National Agriculture and Forestry Research Institute

WhatsApp Image 2022-12-27 at 14.51.24

ໂດຍຕອບສະໜອງຕາມຄໍເຊີນຂອງ ທ່ານ ສຈ ,ກ ດຣ ລີ ດົງຈິນ ປະທານບໍລິສັດ, Dankook University, International Cooperation on Agriculture (DICA) ເຊິງເປັນຜູ້ຈັດຕັ້ງປະຕິບັດໂຄງການຂອງ KRC.  ໃນລະຫວ່າງວັນທີ່ 23 ເດືອນ 11 ຫາ ວັນທີ່ 06 ເດືອນ 12 ທີ່ຜ່ານມານີ້ ທາງທີມງານຮັບຜິດຊອບໂຄງການ ແລະ ກຸ່ມຊາວກະສິກອນຕົວແບບຂອງໂຄງການ ໄດ້ເຂົ້າຮ່ວມທັດຊະນະໃນປະເທດ ສ ເກົາຫຼີໃຕ້ ລວມທັງໝົດ 24 ທ່ານ  ໂດຍຕ່າງໜ້າຝາຍລາວນໍາໂດຍ ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ວົງວິໄລ ວົງຄໍາຊາວ ຫົວໜ້າພະແນກແຜນການ ແລະ ການຮ່ວມມື, ສະຖາບັນຄົ້ນຄວ້າກະສິກໍ, ປ່າໄມ້, ນັກວິຊາການຈາກ ສູນ, ພະແນກກະສິກໍານະຄອນຫຼວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ລວມ 10 ທານ ແລະ ຕ່າງໜ້າຈາກຊາວກະສິກອນຕົວແບບໃນ 4 ກຸ່ມບ້ານ: ກຸ່ມບ້ານ ຫົວຫ້າ, ທ່າແຂກ, ຊາຍຟອງເໜືອ ແລະ ກຸ່ມບ້ານ ສິມມະໂນໃຕ້ມີທັງໝົດ 13 ທ່ານ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຈ ປອ ລີ ດົງຈິນ ປະທານບໍລິສັດ ໄດກ້າເຊິງເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນ ສປປ ລາວ Prof. Lee, Dong Jin, Present of DICA (Dankook Institute of International Cooperation on Agriculture)ເຊິງ ໃນໄລຍະ ປີ 2019 ~ 2022 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ ມີການຮ່ວມມື ແລະ ສະໜັບສະໜູນຈາກໄດ້ຮັບທຶນສະໜັບສະໜູນ ຈາກ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນຊົນນະບົດ ສ. ເກົາຫລີ(KRC) ເພື່ອຊ່ວຍການຄົ້ນຄວ້າ, ພັດທະນາ ເຕັກນິກການຜະລິດທີ່ເໝາະສົມ, ເພື່ອຊ່ວຍ ເພື່ອຜົນຜະລິດ, ປັບປຸງຄຸນນະພາບ ແລະ ຄວາມປອດໄພ ຜະລິດຕະພັນຜັກ, ນອກນັ້ນ ຍັງຊ່ວຍ ໃນການແນະນໍາການເຂົ້າເຖີງຕະຫຼາດ ຂອງຊາວກະສິກອນ, ການພັດທະນາຄວາມອາດສາມາດຂອງ ຊາວກະສິກອນ, ຜູ້ປະກອບການ, ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ແມ່ນນອກໃນກິດຈະກໍາຂອງໂຄງການ, ນອກນັ້ນ, ການສ້າງສ່ວນສາທິດ ແລະ ຄອບຄົວຕົວແບບ, ບ້ານຕົວແບບ ເພື່ອໃຫ້ຊາວກະສິກອນອື່ນໆ, ໃນການທັດສະນະສຶກສາໃນແມ່ນເປັນການແລກປ່ຽນບົດຮຽນທ່າງດ້ານການນໍາໃຊ້ເຕັກນິກ, ເຕັກໂນໂລຊີເຂົ້າໃນການປູກພືດຜັກ ເພື່ອຍົກສະມັດຕະພາບຜົນຜະລິດຂອງພືດຜັກໃຫ້ສູງຂື້ນ, ຜ່ານການທັດຊະນະລຽກປ່ຽນບົດຮຽນທາງພາກສະໜາມ ແລະ ທັດສະດີ ມັນໄດ້ເພີ່ມຄວາມຮູ້ໃຫ້ກັບນັກວິຊາການ ແລະ ຊາວກະສິກອນທ່າງດ້ານການຜະລິດພືດຜັກ ເພື່ອນໍາມາປັບໃຊ້ໃນພື້ນທີ່ ແລະ ປະເທດຂອງຕົວເອງ ເພື່ອພັດທະນາລົບກະສິກໍາຂອງລາວໃຫ້ກ້າວສູ່ສາກົນໃນອະນາຄົດ.

WhatsApp Image 2022-12-27 at 14.51.24 (2) WhatsApp Image 2022-12-27 at 14.51.25 WhatsApp Image 2022-12-27 at 14.51.24 (1)

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ຂະແໜງງານຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ