ການລົງຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດວຽກງານຂະບວນການ 4 ບຸກ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ໃນວັນທີ 17 ສີງຫາ 2022 ທີ່ຜ່ານມາ ໜ່ວຍຊາວໜຸມ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ປອ ສີມອນ ວົງຄໍາຮໍ່ ຮອງເລຂາ ຊາວໝຸ່ມ ຮາກຖານສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ຈຸດປະສົງ ເພື່ອຫຼຸບຜົນການຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ2022 ແລະ ຜ່ານຂໍ້ຕົກລົງວ່າດ້ວຍຊາວໜຸ່ມພົ້ນນກະສຽນ. ໃນກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 22 ສະຫາຍ, ຍິງ 8 ສະຫາຍ, ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກການຂຶ້ນຜ່ານບົດລາຍງານຜົນສໍາເລັດຂອງຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງສະຫາຍ ພັດທະນາ ແສງອຸ່ນແກ້ວ ເລຂາຊາວໜຸ່ມໜ່ວຍ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ກອງປະຊຸມໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມທັງໝົດປະກອບຄໍາເຫັນໃສ່ບົດລາຍງານຢ່າງກົງໄປກົງມາຢ່າງຟົດຟືນ ແລະ ກອງປະຊຸມກໍ່ເຫັນດີເປັນເອກະພາບຮັບເອົາບົດລາຍງານ. ຈາກນັ້ນ, ທາງຄະນະຈັດຕັ້ງກອງປະຊຸມກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການພົ້ນກະສຽນຂອງຊາວໜຸ່ມໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈໍານວນ 1 ສະຫາຍ ຄື: ສະຫາຍ ພູຂັນ ບົວລະວົງ. ຈາກນັ້ນ, ທາງຄະນະປະທານກໍ່ໄດ້ມີຄໍາເຫັນ ແລະ ທິດຊີ້ນໍາ ຕໍ່ກອງປະຊຸມ ເຊິ່ງຄະນະປະທານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງໜ່ວຍຊາວໜຸ່ມ ສຜໝ ຍາດມາໄດ້ ໂດຍສະເພາະການຂຶ້ນທະບຽນແນວພັນ ແລະ ການເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມ ນອກຈາກນັ້ນ, ຍັງໄດ້ເນັ້ນຢໍ້າໃຫ້ຊາວໜຸ່ມທຸກສະຫາຍຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ ໂດຍສະເພາະການສຶກສາອົບຮົມດ້ານການເມືອງແນວຄິດ, ສິນທໍາປະຕິວັດ ແລະ ການສ້າງວຽກເຮັດງານທໍາ ແລະ ຍັງຮຽກຮ້ອງໃຫ້ບັນດາຊາວໜຸ່ມທຸກສະຫາຍຈົ່ງຮັກສາມູນເຊື່ອອັນດີງາມນີ້ໄວ້ຕະຫຼອດໄປ.
ໂດຍ: ສັກສະຫຍາມ ພະນົມສຸກ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ