ການຝຶກອົບຮົມການເພິ່ມລາຍຮັບຂອງຊາວກະສິກອນໂດຍການນໍາໃຊ້ແນວພັນໃໝ່ເຕັກນິກການຫຼຸດຕົ້ນທຶນການຜະລິດ ແລະ ເຕັກນິກຫຼັງການເກັບກ່ຽວໃນສະພາບການປ່ຽນແປງດິນຟ້າອາກາດ

WhatsApp Image 2023-01-30 at 21.12.15 (1) WhatsApp Image 2023-01-30 at 21.12.22 WhatsApp Image 2023-01-30 at 21.12.17

ໃນລະຫວ່າງວັນທີ 23-27 ມັງກອນ 2023 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດ ລ້ອມ (ຄສກສ) ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ການເພິ່ມລາຍຮັບຂອງຊາວກະສິກອນໂດຍການນໍາໃຊ້ແນວພັນໃໝ່, ເຕັກນິກການຫຼຸດຕົ້ນທຶນການຜະລິດ ແລະ ເຕັກນິກຫຼັງການເກັບກ່ຽວໃນສະພາບການປ່ຽນແປງດິນຟ້າອາກາດ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 39 ທ່ານ, ຍິງ 7 ທ່ານ. ເຊິ່ງມາຈາກຫຼາຍພາກສວນເຊັນ: ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ, ເມືອງທ່າແຕງ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ,  ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກຊອງ, ເມືອງສຸຂຸມາ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສີໂຄດ, ນາຊາຍທອງ, ໄຊເສດຖາ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ສູນພັດທະນາກະສິກໍາໜອງແຫວ ແລະ ກົມສົງເສິມ ແລະ ສະຫະກອນ . ໂດຍການເປັນຄູຝຶກຂອງຊຽວຊານຜູ້ຊໍານານການທາງດ້ານພືດຜັກ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ພະນັກງານວິຊາການທີ່ເປັນເປົາໝາຍໃນການເປັນຄູຝຶກຢູ່ແຕ່ລະທອງຖິ່ນ ແລະ ເປັນການເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ.

ການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງພາວເວີພອຍ, ໂປສເຕີ ແລະ ແຜນພັບ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບັນຫາ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບການຜະລິດພືດຜັກ, ເຕັກນິກການປັບໂຕຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ປັດໃຈທີກ່ຽວຂ້ອງຕໍ່ການຜະລິດຜັກໃຫ້ເປັນສິນ ເຊັ່ນ ປັດໃຈທາງດ້ານແນວພັນ, ສະຖານທີ, ແຫຼ່ງນໍ້າ, ເຕັກນິກການປູກ, ຝຸ່ນ, ການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ, ເຕັກນິກການເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດ ເຊັ່ນ ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຈັດການລະບົບການໃຫ້ແກ່ພືດຜັກທີ່ເໝາະສົມ, ເຕັກນິກການຜະລິດຝຸ່ນຊີວະພາບ, ການຜະລິດເຊືອໄມໂຄລິສາເຂົ້າໃນການປັບປຸງດິນ, ເຕັກນິກການປ້ອງກັນ ແລະ ກໍາຈັດພະຍາດ ແມງໄມ້ສັດຕູພືດຜັກ ແລະ ເຕັກນິກຫຼັງການເກັບກ່ຽວ ແລະ ການຕະຫຼາດພືດຜັກ, ການເກັບຮັກສາແນວພັນ ແລະ ການແປຮູບຜະລິດຕະພັນພືດຜັກ. (2). ພາກປະຕິບັດໂຕຈິງນັກສໍາມະນາກອນໄດ້ປະຕິບັດກ່ຽວກັບ ການຄິດໄລ່ຕົ້ນທຶນການຜະລິດພືດຜັກ, ການຄັດເລືອກຊະນິດພືດຜັກທີ່ເປັນທ່າແຮງໃນການຜະລິດຂອງກຸ່ມ, ການຈໍາແນກຊະນິດພືດຜັກ, ການທົດສອບຄວາມງອກ, ການກຽມດິນກ້າເບ້ຍ ແລະ ການກ້າເບ້ຍ, ການຂະຫຍາຍແນວພັນຜັກບົ່ວແບ່ງ, ການໃຫ້ນໍ້າແບບນໍ້າພຸງ, ການຜະລິດນໍ້າສະກັດຊີວະພາບຈາກໄຂເພື່ອປ້ອງກັນກໍາຈັດເພ້ຍ, ໄຮ, ພະຍາດຣານໍ້າຄ້າງ ແລະ ພະຍາດຣາແປ້ງ ແລະ ໄດລົງຢ້ຽມຢາມກຸມຜະລິດຜັກ ບ້ານຫາດຊາຍຟອງ. ນອກຈາກນັ້ນ, ຍັງໄດ້ເປີດໃຫ້ນັກສໍາມະນາກອນໄດ້ແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານປະສົບການໃນການຈັດຕັ້ງປະຕິບັດການຜະລິດຜັກໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິ່ງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັນ: ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນນອນ, ບໍ່ມີການວາງແຜນການຜະລະລິດທີ່ດີ, ສະພາບອາກາດມີການປ່ຽນແປງຫຼາຍ, ບັນຫາການລະບາດຂອງພະຍາດ ໂດຍສະເພາະພະຍາດແອນແທກໂນດຂອງໝາກເຜັດ, ພະຍາດຫ່ຽວຂຽວຂອງໝາກເຜັດ, ພະຍາດຮາກບວມຂອງຂອງກະລໍ່າປີ ເຊິ່ງສົ່ງຜົນກະທົບຕໍ່ກັບການຜະລິດເປັນບໍລິເວັນກ້ວາງ, ຂໍ້ຈໍາກັດທາງດ້ານແນວພັນ ເພາະແນວພັນທີ່ນໍາໃຊ້ເຂົ້າໃນການຜະລິດປະມານ 90 ເປີເຊັນ ແມ່ນນໍາໃຊ້ແນວພັນຈາກຕ່າງປະເທດ ເຊິ່ງບໍ່ສາມາດເກັບແນວພັນໄດ້ ແລະ ຊາວກະສິກອນສວນໃຫຍ່ແມ່ນຍັງຂາດປະສົບການໃນການຜະລິດແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ.

WhatsApp Image 2023-01-30 at 21.12.23 WhatsApp Image 2023-01-30 at 21.12.16 WhatsApp Image 2023-01-30 at 21.12.15 WhatsApp Image 2023-01-30 at 21.12.14 WhatsApp Image 2023-01-30 at 21.12.10

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI FAO KOPIA laCSA MEKARN Mekong Agriculture Research Network nafri SAMIS TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການກະສິກຳ ແລະ ປ່າໄມ້ ການຊັບພະຍາກອນທຳມະຊາດ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ພິທີປ່ອຍປາ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ພູມອາກາດ ວັນປ່ອຍປາ ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ອຸຕຸນິຍົມ ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Mar 25, 2023 - Sat
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com