National Agriculture and Forestry Research Institute

WhatsApp Image 2022-08-29 at 10.29.32 (1) WhatsApp Image 2022-08-29 at 10.29.30 WhatsApp Image 2022-08-29 at 10.29.31 (2)

          ໃນວັນທີ່ 25 ສິງຫາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານນໍາພາຂັ້ນສູນ, ແຂວງ, ເມືອງ  ໃນຫົວຂໍ້ ການຜະລິດພືດຜັກທີ່ເຊື່ຶອມໂຍງເຂົ້າສູ້ຕະຫຼາດ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງ ທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 5 ທ່ານ, ຈາກຫຼາຍພາກສ່ວນ ເຊັນ: ສູນຄົ້ນຄວ້າການປ່ຽນແປງດິນຟ້າອາກາດ ແລະ ສູນຄົ້ນຄວ້າພືດຜັດ ແລະ ໄມ້ໃຫ້ໝາກ ສກປພ, ສູນພັດທະນາກະສິກໍໜອງແຫ້ວ ກົມສົ່ງເສີມ ແລະ ສະຫະກອນ, ຂະແໜງປູກຝັງ ແລະ ຂະແໜງພັດທະນາຊົນນະບົດ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫາດຊາຍຟອງ, ເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ໂຮງຮຽນເຕັກນິກດົງຄໍາຊ້າງ.

ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍການເປັນຄູຝຶກຂອງຊຽວຊານຈາກປະເທດເກົາຫຼີ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມເຂົ້າໃຈທາງດ້ານການຜະລິດພືດຜັກທີ່ເຊື່ອມໂຍງການຕະຫຼາດ ເຊິ່ງຜູ້ເຂົ້າຮ່ວມໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບ ແນວໂນ້ມ ແລະ ສິງທ້າທາຍໃນວຽກງານຂອງຂະແໜງກະສິກໍາ, ປະສົບການໃນການສົ່ງເສີມ ແລະ ການໃຫ້ຄໍາປຶກສາທາງດ້ານກະສິກໍາຢູ່ປະເທດເກົາຫຼີໃຕ້, ການຄົ້ນຄວ້າ ແລະ ການພັດທະນາເຄື່ອງກົນຈັກເຂົ້າໃນການຜະລິດກະສິກໍາຂອງປະເທດເກົາຫຼີໃຕ້, ເຕັກນິກຫຼັງການເກັບກ່ຽວ ແລະ ການເຂົ້າເຖິງຕະຫຼາດຂອງພືດຜັກ ແລະ ເຕັກນິກການຜະລິດແນວພັນຜັກບົ່ວແບ່ງ. ນອກຈາກນັ້ນ, ໄດ້ປຶກສາຫາລືກ່ຽວກັບການສ້າງຄູຝຶກສະເພາະດ້ານ ເຊັ່ນ: ທາງດ້ານເຕັກການປູກພືດຜັກ, ການນໍ້າເຄືອງຈັກເຂົ້າໃນການຜະລິດພືດຜັກ, ການຈັດການດິນ, ການຈັດການພະຍາດພືດ, ການຈັດການແມງໄມ້ສັດຕູພືດ ແລະ ເຕັກນິກການປູກພືດຜັກໃນເຮືອນຮົ່ມ ເພື່ອໃຫ້ແຕ່ລະພາກສ່ວນສົ່ງລາຍຊື່ພະນັກງານວິຊາການທີ່ຈະສ້າງເປັນຄູຝຶກເພື່ອເຂົ້າຮ່ວມ ເຊິ່ງເປົ້າໝາຍຈະໄດ້ຈັດຕັ້ງປະຕິບັດໃນລະຫວ່າງ ເດືອນກັນຍາ ຫາ ເດືອນທັນວາ 2022 ຂຶ້ນທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍຊຽວຊານຈາກປະເທດເກົາຫຼີໃຕ້. ເຊິ່ງການຝຶກອົບຮົມໃນຄັ້ງນີ້ຈະເປັນບາດກ້າວໜຶ່ງໃນການນໍາເອົາບົດຮຽນເພື່ອໄປເຜີຍແຜ່ ແລະ ນໍາໄປປັບໃຊ້ເຂົ້າໃນການຜະລິດພືດຜັກຊາວກະສິກອນໃຫ້ມີປະສິດທິພາບທີດີຂຶ້ນ.

WhatsApp Image 2022-08-29 at 10.29.32 WhatsApp Image 2022-08-29 at 10.29.31 WhatsApp Image 2022-08-29 at 10.29.31 (1)

ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ