດໃຫ້ມີຄວາມຍືນຍົງ ແລະ ປ້ອງກັນການສູນເສຍແນວພັນ, ພັນທຸກໍາໃນອະນາຄົດ.

3 4 IMG_6550 IMG_6731 IMG_6884

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ຂະແໜງງານຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI FAO KOPIA laCSA MEKARN Mekong Agriculture Research Network nafri SAMIS TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການກະສິກຳ ແລະ ປ່າໄມ້ ການຊັບພະຍາກອນທຳມະຊາດ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ພິທີປ່ອຍປາ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ພູມອາກາດ ວັນປ່ອຍປາ ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ອຸຕຸນິຍົມ ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Mar 25, 2023 - Sat
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com