ການລົງຈັດຕັ້ງປະຕິບັດການກໍ່ສ້າງລະບົບເຮືອນຮົ່ມ ໃຫ້ແກ່ກຸ່ມບ້ານຕົວແບບ ທີ່ບ້ານ ທ່າແຂກ, ບ້ານ ຊາຍຟອງເໜືອ, ບ້ານ ຫົວຫ້າ ແລະ ບ້ານສີມມະໂນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ (KRC)
ໃນວັນທີ 10 ສີງຫາ 2022 ທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ໄດ້ລົງຕິດຕາມ ແລະ ລົງມືຈັດຕັ້ງປະຕິບັດການກໍ່ສ້າງລະບົບເຮືອນຮົ່ມ ໂດຍອີງຕາມແຜນການຈັດຕັ້ງປະຕິບັດຂອງໂຄງການທີ່ຈະໄດ້ສະ ໜັບສະໜູນລະບົບເຮືອນຮົ່ມເພື່ອນໍາໃຊ້ເຂົ້າໃນການຜະລິດຜັກເປັນສີນຄ້າ ຈໍານວນ 184 ຫຼັງໃຫ້ແກ່ຊາວກະສິກອນບ້ານຕົວແບບ ໃນນັ້ນປະກອບມີ ບ້ານ ທ່າແຂກ ຈໍານວນ 38 ຫຼັງ, ບ້ານ ຊາຍຟອງເໜືອ ຈໍານວນ 40 ຫຼັງ, ບ້ານ ຫົວຫ້າ ຈໍານວນ 58 ຫຼັງ ແລະ ບ້ານສີມມະໂນໃຕ້ ຈໍານວນ 48 ຫຼັງ ເຊິ່ງໃນປັດຈຸບັນແມ່ນໄດ້ລົງມືກໍ່ສ້າງລະບົບເຮືອນຮົ່ມທີ່ ບ້ານ ທ່າແຂກໃນຈໍໍານວນ 38 ຫຼັງ ໂດຍການກໍ່ສ້າງແມ່ນນໍາພາໂດຍຊ່ຽວຊານທີ່ມາຈາກປະເທດເກົາຫຼີ ຫຼັງຈາກກໍ່ສ້າງລະບົບເຮືອນຮົ່ມ ທີ່ບ້ານທ່າແຂກ ຈໍານວນ 38 ຫຼັງສໍາເລັດແລ້ວ ແມ່ນຈະສືບຕໍ່ການກໍ່ສ້າງທີ່ບ້ານ ຊາຍຟອງເໜືອ, ບ້ານຫົວຫ້າ ແລະ ບ້ານສີມມະໂນໃຕ້ ຕາມລໍາດັບ ເພື່ອໃຫ້ຄົບຈໍານວນຕາມເປົ້າໝາຍຂອງໂຄງການ ແລະ ໃຫ້ທັນຕາມກໍານົດເວລາ ທີ່ໂຄງການກໍານົດໄວ້ ເພື່ອໃຫ້ຊາວສາມາດນໍາໃຊ້ເຂົ້າໃນການຜະລິດພືດຜັກເປັນສິນຄ້າໃນລະດູຕໍ່ໄປ
ໂດຍ: ສັກສະຫຍາມ ພະນົມສຸກ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ