ການຝຶກອົມຮົ່ມໃຫ້ຊາວກະສິກອນກຸ່ມຜະລິດພືດຜັກບ້ານນາໄຊ ແລະ ບ້ານນາເດືອຍ ນະຄອນຫຼວງພະບາງ ແຂວງຫຼວງພະບາງ

 WhatsApp Image 2022-09-05 at 09.23.03 (1) WhatsApp Image 2022-09-05 at 09.22.47

          ໃນວັນທີ 2 ກັນຍາ 2022 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນອາຊີ (AFACI_Breeding) ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານາໄຊ ແລະ ນາເດືອຍ ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນຫົວຂໍ້ ການເພິ່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກ ນິກທີ່ເໝາະສົມເຂົ້າໃນການຜະລິດພືດຜັກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 12 ທ່ານ. ຈຸດປະສົງ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ຊາວກະສິກອນ ທາງດ້ານແນວພັນ ແລະ ເຕັກນິກການຜະລິດ ໂດຍສະເພາະເຕັກການຜະລິດພືດຜັກໃນຊ່ວງລະດູ ຝົນ ເພື່ອເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງ ຄົມໃຫ້ຫຼາຍຂຶ້ນ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄູຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້   ໝາກ.

ການຝຶກອົບຮົມໃນຄັ້ງນີ້ໄດ້ເນັ້ນໃສ່ການປະຕິບັດໂຕຈິງ ຢູ່ພື້ນທີ່ຂອງຊາວກະສິກອນໂດຍກົງ ເຊິ່ງນັກສໍາມະນາກອນທີ່ເຂົ້າຮ່ວມໄດ້ແລກປ່ຽນ ແລະ ຮຽນຮູ້ຢູ່ 3 ຈຸດໃຫຍ່ໆ ຄື: (1). ເຕັກນິກການປັບປຸງດິນນັກສໍາມະນາກອນໄດ້ປະຕິບັດກ່ຽວກັບການຜະລິດຈຸລິນຊີສັງເຄາະແສງ ແລະ ການຜະລິດເຊື້ອຣາໄມໂຄລິສາ ເພື່ອໃຊ້ການປັບປຸງດິນ, (2). ເຕັກນິກການປູກຜັກໃນລະດູຝົນນັກສໍາມະນາກອນໄດ້ປະຕິບັດກ່ຽວກັບການກ້າເບ້ຍ, ການຂະຫຍາຍແນວພັນຜັກບົ່ວແບ່ງ, ການວາງແຜນໃນການປູກ ແລະ ການຄັດເລືອກຊະນິດພືດຜັກທີ່ເໝາະສົມໃນການປູກໃນເຮືອນຮົ່ມ ນອກຈາກນັ້ນ, ຍັງໄດ້ແນະນໍາເຕັກນິກໃນການປຸກສ້າງເຮືອນຮົ່ມ ແລະ  (3). ການຈັດການພະຍາດ ແລະ ແມງໄມ້ສັດຕູພືດຜັກ ນັກສໍາມະນາກອນໄດ້ປະຕິບັດກ່ຽວກັບການຜະລິດນໍ້າສະກັດຊີວະພາບຈາກໄຂ່ແດງ ເພື່ອໃຊ້ໃນການປ້ອງກັນ ກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ ເຊັນ: ພະຍາດຣາແປງ, ພະຍາດຣານໍ້າຄ້າງ, ໄຮ ແລະ ເພ້ຍ ເປັນຕົ້ນ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນປະສົບການເຊິ່ງກັນ ແລະ ກັນ ເຊິ່ງການສົນທະນາພົບວ່າຊາວກະສິກອນຍັງປະສົບຫຼາຍບັນຫາ ແລະ ຂໍ້ຈໍາກັດຫຼາຍດ້ານໃນການຜະລິດພືດຜັກ ເຊັ່ນ: ການລະບາດຂອງພະຍາດແມງໄມ້ສັດຕູພືດ ເປັນຕົ້ນ ຫອຍ, ແມງມັດ, ບົ້ງ, ພະຍາດດິນ ໂດຍສະເພາະພະຍາດຫ່ຽວຂຽວ ແລະ ພະ ຍາດເຫງົ້າເນົ່າ ເປັນຕົ້ນ, ຕົ້ນທຶນການຜະລິດທີ່ສູງຂຶ້ນເນື່ອງຈາກປັດໃຈການຜະລິດ ເຊັ່ນ: ຝຸ່ນ ທີ່ມີລາຄາສູງຂຶ້ນຫຼາຍເທົ່າ, ສະພາບການປ່ຽນແປງຂອງດິນຟ້າອາກາດ, ມີຂໍ້ຈໍາກັດທາງດ້ານຄວາມຮູ້ທາງດ້ານເຕັກນິກການປູກ ໂດຍສະ ເພາະເຕັກນິກການປູກຜັກໃນຊ່ວງລະດູຝົນ, ແນວພັນສໍາຫຼັບປູກໃນລະດູຝົນຍັງມີຈໍາກັດ. ດັ້ງນັ້ນ, ການຝຶກອົບຮົ່ມໃນຄັ້ງນີ້ຈະເປັນຊ່ອງທາງໜຶ່ງທີ່ຈະຊ່ວຍໃຫ້ຊາວກະສິກອນ ນໍາໄປຈັດຕັ້ງປະຕິບັດໂຕຈິງຂອງຕົນ ເພື່ອຫຼຸດ ຜ່ອນຄວາມສ່ຽງ ແລະ ສາມາດເພິ່ມລາຍຮັບໃຫ້ສູງຂຶ້ນ. ນອກຈາກນັ້ນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການ AFACI_Breeding ຍັງໄມ້ມອບອະປະກອນທີ່ໃຊ້ເຂົ້າໃນການຜະລິດ ເຊັ່ນ ເມັດພັນຜັກ ກາດຊອມ, ເມັດພັນຜັກຊີ, ເມັດພັນໝາກເລັນ ແລະ ຝຸ່ນນໍ້າຊີວະພາບຈໍານວນໜຶ່ງໃຫ້ແກ່ຊາວກະສິກອນເພື່ອ ນໍາໄປໃຊ້ເຂົ້າໃນການຈັດຕັ້ງປະຕິບັດ.

WhatsApp Image 2022-09-05 at 09.24.58 WhatsApp Image 2022-09-05 at 09.23.03 WhatsApp Image 2022-09-05 at 09.23.02 WhatsApp Image 2022-09-05 at 09.22.57 WhatsApp Image 2022-09-05 at 09.22.56

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com