ກອງປະຊຸມ ສະຫຼຸບວຽກງານຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023
ເພື່ອເຮັດໃຫ້ເຫັນໄດ້ຜົນສຳເລັດຈາກການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ນໍາສະເໜີທິດທາງແຜນການປະຈຳປີ 2023 ຂອງ ສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະພັດທະນາ ຊົນນະບົດ (ສກປພ), ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາຊົນນະບົດ ຈຶ່ງຈະໄດ້ ຈັດກອງປະຊຸມປະຈຳປີຂອງຕົນຂື້ນ ໃນວັນທີ 20 ທັນວາ 2022 ເພື່ອລາຍງານໃຫ້ການນໍາກະຊວງ ແລະ ບັນດາກົມຕ່າງໆ ໃຫ້ຮັບຮູ້ເຖິງສະພາບພົ້ນຕ່າງໆໃນຂົງເຂດວຽກງານການຄົ້້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນປີ 2022 ແລະ ການກໍາເດັ່ນ, ບັນຫາແລະ ສີ່ງທ້າຍທາຍ ໃນການຈັດຕັ້ງປະຕິບັດຜ່ານມາ, ກຳນົດທິດທາງແຜນກການ ຕໍ່ໜ້າ ປີ 2023 ແລະ ການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ. ພ້ອມກັນນີ້, ກອງປະຊຸມດັ່ງກ່າວຍັງເປັນໂອກາດອັນລໍ້າຄ່າ ທີ່ຈະໄດ້ຮັບຟັງທິດຊີ້ນໍາຈາກ ການນໍາຂອງກະຊວງ ແລະ ຈາກບັນດາກົມຕ່າງໆ ເພື່ອປັບປຸງ, ຜັນຂະຫຍາຍວຽກງານການຄົ້້ນຄວ້າໃຫ້ມີປະສິດທິພາບທີ່ດີຂຶ້ນກວ່າເກົ່າ.
ກອງປະຊຸມໃນຄັ້ງນີ້ໄດ້ໃຫ້ກຽດເຂົ້າຮວ່ມເປັນປະທານ ແລະ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ແຂກຮັບເຊີນ ຈາກ ກົມ, ສະຖາບັນ, ສູນບໍລິການດ້ານການກະເສດ ,ບັນດາພະນັກງານພະແນກ ແລະ ສູນອ້ອມ ສະຖາບັນ ຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາ ຊົນນະບົດ.
ໃນກອງປະຊຸມ ທ່ານ ປອ ນາງ ໃຈ ບຸນພະນຸໃຊ, ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ກ່າວຕ້ອນຮັບ ແລະ ລາຍງານຜົນສຳເລັດຂອງການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ,ທິດທາງແຜນການຕໍ່ໜ້າ,ຜົນການຈັດຕັ້ງປະຕິບັດຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ, ຜະລິດ ແນວພັນພືດ, ສັດ ແລະ ແນວພັນໄມ້, 2021-ປະຈຸບັນ, ກອງປະຊຸມ ໄດ້ຮັບຟັງການປະກອບຄຳເຫັນ ຂອງ ກົມກ່ຽວຂ້ອງ ເພື່ອ ແລກປ່ຽນບົດຮຽນ, ກົນໄກ ການປະສານງານ ເພື່ອ ປັບປຸງ ແລະ ພັດທະນາ ວຽກງານການຄົ້ນຄວ້າ ເພື່ອຕອບສະໜອງ ,ຮັບໃຊ້ ກົມມະຫາພາກ ແລະ ສັງຄົມ ໄປພ້ອມກັນ. ພິເສດ ກອງປະຊຸມ ໄດ້ ຮັບຟັງ ການໂອ້ລົມ ຂອງ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອ ກຳນົດທິດທາງ ໃນການ ພັດທະນາວຽກງານ ການຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ໃຫ້ມີຄວາມ ເຂັ້ມແຂງ ທັນສະໄໝ ຕາມທິດສີຂຽວ ເປັນມິດກັບສີ່ງແວດລ້ອມ ແລະ ມີຄວາມຍືນຍົງ. ກອງປະຊຸມ ໄດ້ສຳເລັດລົງໃນເວລາ 16 ໂມງຂອງວັນດຽວກັນ.
ພາບ-ຂ່າວ ໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້