National Agriculture and Forestry Research Institute

IMG_4798IMG_4754 IMG_4823

          ການຜະລິດພືດຜັກໃຫ້ເປັນສິນຄ້າ ສ່ວນໃຫຍ່ແມ່ນ ຊາວກະສິກອນຂະໜາດນ້ອຍເປັນຜູ້ຈັດຕັ້ງປະຕິບັດ, ມີຫຼາຍປັດໃຈ ທີ່ມີຜົນກະທົບທາງດ້ານປະລິມານຜົນຜະລິດ, ຄຸນນະພາບ, ແລະ ຄວາມປອດໄພທາງດ້ານ ຜົນຜະລິດພືດຜັກ ເປັນຕົ້ນ, ການຕອບສະໜອງທາງດ້ານຜົນຜະລິດ ບໍ່ພຽງພໍຕໍ່ຄວາມຕ້ອງການ ການບໍລິໂພກໃນລະດູຝົນ, ຄຸນນະພາບຜົນຜະລິດຍັງບໍ່ທັນໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດ ເນື່ອງຈາກ ຄວາມຮູ້ ແລະ ເຕັກນິກ ທາງດ້ານການຜະລິດຍັງຕໍ່າ, ສະນັ້ນສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ມີການຮ່ວມມື ແລະ ສະໜັບສະໜູນ ຈາກ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນຊົນນະບົດ ສ. ເກົາຫລີ(KRC) ຈໍານວນ 3,478,260 ໂດລາສະຫະລັດ ຫຼື 4,000,000,000 ວອນ ໂຄງການຈະຖືກຈັດຕັ້ງປະຕິບັດໃນ 4 ປີ (2019 – 2022)  ເພື່ອຊ່ວຍການຄົ້ນຄວ້າ, ພັດທະນາ ເຕັກນິກການຜະລິດທີ່ເໝາະສົມ, ເພື່ອຊ່ວຍ ເພື່ອຜົນຜະລິດ, ປັບປຸງຄຸນນະພາບ ແລະ ຄວາມປອດໄພ ຜະລິດຕະພັນຜັກ, ນອກນັ້ນ ຍັງຊ່ວຍ ໃນການແນະນໍາການເຂົ້າເຖີງຕະຫຼາດ ຂອງຊາວກະສິກອນ, ການພັດທະນາຄວາມອາດສາມາດຂອງ ຊາວກະສິກອນ, ຜູ້ປະກອບການ, ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ແມ່ນນອກໃນກິດຈະກໍາຂອງໂຄງການ, ນອກນັ້ນ, ການສ້າງສ່ວນສາທິດ ແລະ ຄອບຄົວຕົວແບບ, ບ້ານຕົວ,  ເຊີ່ງຄາດໝາຍຂອງໂຄງການ ຈະຊ່ວຍແກ້ໄຂບັນຫາການຜະລິດພືດຜັກຂອງຊາວສິກອນ ໃຫ້ມີຄວາມຢືນຢົງ, ເພີ່ມລາຍຮັບໃຫ້ຊາວກະສີກອນ, ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ, ແລະ ພັດທະນາຄວາມສາມາດໃຫ້ຊາວກະສິກອນ ໃນການແຂ່ງຂັນ. ແລະ ເປັນການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ທີ່ ສະໜັບສະໜູນ ວາລະແຫ່ງຊາດຂອງ ລັດຖະບານ.

ໃນວັນທີ່ 29 ທັນວາ 2022 ນີ້ໄດ້ມີພິທີປິດ ໂຄງການ ພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ ໂດຍ ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ     ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ໂດຍມີການເຂົ້່າຮ່ວມຈາກທ່ານ Dr . Jung Young Soo, ເອກອັກຄະທູດ ສ.ປ ເກົາຫຼີ ປະຈໍາລາວ,  ທ່ານ  Dr. Park YEONGUK, Head of office of KRC  ປະທານ ໂຄງການ KRC ປະຈໍາລາວ (Korea Rural Community Corporation),  ທ່ານ ສຈ ປອ ລີ ດົງຈີນ ປະທານ ບໍລິສັດ ໄດກ້າ ຜູ້ຈັດຕັ້ງປະຕິບັດ ໂຄງການໃນ ສປປ ລາວ Prof. Lee, Dong Jin, Present of DICA (Dankook Institute of International Cooperation on Agriculture)  ແລະ ຫົວໜ້າສະຖາບັນ ຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທນາຊົນນະບົດ,  ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າພະແນກ, ເຈົ້້າເມືອງ, ຫົວໜ້າສູນ ແລະ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ນັກຄົ້ນຄວ້າ ແລະ ຊາວກະສິກອນໃນເຂດເປົ້າໝາຍຂອງໂຄງການເຂົ້້າຮ່ວມຫຼາຍກວ່າ 40 ທ່ານ. ເຊິງຈຸດປະສົງແມ່ນ ມອບຕຶກອາຄານ-ໂຄງລ່າງພື້ນຖານ, ວັດຖຸອຸປະກອນຕ່າງໆ ໃຫ້ກັບລັດຖະບານລາວ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ບໍລິຫານ ແລະ ຈັດການໃນການຄຸ່ມຄອງ-ນໍາໃຊ້ເພື່ອໃຫ້ເກີດປະໂຫຍດສູງສຸດໃຫ້ແກ່ຊາວກະສິກອນ ແລະ ປະເທດຊາດ ໂດຍການກວ່າມອບໂດຍ ທ່ານ ຕ່າງໜ້າ ເອກອັກຄະທູດ ສ.ປ ເກົາຫຼີໃຕ້ ປະຈໍາລາວ ແລະ ຮັບໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ໃນຕອນທ້າຍຂອງກອງປະຊຸມ  ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ກ່າວຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງລັດຖະບານ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຫວັງຢ່າງຍິ່ງວ່າພວກທ່ານຈະສືບຕໍ່ໃຫ້ການຮ່ວມື, ຊ່ວຍເຫຼືອປະເທດພວກເຮົາຕື່ມອີກໃນອະນາຄົດ.

IMG_4748IMG_4778IMG_4811  IMG_4786 IMG_4771 IMG_4769 IMG_4758 IMG_4869 IMG_4885 IMG_4895 IMG_4907 IMG_4915

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ຂະແໜງງານຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com